ແຂວງ ຈຳປາສັກ

ລົດຈັກນັກຮຽນ ບວກລົດຈັກປະຊາຊົນ... ເຈັບທັງສອງ


 ມື້ທຳອິດຂອງການໄຂສົກຮຽນໃຫມ່ ກໍມີຂ່າວບໍ່ດີຂອງນ້ອງນັກຮຽນແລ້ວ ໂດຍສະເພາະກໍ
ແມ່ນອຸບັດຕິເຫດຕາມທ້ອງຖະຫນົນ ດັ່ງທີ່ເກີດຂຶ້ນຢູ່ເມືອງປາກເຊ ເຊິ່ງເຮັດໃຫ້ນ້ອງເຈັບພໍຄວນ.

 ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາ ແຂວງຈຳປາສັກ ລາຍງານວ່າ: ວັນທີ4 ກັນຍາ 2017 ເວລາ 16:16 ໄດ້ຮັບແຈ້ງເຫດຈາກປະຊາຊົນວ່າມີລົດຈັກຕຳລົດຈັກ. ຈຸດເກີດເຫດ ແມ່ນບ້ານດົງເກາະໂລງ.


ໜ່ວຍກູ້ໄພ ສາຂາແຂວງຈຳປາສັກອອກກວດສອບພົບເຫັນຄົນເຈັບ02ຄົນ
+ເພດຊາຍ ອາຍຸ 48ປີ ອາຊີບປະຊາຊົນ ບ້ານ ດົງເກາະໂລງ ເມືອງປາກເຊ ແຂວງຈຳປາສັກ
ອາການເບື້ອງຕົ້ນ:ກະທົບຫົວແລະແອວ
+ເພດຍິງ ອາຍຸ16ປີ ອາຊີບນັກຮຽນ ບ້ານ ດົງເກາະໂລງ ເມືອງປາກເຊ ແຂວງຈຳປາສັກ
ອາການເບື້ອງຕົ້ນ:ກະທົບຫົວແລະມີແຜເປີດຢູ່ຫນ້າ
ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິ 1623 ໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍແຂວງຈຳປາສັກ



ໃນໄລຍະໄຂສົກຮຽນໃຫມ່ນີ້ ລົດລາງຕາມທ້່ອງຖະຫນົນຈະຫຼາຍຂຶ້ນດັ່ງນັ້ນ ທຸກຄົນຕ້ອງເຄົາລົບ
ກົດຈະລາຕອນຢ່າງເຄັງຄັດນຳກັນນໍ ໂດຍສະເພາະະກໍແມ່ນນ້ອງໆນັກຮຽນເຮົານີ້ ຄວນເປັນແບບ
ຢ່າງ ແລະ ຂັບລົດໄປໂຮງຮຽນດ້ວຍຄວາມລະມັດລະວັງ ແລະ ມີສະຕິຫຼາຍຂຶ້ນ  ຢ່າລືມວ່າແຕ່ລະມື້
ພໍ່ແມ່ໄດ້ເຮັດວຽກຫນັກເພື່ອຫາເງິນສົ່ງລຸກຮຽນ ລຸກຄືແກ້ວຕາດວງໃຈ ພໍ່ແມ່ຈະເປັນຈັງໃດເມື່ອຮູ້ວ່່າລູກຂອງຕົນເກີດອຸບັດຕິເຫດ 


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.