ກິລາ

ລຸ້ນເໜື່ອຍ! ຢູ 18 ລາວ ປະເດີມເສຍໃຫ້ກັບ ມາເລເຊຍ ໝົດທ່າ 1-4 ບານເຕະຊີງແຊັມອາຊຽນ 2017


   ທີມຊາດລາວ ລຸ້ນອາຍຸບໍ່ເກີນ 18 ປີ ຕ້ອງພົບກັບງານຫີນ ຫຼັງລົງສະໜາມນັດທໍາອິດຂອງກຸ່ມ A ເສຍໃຫ້ກັບ ທີມຊາດມາເລເຊຍ ໄປໝົດທ່າ 1-4 ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ 2017 ລຸ້ນອາຍຸບໍ່ເກີນ 18 ປີ ໃນວັນທີ 4 ກັນຍາ 2017.

   ເຊິ່ງໃນເຄິ່ງເວລາທໍາອິດ ມາເລເຊຍ ໄດ້ 2 ປະຕູລວດ ຈາກການຍິງຂອງ ຮາດິ ເຟຢາ ນາທີໆ 28 ແລະ ອັກຢາ ຣາຊິດ ນາທີໆ 45 ກ່ອນຈົບເຄິ່ງເວລາທໍາອິດ ມາເລເຊຍ ນໍາຢູ່ 2-0, ສ່ວນເຄິ່ງເວລາທີ 2 ທີມຊາດລາວ ເລີ່ມມີຄວາມຫວັງ ເມື່ອ ບຸນພະຈັກ ບຸນກອງ ມາຍິງປະຕູຕີໄຂ່ແຕກໃຫ້ກັບທີມໄລ່ມາເປັນ 1-2 ໃນນາທີໆ 48 ແຕ່ໄລຍະເວລາທີ່ເຫຼືອ ທີມຊາດລາວ ບໍ່ສາມາດຕ້ານທານຄູ່ແຂ່ງໄດ້ ກ່ອນຖືກ ມາເລເຊຍ ມາໄດ້ 2 ປະຕູປິດທ້າຍ ແລະ ເອົາຊະນະໄປ 4-1.

    ຈາກຜົນດັ່ງກ່າວ ສົ່ງຜົນໃຫ້ ທີມຊາດລາວ ຢູ 18 ພົບກັບງານໜັກແລ້ວ ເພາະຍັງບໍ່ມີຈັກຄະແນນ ຕົກລົງໄປຢູ່ອັນດັບສຸດທ້າຍຂອງຕາຕະລາງ, ສ່ວນ ມາເລເຊຍ ຂຶ້ນຢຶດທີມນໍາຈາກການມີ 3 ຄະແນນເທົ່າກັບ ທີມຊາດໄທ ແລະ ສິງກະໂປ.  


   ສ່ວນນັດຕໍ່ໄປທີມຊາດລາວ ມີດັ່ງນີ້:
- ວັນທີ 06 / 9 / 2017 ເວລາ 18:00 ລາວ ພົບ ໄທ ແຂ່ງຂັນຢູ່ທີ່ສະຫນາມ Thuwunna Stadium.
- ວັນທີ 08 / 9 / 2017 ເວລາ 15:00 ລາວ ພົບ ສິງກະໂປ ແຂ່ງຂັນຢູ່ທີ່ສະຫນາມ Aung San Stadium.
- ວັນທີ 10 / 9 / 2017 ເວລາ 15:00 ຕີມໍ ເລສເຕ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Aung San Stadium.
- ວັນທີ 12 / 9 /2017 ເວລາ 15:00 ລາວ ພົບ ກຳປູເຈຍ ແຂ່ງຂັນຢູ່ທີ່່ສະຫນາມ Aung San Stadium.






-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.