ຂ່າວເດັ່ນ

ຄລີນິກຕັ້ງລາຄາຕາມໃຈ, ຫຍິບ 7 ເຂັມຈ່າຍເງິນເປັນລ້ານ





ໃນວັນທີ 4/9/2017 ທີ່ບ້ານນ້ຳຖ້ວມເມືອງ ນ້ຳບາກແຂວຫຼວງພະບາງ ໄດ້ມີປະຊາຊົນປະສົບອຸປະຕິເຫດຕົກລົດແລ້ວເຂົ້າໄປຮັກສາໂຕເອງຢູ່ໂຮງໝໍເອກະຊົນແຫ່ງໜຶ່ງ ຕາມແຫຼ່ງຂ່າວບອກວ່າຄົນເຈັບຖືກຫຍິບ 6-7 ເຂັມ ເປັນທຳມະດາຂອງຄົນມີບາດແຜຕ້ອງໄດ້ຫຍິບ ແຕ່ສິ່ງທີ່ໜ້າຕົກໃຈຄືໃບບິນຈ່າຍເງິນອອກມາສະເພາະຄ່າຫຍິບແຜຕົກເປັນເງິນ 1.040.000 ບວດໃສ່ຄ່າຢາອີກ 350.000 ກີບລວມແລ້ວຕົກເປັນເງິນ 1.390.000 ກີບ ຊຶ່ງບໍ່ຮູ້ວ່າເພິ່ນຄິດໄລ່ກັນແນວໃດເຂັມລະເທົ່າໃດ.





ພີ່ນ້ອງຂອງຄົນເຈັບໄດ້ນຳເອົາເລື່ອງລາວມາແຊສູ່ສັງຄົມບໍ່ຄິດຈະຮຽກຮ້ອງເງິນຄືນ ແຕ່ຢາກໃຫ້ມີການກວດສອບຈາກພາກສ່ວນກ່ຽວຂ້ອງ ເພື່ອບໍ່ໃຫ້ນັກທຸລະກິດໂກງປະຊາຊົນຕາດຳໆຫຼາຍເກີນໄປ ຄວນມີລາຄາມາດຕະຖານ ແລະເປັນທຳ ຊາວບ້ານຜູ້ທຸກຍາກຈິ່ງຈະມີໂອກາດໄດ້ເຂົ້າເຖິງການບໍລິການສາທາລະນະສຸກ.

ເລື່ອງລາວຄັ້ງນີ້ພາຍຫຼັງຖືກເຜີຍແຜ່ໄດ້ມີປະຊາຊົນຈຳນວນຫຼວງຫຼາຍສະແດງຄວາມຄິດເຫັນ ຊຶ່ງຕ່າງກໍ່ບອກວ່າລາຄານີ້ແພງເກີນໄປ ຖ້າເປັນແບບນີ້ປະຊາຊົນທີ່ຫາເຊົ້າກິນຄ່ຳຈະເຂົ້າເຖິງການປິ່ນປົວໄດ້ແນວໃດ.




ມີຜູ້ໃຊ້ເຟສບຸກທ່ານໜຶ່ງສະແດງຄວາມຄິດເຫັນວ່າ: ນີ້ມັນເປັນເຫດການສຸກເສີນຈີ່ງໄປ ເຮົາເຈັບຢູ່ຊີໃຫ້ເລືອກບ່ອນໄປກະບໍ່ທັນຈິ່ງເລືອກໄປບ່ອນທີ່ໃກ້ທີ່ສຸດ ແລະສະດວກເຮົາ ແຕ່ມັນກະໂພດຫຍິບ 7 ເຂັມກັບຢາຖືກລ້ານກວ່າ ເກືອບສຳກັບປາດໄສ້ຕີງ.

ຄວາມຈິງແລ້ວບັນຫາການເອີ້ນລາຄາຂອງຄລີນິກຕໍ່ກັບຄົນເຈັບແມ່ນບໍ່ສະເພາະແຕ່ບ່ອນດຽວນີ້ ຫຼາຍໆບ່ອນກໍ່ເປັນຄືກັນສຸດແລ້ວແຕ່ຢາກເອີ້ນເອົາ ເພາະບໍ່ໄດ້ມີພາກສ່ວນໃດໄປກຳນົດລາຄາໃຫ້ ຈິ່ງເອົາແຕ່ທ່ານໝໍຢາກໄດ້ ແລະຄວາມພໍໃຈຂອງຜູ້ມາບໍລິການ, ສ່ວນຄົນເຈັບສ່ວນໃຫຍ່ທີ່ໄປຄລີນິກກໍ່ແມ່ນຜູ້ອ່າວມີເງິນແນ່ ຢາກໄດ້ຄວາມເປັນສ່ວນຕົວບໍລິການໄວ ແລະຄວາມເອົາໃຈໃສ່ກໍ່ຍອມເສຍເງິນຫຼາຍໆໄປຄລີນິກແທນໂຮງໝໍ. ແຕ່ກັບຜູ້ທີ່ເຈັບສຸກເສີນຖານະຍາກຈົນກໍ່ໜັກເຂົາເກີນໄປ ບັນຫານີ້ພາກລັດຄວນມີມາດຕະການແກ້ໄຂຈະເປັນການດີ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.