ຂ່າວບັນເທິງ

ຫາກໍ່ຮູ້!!!ເພງປາຄໍ່ໃຫຍ່ໂດ່ງດັງຈົນຕ້ອງຕິດຄຸກ


ຄົນລາວເມື່ອເວົ້າເລື່ອງປາຄໍ່ໃຫຍ່ກໍ່ຕ້ອງຮູ້ຈັກເພງນີ້ເພາະດັງຕິດຫູມາຫຼາຍປີ, ແຕ່ມີໃຜແນ່ຮູ້ວ່າເພງນີ້ໂດ່ງດັງຂ້າມປະເທດຂ້າມທະວີບໄປຢ່າງບໍໜ້າເຊື່ອ  ແລະທີ່ໜ້າເຫຼືອເຊື່ອກວ່ານັ້ນຄືທີ່ເພິ່ນມິດໄປເລີຍບໍ່ມາຮ້ອງໃຫ້ຟັງອີກເພາະວ່າ ດັງເກີນໄປຈົນຕ້ອງຖືກຮ້ອງຟ້ອງໃຫ້ຕິດຄຸກຍ້ອນ.




ນີ້ເປັນເລື່ອງເກົ່າເອົາມາເລົ່າໃໝ່ເພື່ອເປັນຄວາມຮູ້ ສຳລັບຜູ້ທີ່ຕິດໃຈໃນຜົນງານຂອງເຈົ້າຂອງເພງປາຄໍ່ໃຫຍ່ ທ້າວ ໄພຣັດ ຂອດເມໄຊ ຫຼື ຊຽງສະຫວັນ ຄົນໄທເຂີຍລາວ, ຜູ້ຊາຍຄົນນີ້ຮຽນຈົບພຽງ ປ1 ແຕ່ມີພອນສະຫວັນບວກກັບຄວາມມັກສ່ວນຕົວໃນການຮ້ອງ ແລະແຕ່ງເພງຈິ່ງໄດ້ມາຊຶ່ງຜົນງານເພງ "ປາຄໍ່ໃຫຍ່ " ທີ່ທຸກຄົນໄດ້ຟັງໃນປະຈຸບັນ. 



ບົດເພງປາຄໍ່ໃຫຍ່ໂດ່ງດັງຂຶ້ນມາຍ້ອນເຈົ້າຂອງເພງໄດ້ຮ້ອງແລ້ວນຳໄປລົງຢູທຸບປະກົດວ່າຖືກໃຈຜູ້ຊົມຜູ້ຟັງຈຳນວນຫຼາຍຈິ່ງ ດັງໄປຮອດ 16 ປະເທດ ຊຶ່ງນັ້ນກາຍເປັນໃບເບິກທາງໃຫ້ຊຽງສະຫວັນໄດ້ອອກງານໂຊຕົວຮ້ອງເພງໃນຖານະນັກຮ້ອງຢູ່ຫຼາຍປະເທດ ຈົນມາຮອດທ້າຍປີ 2012 ຜູ້ກ່ຽວກໍ່ຖືກຮ້ອງຟ້ອງໃນຂໍ້ຫາລະເມີດລິຂະສິດ ຍ້ອນວ່າກ່ອນໜ້ານັ້ນໄດ້ນຳເອົາເພງນີ້ໄປເຊັນສັນຍາກັບບໍລິສັດເພງແຫ່ງໜຶ່ງຢູ່ຈັງຫວັດໜອງຄາຍ ແລະກໍ່ບໍໍ່ມີຫຍັງຈົນເພງນີ້ໂດ່ງດັງຂຶ້ນມາບໍລິສັດດັ່ງກ່າວກໍ່ໄປຮ້ອງຟ້ອງວ່າເຈົ້າຂອງເພງລະເມີດລິຂະສິດບໍລິສັດຂອງເພິ່ນຈິ່ງເຮັດໃຫຍ່ໜຸ່ມໃຫຍ່ຊຽງສະຫວັນຕ້ອງໄດ້ໄປນອນຄຸກຍ້ອນເພງທີ່ຕົນເອງແຕ່ງ.




ຊຽງສະວຫວັນເປີດເຜີຍວ່າເພງປາຄໍ່ໃຫຍ່ແມ່ນໄດ້ໂດ່ງດັງຢູ່ເມືອງລາວເຖິງ 3 ປີຕິດຕໍ່ກັນຈາກນັ້ນຈິ່ງໄປດັງຢູ່ປະເທດອື່ນອັນເຮັດໃຫ້ຕົນເອງໄດ້ອອກຄອນເສີດຮ້ອງເພງໄປຫຼາຍບ່ອນກ່ອນຖືກຟ້ອງລະເມີດລິຂະສິດ ຊຶ່ງການໄປທົວຄອນເສີດແຕ່ລະເທື່ອແມ່ນຕົນຮັບງານເອງ, ຮັບເງິນເອງບໍ່ໄດ້ຜ່ານບໍລິສັດ ເນື່ອງຈາກບໍ່ມີຄວາມຮູ້, ບໍ່ຮູ້ຫຍັງກ່ຽວກັບລິຂະສິດເລີຍຈິ່ງຄິດວ່າເປັນເພງຕົນເອງຮ້ອງເອງຄົງບໍ່ມີບັນຫາ ແຕ່ສຸດທ້າຍກໍ່ຖືກຈັບຈົນເຈົ້າຂອງບໍ່ກ້າຮ້ອງເພງນີ້ອີກແລ້ວ.

ແນວໃດກໍ່ຕາມນີ້ເປັນພຽງຂໍ້ມູນເກົ່າໆເອົາມາເລົ່າໃຫ້ຟັງເທົ່ານັ້ນສ່ວນວ່າຄະດີເພິ່ນແກ້ໄຂໄປແນວໃດ ປະຈຸບັນເພິ່ນເປັນແນວໃດແລ້ວແມ່ນບໍ່ມີຂໍ້ມູນ.







-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ






About see

0 comments:

Post a Comment

Powered by Blogger.