ການຄ້າ

ເປີດນຳໃຊ້ສູນ ຂໍ້ມູນຂ່າວສານທາງດ້ານການຄ້າ-ບໍລິການ


ສູນຂໍ້ມູນຂ່າວສານທາງດ້ານການຄ້າບໍລິການ ແມ່ນປະກອບດ້ວຍຂໍ້ມູນຂ່າວສານ ນິຕິກຳ ມາດຕະການ ຂັ້ນຕອນ ແບບຟອມຂໍ້ຜູກພັນທາງດ້ານການຄ້າ ຂ່າວສານ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງກັບການຄ້າດ້ານບໍລິການ ທີ່ຜູ້ນຳໃຊ້ເວັບໄຊ໌ສາມາດເບິ່ງ ແລະ ດາວໂຫຼດມາເກັບໄວ້ໄດ້.

 ນອກນັ້ນ ພາຍໃນເວບໄຊ໌ຍັງມີແບບຟອມໃນການສົ່ງຄວາມຄິດເຫັນ ຫຼື ຄຳຖາມຈາກຜູ້ຊົມໃຊ້້ເວັບໄຊ໌ ເຊິ່ງຄຳຖາມທີ່ໄດ້ຮັບນັ້ນ ຈະຖືກສົ່ງຕໍ່ໄປຍັງອົງການຈັດຕັ້ງທີ່ກ່ຽວຂ້ອງກັບຄຳຖາມນັ້ນໆ ຕາມຈຸດປະສານງານຕ່າງໆ ເພື່ອດຳເນີນການຕອບກັບຄືນໄປຍັງຜູ້ຖາມ ໂດຍຜ່ານໜ່ວຍງານຄຸ້ມຄອງ ແລະ ບໍາລຸງຮັກສາສູນຂໍ້ມູນຂ່າວສານດັ່ງກ່າວ ທີ່ປະຈຳຢູ່ກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້້້້າ ສູນນີ້ປະກອບມີ 2 ພາສາຄື: ພາສາລາວ ແລະ ອັງກິດ ເພື່ອຮອງຮັບໃຫ້ກັບນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ສາມາດຄົ້ນຫາຂໍ້ມູນຕ່າງໆໃນເວັບໄຊ໌ໄດ້ຢາງສະດວກສະບາຍ ຜ່ານເວັບໄຊ www.laoservicesportal.gov.la.




ວັນທີ 31 ສິງຫາ 2017 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດນຳໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າດ້ານບໍລິການ Lao Services Portal (LSP) ຢ່າງເປັນທາງການ ມີທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ບັນດາທູດ ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ໂດຍສະເພາະຜູ້ປະກອບການທາງດ້ານການຄ້າບໍລິການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ລາວຮົວ ເຈີຈີງ ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ຜູ້ຊີ້ນຳການພັດທະນາສູນຂໍ້ມູນຂ່າວສານໄດ້ກ່າວວ່າ: ສູນດັ່ງກ່າວໄດ້ຮັບການກະກຽມ ແລະ ດຳເນີນການພັດທະນາມາແຕ່ທ້າຍປີ 2015 ໄດ້ຮັບທຶນສະໜັບສະໜູນຈາກໂຄງການອຳນວຍຄວາມສະດວກທາງດ້ານການຄ້າໄລຍະທີ 2 (TDF2) ແລະ ການຮ່ວມມືຢ່າງໃກ້ຊິດກັບທະນາຄານໂລກ ໃນການຈັດຕັ້ງປະຕິບັດເປົ້າໝາຍຫຼັກໃນການສ້າງສູນ ເພື່ອອຳນວຍຄວາມສະດວກໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ລວມທັງສາທາລະນະຊົນທົ່ວໄປ ໃຫ້ສາມາດເຂົ້າເຖິງຂໍ້ມູນຂ່າວສານທີ່ຈຳເປັນ ສຳລັບການດຳເນີນທຸລະກິດກ່ຽວຂ້ອງກັບການຄ້າ ການບໍລິການ ໄດ້ສະດວກສະບາຍ ແລະ ມີຄວາມວ່ອງໄວ ທັນສະໄໝ ຜ່ານລະບົບອິນເຕີເນັດ.


ແຫລ່ງຂ່າວວຽງຈັນໃຫມ່
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.