ຂ່າວ ກອງທັບ

ຍົກລະດັບວິຊາການ ໃຫ້ແກ່ພະນັກງານກວດກາທົ່ວທະຫານ ແຂວງຄຳມ່ວນ



ກອງບັນຊາການທະຫານ ແຂວງຄຳມ່ວນ ເປີດຊຸດອົບຮົມວຽກງານກວດກາໄລຍະສັ້ນ ຊຸດທີ I ໃນວັນທີ 24 ຫາ 25 ສິງຫາ ຜ່ານມາ, ໂດຍການເປັນປະທານຂອງ ພັນເອກ ສົມແຄນ ອັບປະສອນ ຄະນະປະຈຳພັກ ແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງຄຳມ່ວນ,

ເຊິ່ງມີພະນັກງານທີ່ກ່ຽວຂ້ອງ ຈາກກົມກວດກາກະຊວງປ້ອງກັນປະເທດ ແລະ ຄະນະນຳຈາກອົງການ 5 ຫ້ອງ, ພ້ອມດ້ວຍພະນັກງານທີ່ເຮັດວຽກງານກວດກາຂັ້ນຕ່າງໆທົ່ວທະຫານແຂວງເຂົ້າຮ່ວມ.


ພັນເອກ ສົມແຄນ ອັບປະສອນ ໄດ້ໃຫ້ທັດສະນະຄວາມເຫັນວ່າ: ການອົບຮົມວຽກງານກວດກາໃນຄັ້ງນີ້ ແມ່ນວຽກງານໜຶ່ງທີ່ມີຄວາມໝາຍ-ຄວາມສຳຄັນຫຼາຍ ເພາະເປັນການຍົກລະດັບຄວາມ ຮູ້ທາງດ້ານທິ ດສະດີ ພ້ອມທັງເປັນການເພີ່ມທະວີການນຳພາ ແລະ ຍົກສູງຄຸນນະພາບການນຳພາຂອງພັກ ຕໍ່ວຽກ ງານ ກວດກາການຄຸ້ມຄອງປ້ອງກັນພັກ.

 ໃຫ້ສູງຂຶ້ນໃຫ້ຖັນແຖວພະນັກງານ-ສະມາຊິກພັກໃຫ້ຮູ້ເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງຕົນ
ຢ່າງມີປະສິດທິຜົນດີ, ໂປ່ງໃສ ແລະ ເປັນເຈົ້າການສະກັດກັ້ນແກ້ໄຂປາກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນ ໃນກົມກອງທ້ອງຖິ່ນຂອງພວກເຮົາ. ພ້ອມທັງຮຽກຮ້ອງໃຫ້ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກເຝິກອົບຮົມຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນສຸມທຸກສະຕິປັນຍາ, 


ຄວາມຮູ້, ຄວາມສາມາດເຂົ້າໃນການຄົ້ນຄວ້າເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນເອກກະສານຕ່າງໆ ເພື່ອນຳໄປໝູນໃຊ້ຕົວຈິງໃຫ້ມີຜົນສັກສິດປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງໃຫ້ມີຄວາມ
ປອດໃສໜັກແໜ້ນເຂັ້ມແຂງຢ່າງບໍ່ຢຸດຢັ້ງ.


ໂດຍ: ຮ້ອຍຕີ ແກ້ວອຸດອນ ຖົງບຸນທີ




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About SMM

0 comments:

Post a Comment

Powered by Blogger.