ຂ່າວຕ່າງປະເທດ

ຜູ້ນຳ BRICS ຮຽກຮ້ອງປະຕິຮູບສປຊ ແລະ ສະພາຄວາມໝັ້ນຄົງ ສປຊ



(VOVWORLD) ໃນຖະແຫຼງການຮ່ວມລວມມີ 43 ໜ້າ, ບັນດາການນຳ BRISC ໄດ້ຖືວ່າ: ຕ້ອງປັບປຸງ ສປຊ ແລະ ສະພາຄວາມໝັ້ນຄົງ ສປຊຕາມທິດເພີ່ມທະວີລັກສະນະຕາງໜ້າຂອງບັນດາພື້ນ
ຖານເສດຖະກິດ ພວມພັດທະນາ  ເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງລະບອບນີ້



ໃນວັນເຮັດວຽກທຳອິດຂອງກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (BRICS ເຊິ່ງລວມມີ: ບາຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟຣີກາໃຕ້)  ທີ່ຈັດຢູ່ ຈີນ, ການນຳບັນດາປະເທດເຂົ້າຮ່ວມໄດ້ຮຽກຮ້ອງໃຫ້ປະຕິຮູບສປຊ ແລະ ສະພາຄວາມໝັ້ນຄົງ ສປຊ ເພື່ອແນໃສ່ເພີ່ມທະວີລັກສະນະຕາງໜ້າໃຫ້ບັນດາປະເທດພວມພັດທະນາ.

ໃນຖະແຫຼງການຮ່ວມລວມມີ 43 ໜ້າ, ບັນດາການນຳ BRISC ໄດ້ຖືວ່າ: ຕ້ອງປັບປຸງ ສປຊ ແລະ ສະພາຄວາມໝັ້ນຄົງ ສປຊ ຕາມທິດເພີ່ມທະວີລັກສະນະຕາງໜ້າຂອງບັນດາພື້ນຖານເສດຖະກິດ ພວມພັດທະນາເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງລະບອບນີ້ ເຊິ່ງຈະສາມາດ
ຈະສ່ອງແສງຢ່າງເໝາະສົມກັບບັນດາສິ່ງທ້າທາຍທົ່ວໂລກ.


        ຖະແຫຼງການດັ່ງກ່າວກໍ່ເຫັນດີເປັນເອກະສັນຮ່ວມມືຕ້ານລັດທິອາລັກຂາການຄ້າ ແລະ ຕ້ານກໍ່ການຮ້າຍ. ບັນດາການນຳ BRICS ໃຫ້ຄຳໝັ້ນສັນຍາສົມທົບເພື່ອປັບປຸງຜົນສະທ້ອນ
ຂອງກຸ່ມໃນການບໍລິຫານພື້ນຖານເສດຖະກິດທົ່ວໂລກ ເພື່ອແນໃສ່ຊຸກຍູ້ “ຄວາມເປັນ
ລະບຽບຮຽບຮ້ອຍສາກົນຍຸຕິທຳ ແລະ ເໝາະສົມກວ່າ.”

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.