ຂ່າວສັງຄົມ

ຜົວເມຍເຮັດທຸລະກິດມີເງິນຫຼາຍລົງທຶນຄ້າຢາ ຫວັງກຳໄລເພີ່ມ




 2 ຜົວເມຍ ທີ່ແຂວງບໍ່ແກ້ວເດີມເຮັດອາຊີບຄ້າຂາຍ ຄົງມີເງິນເກັບລະດັບໜຶ່ງແຕ່ຢາກມີຫຼາຍກວ່າເກົ່າອີກຈິ່ງລົງທຶນຊື້ຢາບ້າລັອດໃຫຍ່ເທົ່າກັບການປິດເສັ້ນທາງຫາກິນຕ້ອງໄດ້ມານອນຄຸກ ຮັບໂທດຕາມກົດໝາຍ.

2 ຜົວເມຍທີ່ວ່ານີ້ທາງເຈົ້າໜ້າທີ່ ພະແນກຕໍາຫຼວດຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ນໍາຕົວມາດຳເນີນຄະດີໃນວັນທີ 1 ກັນຍາ ທີ່ຜ່ານມາ  ຍ້ອນມີຢາເສບຕິດໄວ້ໃນຄອບຄອງແລະ ຮ່ວມກັນຄ້າຂາຍຢາເສບຕິດ ຊຶ່ງເຈົ້າໜ້າທີ່ຈັບໄດ້ພ້ອມຂອງກາງຢາເສບຕິດປະເພດຢາບ້າຈໍານວນ 7 ຖົງ ແລະ 174 ເມັດ ເທົ່າກັບ 1574 ເມັດ, ເງິນກີບ 15.240.000 ກີບ, ເງິນບາດໄທ 145.000 ບາດ, ເງິນໂດລາ 377 ໂດລາ, ປື້ມບັນຊີເງິນຝາກທະນາຄານ 2 ຫົວ ແລະ ໂທລະສັບມືຖື 3 ໜ່ວຍ.




ໂດຍຜູ້ຕ້ອງຫາ2 ຄົນນີ້ຜູ້ເປັນຜົວ ຊື່ທ້າວ ສົມພອນ ອາຍຸ 47 ປີ ອາຊີບ ເຮັດນາ ສັນຊາດລາວ ຊົນເຜົ່າລື້ ແລະ ນາງ ເຖົາແສງ ອາຍຸ 37 ປີ ຜູ້ເປັນເມຍມີ ອາຊີບຄ້າຂາຍ ສັນຊາດລາວ ຊົນເຜົ່າລື້ ທັງສອງອາໄສຢູ່ບ້ານ ບ້ານພິບຸນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວສົມພອນ ໄດ້ຮັບສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວທີ່ເຈົ້າໜ້າທີ່ພົບເຫັນຢູ່ໃນຖົງ ແລະ ຢູ່ໃນເຮືອນຂອງພວກກ່ຽວແມ່ນຂອງພວກກ່ຽວແທ້ ເຊິ່ງໄດ້ມີບຸກຄົນບໍ່ຮູ້ຊື່ເອົາມາຂາຍໃຫ້ຢູ່ເຮືອນ ໃນລາຄາ 1 ມັດ 30 000 ບາດ ໃນໄລຍະເດືອນ ພຶດສະພາ 2017 ແລະ ໄດ້ມີກຸ່ມໄວຫຼຸ້ນບໍ່ຮູ້ຊື່ມາຊື້ນໍາຢູ່ເຮືອນ ໃນລາຄາເມັດລະ 8000 ກີບ, ເຊິ່ງໄດ້ຂາຍໄປແລ້ວ ຈໍານວນ 2 ຖົງປາຍ ຍັງເຫຼືອຈໍານວນ 07 ຖົງ ແລະ 174 ເມັດ ເທົ່າກັບ 1574 ເມັດ ແລະ ໄດ້ນໍາເອົາຢາບ້າຈໍານວນດັ່ງກ່າວຊຸກເຊື່ອງໄວ້ໃນເຮືອນ ພໍຕົກມາຮອດ ວັນທີ 1 ສິງຫາ 2017 ກໍ່ຖືກເຈົ້າໜ້າທີ່ກັກຕົວ ໃນການຊື້ຂາຍຢາບ້າ ທັງສອງຜົວເມຍແມ່ນໄດ້ຮັບຮູ້ນໍາກັນ.


ດັ່ງນັ້ນ, ເຈົ້າໜ້າທີ່ຂອງພວກເຮົາຈຶ່ງໄດ້ກັກຕົວພວກກ່ຽວໄວ້ທໍາການສືບສວນ-ສອບສວນ ຫາກຸ່ມແກ້ງຄ້າຂາຍຢາເສບຕິດລາຍນີ້ມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.