ເກີດລູກ

ຊົມເຊີຍຊາວໜຸ່ມຊຽງຮ່ອນໃຈປະເສີດ ບໍລິຈາກເລືອດຊ່ວຍແມ່ຍິງເກີດລູກມື້ຄືນນີ້


ຈາກເຫດການມື້ຄືນນີ້ທີ່ໄດ້ມີເຫດການສຸກເສີນເກີດຂຶ້ນຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຄືແມ່ຄົນໜຶ່ງເປັນຄົນເມືອງຄອບມາເກີດລູກແຕ່ມາຮອດໂຮງໝໍຊ້າເຮັດໃຫ້ມົດລູກແຕກ ແລະຕ້ອງທຳການຜ່າຕັດດ່ວນແຕ່ກໍ່ເສຍລູກ ແລະເສຍເລືອດຫຼາຍດັ່ງທີ່ລາວອັດເດດໄດ້ນຳສະເໜີຂ່າວໄປແລ້ວຄືນວັນທີ 5/9/2017 ຜ່ານມາ ຊຶື່ງສອງຄົນໃນຮູບນີ້ແມ່ນຜູ້ທີ່ເສຍສະຫຼະນ້ຳໃຈອັນປະເສີດໄປຊ່ວຍເຫຼືອແມ່ຍິງຄົນດັ່ງກ່າວໃນເວລາກາງເດິກ ຊຶ່ງເປັນນ້ຳໃຈອັນບໍລິສັດທີ່ຫາໄດ້ບໍ່ງ່າຍໃນທຸກວັນນີ້.



ທ້າວ ບັອບບີ ໜຸ່ມນັກສຶກສາຈາກ ມະຫາວິທະຍາໄລ ສຸພານຸວົງ(ຕາມຂໍ້ມູນໃນເຟສບຸກ) ພໍແຕ່ເຫັນທ່ານໝໍປະກາດຂໍຄວາມຊ່ວຍເຫຼືອ ແລະຮູ້ວ່າຕົນເອງມີກຣຸບເລືອດຕາມທີ່ຕ້ອງການ ກໍ່ສະໝັກເຂົ້າໄປບໍລິຈາກ ຊຶ່ງທ່ານໝໍສະເໜີເງື່ອນໄຂຈະເອົາລົດໂຮງໝໍໄປຮັບຂໍພຽງແຕ່ບອກຊື່ບ້ານມາ ແຕ່ບັອບບີ່ໜຸ່ນ້ຳໃຈງາມຄົນນີ້ກໍ່ຕອບປະຕິເສດ ແລະບອກວ່າຈະຂີ່ລົດເຂົ້າມາໃຫ້ເລືອດເອງຢູ່ໂຮງໝໍ ແລະບໍ່ເທົ່າໃດນາທີຕໍ່ມາກໍ່ມາຮອດໂຮງໝໍເພື່ອທຳການບໍລິຈາກທັນທີ ຖືເປັນຊາຍໜຸ່ມຜູ້ເສຍສະຫຼະທີ່ສົມແກ່ການຍົກຍ້ອງເປັນຢ່າງຍິ່ງ.


ສ່ວນສາວຂ້າງລູ່ມນີ້ຊື່ວ່າ ນາງທິບພະກອນ ບຸດດີ ຍັງເປັນສາວນ້ອຍທີ່ມີນ້ຳໃຈໂອບເອື້ອອາລີຄົນໜຶ່ງ ຊຶ່ງໃນຂະນະທີ່ຮູ້ເຫັນຂ່າວນາງທິບພະກອນ ຕາມເບິ່ງແລ້ວສາວນ້ອຍຄົນນີ້ເຝົ້າຟັ່ງຢາກໄປໃຫ້ການຊ່ວຍເຫຼືອແຕ່ເປັນແມ່ຍິງບໍ່ກ້າຂີ່ລົດໄປກາງຄືນ ທາງໂຮງໝໍຈິ່ງອາສາໄປຮັບເພື່ອມາກວດສອບວ່າສາດເອົາອອກໄດ້ຫຼືບໍ? ສຸດທ້າຍຄືທີ່ເຫັນນາງໄດ້ໃຫ້ເລືອດຖົງໜຶ່ງຊ່ວຍຊີວິດແມ່ຍິງຄົນນັ້ນໄປເປັນທີ່ຮຽບຮ້ອຍແລ້ວ.




ນ້ຳໃຈເສຍສະຫຼະເພື່ອເພື່ອນມະນຸດດ້ວຍກັນ ຂອງຊາວໜຸ່ມ 2 ຄົນນີ້ຖືເປັນແບບຢ່າງທີ່ດີທີ່ສຸດ ເຖິງແມ່ນຈະບໍ່ມີຈັກກັນມາກ່ອນກໍ່ຕາມ ການສ້າງຄວາມດີໄວ້ບໍ່ມີເສຍຫາຍມີແຕ່ຈະເພີ່ມພູນຄູນສ້າງໃຫ້ໄດ້ບູນໄດ້ກຸສົນ, ໄດ້ຄວາມຮັກແພງຈາກເພື່ອນຝູງ ແລະສັງຄົມຂຶ້ນໄປເລື້ອຍໆ ທີມງານລາວອັບເດດຂໍຊົມເຊີຍຢ່າງສຸດໃຈກັບຜົນງານຂອງນ້ອງໆທັງສອງ ຂໍໃຫ້ນ້ອງ 2 ຄົນຈົ່ງມີຊີວິດທີ່ດີເປັນທີ່ຮັກແພງຂອງສັງຄົມຂຶ້ນໄປເລື້ອຍໆ.


ຊາວໜຸ່ມແບບຢ່າງຜູ້ມີນ້ຳໃຈ ຊົມເຊີຍເຈົ້າທັງສອງຫຼາຍໆ



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.