ກໍ່ສ້າງ

ຫົວຫນ້າໂຄງການເຜີຍ ຂົວຂ້າມນໍ້າຂອງ ປາກລາຍ-ຊະນະຄາມ ຈະໃຫ້ໄດ້ໃຊ້ໃນເດືອນນີ້


ຫນັງສືພິມ ເສດຖະກິດ ການຄ້າ ລາຍງານໃນວັນທີ 5 ກັນຍາຜ່ານມາວ່າ: ພໍ່ແມ່ປະຊາຊົນ ແລະ ຜູ້ຂັບຂີ່ທີ່ຈະເດີນທາງຜ່ານຊະນະຄາມ ຫາ ປາກລາຍ ແຂວງໄຊຍະບູລີ ໄດ້ຄອງຄອຍຜົນສຳເລັດການກໍ່ສ້າງ ຂົວຂ້າວນ້ຳຂອງ ລະຫວ່າງ ນາສັກ-ຄົກເຂົ້າດໍ (ປາກລາຍ-ຊະນະຄາມ) ທີ່ໄດ້ລົງມືກໍ່ສ້າງມາແຕ່ປີ 2012  ຢ່າງໃຈຈົດຈໍ່ ,  ຂະນະທີ່ຫົວໜ້າໂຄງການກໍ່ເຫັນໃຈປະຊາຊົນ ແລະ ຂໍເລັ່ງປູອັດສະຟານໜ້າຂົວໃຫ້ສຳເລັດກໍ່ຈະເປີດໃຫ້ນຳໃຊ້ທັນທີ.


ທ່ານ ບົວວຽງ ຈຳປາພັນ ຫົວໜ້າໂຄງການ ກໍ່ສເາງຂົວຂ້າວນ້ຳຂອງ ນາສັກ-ຄົກເຂົ້າດໍ ໄດ້ໃຫ້ສຳພາດວ່າ: ສະພາບການຈັດຕັ້ງປະຕິບັດໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ລະຫວ່າງ ບ້ານນາສັກ ເມືອງປາກລາຍ ແຂວງໄຊຍະບູລີ ຫາ ບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ແມ່ນໄດ້ສຳເລັດ 100% ໃນເດືອນເມສາ 2017 ຕາມສັນຍາ, ແຕ່ເພື່ອຮັບປະກັນດ້ານຄວາມປອດໄພ, ດ້ານຄຸນນະພາບ ແລະ ອາຍຸການໃຊ້ງານ ທາງໂຄງການຈຶ່ງເຫັນວ່າມີຄວາມຈຳເປັນຕ້ອງເພີ່ມ 2 ໜ້າວຽກເຂົ້າອີກຄື: 1: ທາສີຄືນໃໝ່ ແລະ 2: ສະເໜີປູຢາງຂົ້ວ (ອັດສະຟານ) ອີກຊັ້ນໜຶ່ງທັບໜ້າຂົວ.

ມາຮອດປັດຈຸບັນພວກເຮົາສຳເລັດວຽກທາສີແລ້ວ 100%, ສ່ວນວຽກປູຢາງຂົ້ວແມ່ນກຳລັງຢູ່ໃນຂັ້ນຕອນກຳລັງຈັດຕັ້ງປະຕິບັດ.


ທ່ານກ່າວຕື່ມວ່າ: ພວກເຮົາສຸດທີ່ເຫັນໃຈປະຊາຊົນທີ່ຂ້າມບັກເຊິ່ງເຮັດໃຫ້ມີຄວາມຫຍຸ້ງຍາກ, ເສຍເວລາ ແລະ ມີຄວມສ່ຽງ ແຕ່ເພື່ອຮັບປະກັນຄວາມປອດໄພຂອງຂົວ ຫຼື ການໃນໃຊ້ຂົວ ພວກເຮົາຈຶ່ງຕ້ອງປູອັດສະຟານທັບໜ້າຂົວຕື່ມ ດັ່ງນັ້ນຈຶ່ງບໍ່ສາມາດໃຫ້ລົດສັນຈອນຜ່ານຂົວໄດ້. ເຖິງຢ່າງໃດກໍ່ຕາມພວກເຮົາຈະເລັ່ງປະຕິບັດວຽກດັ່ງກ່າວໃຫ້ສຳເລັດໂດຍໄວ ເຊິ່ງຄາດວ່າຈະໃຫ້ສຳເລັດໃນກາງເດືອນກັນຍານີ້ ແລະ ຈະເປີດໃຫ້ພໍ່ແມ່ປະຊາຊົນນຳໃຊ້ກ່ອນທັນທີ ຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ສ່ວນພິທີມອບ-ຮັບໂຄງການ ຄາດວ່າຈະແມ່ນເດືອນຕຸລາ 2017.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.