ກິລາ

ໄດ້ແລ້ວ 4 ທີມຈາກອາຊີ ໄປບານໂລກ ຮອບສຸດທ້າຍ


   ການແຂ່ງຂັນບານໂລກ 2018 ຮອບຄັດເລຶອກໂຊນອາຊີ ເມື່ອວັນທີ 5 ກັນຍາ ທີ່ຜ່ານມາ ສໍາເລັດຮອບຄັດເລຶອກ 12 ທີມສຸດທ້າຍເປັນທີ່ຮຽບຮ້ອຍ.


   ໂດຍເປັນ ອາຣັບບີ ຊາອູດິດ ທີ່ບຽດເອົາຊະນະ ທີມຊາດຍີ່ປຸ່ນ 1-0 ເກັບ 3 ຄະແນນສໍາຄັນ ພ້ອມກັບເຮັດໃຫ້ຈົບອັນດັບທີ 2 ຂອງກຸ່ມ B ຜ່ານເຂົ້າໄປຫຼິ້ນຮອບສຸດທ້າຍທີ່ປະເທດຣັດເຊຍ ໃນປີໜ້າ ແບບອັດຕະໂນມັດ ຕາມ ຍີ່ປຸ່ນ ທີມນໍາຂອງກຸ່ມ.




   ຂະນະທີ່ ອົດສະຕຣາລີ ນັດສຸດທ້າຍເອົາຊະນະ ທີມຊາດໄທ 2-1 ຕ້ອງໄປຫຼິ້ນຮອບເພລອ໊ອຟ ເທົ່ານັ້ນ ເຖິງຈະມີຄະແນນເທົ່າກັບ ອາຣັບບີ ຊາອູດິດ ແຕ່ປະຕູໄດ້ເສຍເປັນຮອງ 2 ໜ່ວຍ.


   ສ່ວນກຸ່ມ A ອີຣານ ເຂົ້າຮອບສຸດທ້າຍດ້ວຍການເປັນແຊັມກຸ່ມ, ອັນດັບ 2 ສ ເກົາຫຼີ, ອັນດັບ 3 ຊີເຣຍ ທີ່ບຸກໄປຕີສະເໝີ ອີຣານ 2-2 ພ້ອມບຽດ ອຸດສະເບກິດສະຖານ ເຂົ້າໄປຫຼິ້ນຮອບເພລອ໊ອຟດ້ວຍການເປັນອັນດັບ 3 ຂອງກຸ່ມ ໂດຍມີ 13 ຄະແນນເທົ່າກັນ ແຕ່ປະຕູໄດ້ເສຍດີກວ່າ 2 ໜ່ວຍ.


   ຮອບເພລອ໊ອຟຂອງການແຂ່ງຂັນບານໂລກ 2018 ໂຊນອາຊີ ລະຫວ່າງ ອົດສະຕຣາລີ ກັບ ຊີເຣຍ ຈະມີຂຶ້ນໃນວັນທີ 5 ຕຸລາ 2017 ແລະ 10 ຕຸລາ 2017 ໂດຍທີມຊະນະຈະຜ່ານເຂົ້າຮອບໄປພົບກັບ ທີມອັນດັບ 4 ຈາກໂຊນຄອນຄາເຄຟ ( ໂຊນອາເມຣິກາ ) ເພື່ອລຸ້ນຄວ້າສິດໄປບານໂລກຮອບສຸດທ້າຍ ທີ່ປະເທດຣັດເຊຍ ໃນກາງປີໜ້າ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About larmkp

0 comments:

Post a Comment

Powered by Blogger.