ປະກົດການຫຍໍ້ທໍ້

ອີ່ຕົນນ້ອງເດ... ມາພົບອຸບັດເຫດຕັ້ງແຕ່ນ້ອຍ... ລະມັດລະວັງແດ່ເດີພີ່ນ້ອງເອີຍ








ເຫດການອຸບັດເຫດລົດຈັກຕຳກັນ ມື້ຄືນນີ້ ທີ່ບ້ານຫົວຂົວ  ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ  ມີຜູ້ບາດເຈັບ4 ຄົນ ແຕ່ທີ່ຫນ້າເສົ້າໃຈ  ນັ້ນກໍຄືມີເດັກນ້ອຍຮ່ວມຢູ່ນຳ  ເຊິ່ງຕາມພາບອາຍຸຫນ້າຈະປະມານສາມສີປີ ມີບາດແຜທີ່ຄິ້ວ, ແຕ່ໂຊກຍັງດີ ທີ່ບໍ່ເຈັບຫຼາຍ.

ຕາມການລາຍງານມູນນິທິ ກູ້ໄພ ນາຄາ ວ່າ: ໃນວັນທີ 05/09/17 ເວລາ 21:11 ໜ່ວຍກູ້ໄພມູນນິທິ ນາຄາ ໄດ້ຮັບແຈ້ງເຫດຜ່ານເບີ 23456784 ວ່າມີລົດຈັກຕຳກັນ ຈຸດເກີດເຫດແມ່ນຢູ່ ເຂດບ້ານ ຫົວຂົວ 3ແຍກເຝີຕົ້ນຕານ

ດັ່ງນັ້ນໜ່ວຍກູ້ໄພນາຄາຈື່ງອອກກວດສອບເຫດເມື່ອຮອດຈຸດເກີດເຫດພົບເຫັນ ຜູ້ບາດ ເຈັບ 4ຄົນ
ເປັນເພດຍິ່ງ ທັງໝົດ ອາການເບື້ອງຕົ້ນແມ່ນ ມີບາດແຜທະຫລອກ ຕາມແຂນຂາ ແລະ ໃບໜ້າ ເລັກໜ້ອຍ.


ດັ່ງນັ້ນໜ່ວຍກູ້ໄພມູນນິທິ ນາຄາ ຈຶ່ງປະຖົມພະຍາບານຂັ້ນເບື້ອງຕົ້ນ
ໝາຍເຫດ : ( ຜູ້ກ່ຽວບໍ່ປະສົ່ງໄປໂຮງໝໍ )


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.