ກວດຄຸນນະພາບນ້ຳມັນ

ລັດຖະບານ ຕັ້ງເປົ້າກໍານົດ 16 ດ່ານ ເພື່ອກວດກາຄຸນນະພາບນໍ້າມັນ


ຂປລ. ລັດຖະບານລາວ ຈະສູ້ຊົນຈັດຕັ້ງປະຕິບັດໃຫ້ສໍາເລັດ ໃນການກໍານົດເອົາ 16 ດ່ານສາກົນ ທົ່ວປະເທດ ເປັນບ່ອນກວດສອບ ແລະ ອອກໃບຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄພ ທີ່ນໍາເຂົ້າຈາກຕ່າງປະເທດ  ພາຍໃນປີ 2018. ຂະນະທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍສໍາເລັດການເປີດສາຍດ່ວນ 1513 ເພື່ອຮັບເອົາຄໍາຮ້ອງທຸກຈາກຜູ້ຊົມໃຊ້.


ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປີດເຜີຍອາທິດນີ້ ວ່າ: ກະຊວງຂອງຕົນໄດ້ສໍາເລັດກໍານົດ 14 ດ່ານສາກົນ ເພື່ອກວດສອບ ແລະ ອອກໃບຢັ້ງຢືນ ຄຸນນະພາບນໍ້າມັນເຊື້ອໄຟ ກ່ອນການນໍາເຂົ້າ ສປປ ລາວ ແລະ ມີແຜນຂະຫຍາຍຕື່ມອີກ 2 ດ່ານສາກົນ ໃຫ້ຄົບຕາມເປົ້າໝາຍ 16 ດ່ານສາກົນ ທີ່ມີການນໍາເຂົ້ານໍ້າມັນເຊື້ອໄຟ ໃນທົ່ວປະເທດ ພາຍໃນປີ 2018.

ພາຍໃຕ້ສັນຍາ ວ່າດ້ວຍອຸປະສັກທາງດ້ານເຕັກນິກ ຕໍ່ການຄ້າ ຫລື Technical Barriers to Trade (TBTs), ໃນຂອບອົງການ ການຄ້າໂລກ ຫລື World Trade Organization (WTO) ໄດ້ໃຫ້ສິດແກ່ປະເທດສະມາຊິກ ໃນການນຳໃຊ້ມາດຕະການທາງດ້ານເຕັກນິກ; ໂດຍຮັບປະກັນວ່າລະບຽບການທາງດ້ານເຕັກນິກ, ມາດຕະຖານ ແລະ ຂັ້ນຕອນການກວດສອບຄວາມສອດຄ່ອງ  ທາງດ້ານລະບຽບການທີ່ວາງອອກ ແມ່ນບໍ່ສ້າງອຸປະສັກຕໍ່ການຄ້າ ທີ່ບໍ່ຈຳເປັນ. ໃນປີ 2007 ສປປ ລາວ ໄດ້ປະກາດໃຊ້ກົດໝາຍ ວ່າດ້ວຍມາດຕະຖານ ສະບັບທຳອິດ ແລະ ມີການປັບປຸງກົດໝາຍດັ່ງກ່າວ  ໃນປີ 2014, ປັບປຸງກົດໝາຍວ່າດ້ວຍການວັດແທກ ໃນປີ 2013 ແລະ ອອກຂໍ້ຕົກລົງວ່າດວ້ຍການກວດກາຄຸນນະພາບສິນຄ້າ 2009 ເພື່ອຄຸ້ມຄອງ ແລະ ສ້າງມາດຕະຖານຂອງສິນຄ້າ.


ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປີດຫ້ອງກວດສອບຄຸນນະພາບ ນໍ້າມັນເຊື້ອໄຟ 14 ດ່ານທົ່ວປະເທດ ທີ່ມີການນຳເຂົ້ານໍ້າມັນເຊື້ອໄຟ ເພື່ອເກັບຕົວຢ່າງ ນໍ້າມັນເຊື້ອໄຟ ຈາກລົດຂົນສົ່ງນໍ້າມັນເຊື້ອໄຟທຸກຄັນ ແລ້ວນຳໄປກວດກາຄຸນນະພາບ ໃຫ້ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ. ພາຍຫລັງໄດ້ຮັບການກວດກາ ຢ່າງຖືກຕ້ອງແລ້ວເຈົ້າໜ້າທີ່ ຈະອອກໃບຢັ້ງຢືນ ການກວດ ສອບ ຄຸນນະພາບນໍ້າມັນເຊື້ອໄຟ ທີ່ນຳເຂົ້າປະຈຳດ່ານ.


ນອກຈາກນັ້ນ, ຍັງມີການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຢູ່ຕາມສາງເກັບນໍ້າມັນເຊື້ອໄຟ ແລະ ຕາມປໍ້າຈໍາໜ່າຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດປີລະຄັ້ງ. ພ້ອມນັ້ນ, ສູນດັ່ງກ່າວຍັງໄດ້ມີລົດກວດຄຸນນະພາບນໍ້າມັນເຊື້ອໄຟເຄື່ອນທີ່ ໄວ້ບໍລິການຕາມການຮ້ອງຮຽນຂອງປະຊາຊົນ ແລະ ເປີດສາຍດ່ວນ 1513 ຈາກຜູ້ຊົມໃຊ້.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.