ກະຊວງ ການຕ່າງປະເທດ

ລັດຖະມົນຕີຕ່າງປະເທດ ລາວ-ກຳປູເຈຍ ສືບຕໍ່ຫາລືແກ້ໄຂບັນຫາຊາຍແດນ



ໂດຍປະຕິບັດຕາມການຕົກລົງຈັດກອງປະຊຸມຂອງສອງນາຍົກລັດຖະມົນຕີລາວ ແລະ ກຳປູເຈຍ ຄັ້ງວັນທີ 1 ກັນຍາ 2017 ທີ່ຜ່ານມາທີ່ເຫັນດີເປັນເອກະພາບກັນມອບໝາຍໃຫ້ລັດຖະມົນຕີກະຊວງການຕ່າງປະເທດທັງສອງປະເທດ ພົບປະປຶກສາຫາລືກັນເພື່ອຊອກວິທີທາງໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງເພື່ອກ້າວໄປສູ່ການປັກຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ.

ໃນວັນທີ 5 ກັນຍາ 2017 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ປຣາກ ໂສກົນ  ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ ໄດ້ພົບປະປຶກສາຫາລືກັນ ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກຳປູເຈຍ.


ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີມາແຕ່ບູຮານນະການ ລະຫວ່າງສອງປະເທດ ຊຶ່ງສອງຝ່າຍໄດ້ເປັນເອກະພາບກັນກ່ຽວກັບທິດທາງໃນການຈັດຕັ້ງປະຕິບັດວຽກງານເພື່ອແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດທີ່ຍັງຄົງຄ້າງຮ່ວມກັນດັ່ງນີີ້:

1. ສອງຝ່າຍໄດ້ເປັນເອກະພາບກັນກ່ຽວກັບເນື້ອໃນການຮ່າງຈົດໝາຍໃນນາມນາຍົກລັດຖະມົນຕີລາວ ແລະ ນາຍົກ ລັດຖະມົນຕີກຳປູເຈຍ ເຖິງປະທານາທິບໍດີຝຣັ່ງເພື່ອສະເໜີໃຫ້ຝຣັ່ງຊ່ວຍສົ່ງທຸກໆແຜນທີ່ ແລະ ເອກະສານທີ່ກ່ຽວຂ້ອງກັບການກໍານົດເສັ້ນຊາຍແດນລະຫວ່າງລາວ-ກຳປູເຈຍ ສະໄໝຝຣັ່ງປົກຄອງໃຫ້ລັດຖະບານສອງປະເທດລາວ ແລະ ກຳປູເຈຍເພື່ອເປັນພື້ນຖານໃນການແກ້ໄຂ ບັນຫາຊາຍແດນທີ່ຍັງຄົງຄ້າງຮ່ວມກັນ.


2. ສອງຝ່າຍຕົກລົງເປັນເອກະພາບກັນມອບໝາຍໃຫ້ຄະນະກຳມະການຊາຍແດນສອງຝ່າຍ ລົງກວດກາພື້ນທີ່ຕົວຈິງໃນເວລາອັນໃກ້ໆ ເພື່ອຮ່ວມກັນແກ້ໄຂຈຸດຄົງຄ້າງຊາຍແດນ 4 ຈຸດ ທີ່ຂຶ້ນກັບແຂວງຈຳປາສັກຂອງລາວ ແລະ ແຂວງຊຽງແຕງຂອງກຳປູເຈຍ ເພື່ອກ້າວໄປເຖິງການປັກຫຼັກໝາຍຊາຍແດນຮ່ວມກັນໃຫ້ສຳເລັດໂດຍໄວ.

3. ສອງຝ່າຍໄດ້ເປັນເອກະພາບກັນໃຫ້ຄະນະກຳມະການຊາຍແດນສອງປະເທດ ມອບໝາຍໃຫ້ຄະນະອະນຸກຳມະ ການເຕັກນິກ ລາວ-ກໍາປູເຈຍ; ກໍາປູເຈຍ-ລາວ ລົງກວດກາຢູ່ພື້ນທີ່ຕົວຈິງບໍລິເວນຈຸດຄົງຄ້າງແກ້ງຕໍໍມໍຄອຍ-ຫ້ວຍຕະເງົາ ຮ່ວມກັນຖ້າຈຸດໃດທີ່ສອງຝ່າຍສາມາດຕົກລົງກັນໄດ້ໃຫ້ປັກຫຼັກໝາຍຊາຍແດນໄປພ້ອມ, ທັງນີ້ເພື່ອກ້າວໄປສູ່ການປັກຫຼັກໝາຍຊາຍແດນຕໍ່ໆໄປ.

ນອກຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກັນ ກ່ຽວກັບການສຶກສາຄວາມອາດສາມາດເປັນໄປໄດ້ໃນການປັກຫຼັກໝາຍຖີ່ຮ່ວມກັນໃນຕໍ່ໜ້າ ແລະ ທັງສອງຝ່າຍໄດ້ລົງນາມບົດບັນທຶກກອງປະຊຸມດັ່ງກ່າວຮ່ວມກັນເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດຕໍ່ໄປ.


ໝາກຜົນຂອງການປຶກສາຫາລືຂອງລັດຖະມົນຕີກະຊວງການຕ່າງປະເທດສອງປະເທດໃນຄັ້ງນີ້ ແມ່ນມີຄວາມ ໝາຍຄວາມສຳຄັນຕໍ່ການພົວພັນ ແລະ ຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ຖືວ່າເປັນບາດ ກ້າວສຳຄັນໃນການເພີ່ມທະວີຄວາມໄວ້ເນື້ອເຊື້ອໃຈ ແລະ ການຮ່ວມມືກັນໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງໃນຈຸດອື່ນໆທີ່ຍັງເຫລືອ ເພື່ອເຮັດໃຫ້ເສັ້ນຊາຍແດນກາຍເປັນເສັ້ນຊາຍແດນ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງແທ້ຈິງ.



ແຫລ່ງຂ່າວຈາກກະຊວງການຕ່າງປະເທດ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.