ໂຈນຂີ້ລັກ

ໄປເຮັດວຽກບ້ານເພິ່ນຍັງບໍ່ແລ້ວ ... ກໍ່ເລື່ອງລັກເຄື່ອງອີກ ຈົນຖືກຈັບ



ໜັງສືພິມໄທຣັດ ລາຍງານວ່າ: ຕຳຫຼວດ ບາງສະພານນ້ອຍ ໄດ້ຈັບກຸມແຮງງານລາວ ທີ່ລັກເຂົ້າເຮືອນຊາວອາເມລິກາ ລັກທັງເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງອື່ນໆ.

ເວລາ10:30ໂມງ ຂອງວັນທີ 5 ກັນຍາ ພັນຕຳຫຼວດເອກ ສະກົນ ສິດທິວິໄຊ ຜູ້ກຳກັບ ສະຖານີຕຳຫຼວດ ບາງສະພາຍນ້ອຍ ໄດ້ສັ່ງການໃຫ້ ພັນຕຳຫຼວດໂທ ສຸຄົນ ນຽມເພາະ  ພ້ອມເຈົ້າຫນ້າທີ່ແລະຊຸດສືບສວນ
ເດີນທາງໄປໂຮງຢາງພາລາ ບໍ່ມີເລກທະບຽນ ທີ່ໝູ່1 ຕຳບົນຊາຍທອງ ອໍາເພີ ບາງສະພານນ້ອຍ ຈັບກຸມທ້າວ PEK PENGUIN ອາຊີບຮັບຈ້າງກີດຢາງພາລາ ສັນຊາດລາວ ຕາມໝາຍຈັບຂອງສານ ຈັງຫວັດປະຈວບຄີຣີຂັນ ຂໍ້ຫາ ລັກຊັບໃນສະຖານເຄຫາ ໂດຍໃຊ້ຍານພາຫະນະເພື່ອຄວາມສະດວກໃນການກະທຳຄວາມຜິດແລະພາຊັບໄປ.


ສືບເນື່ອງຈາກເມື່ອວັນທີ 4 ກັນຍາ ຜ່ານມາ ທ້າວ ແຊດເຄີຣີ ເຈຄອບ ສະລິແວນ ອາຍຸ 29 ປີ ຊາວອາເມລິກາ ຢູ່ເຮືອນເລກທີ 59/2 ມ3 ຕຳບົນຊາຍທອງ ອໍາເພີ ບາງສະພານນ້ອຍ ຈັງຫວັດ ປະຈວບຄີຣີຂັນ ໄດ້ມາຮ້ອງທຸກກັບພະນັງການສືບສວນວ່າມີຄົນຮ້າຍໄປລັກຊັບພາຍໃນເຮືອນ ໄດ້ຊັບສິນໄປເປັນເຄື່ອງໃຊ້ໄຟຟ້າ ເຄື່ອງນຸ່ງຫົ່ມ ເຄື່ອງດື່ມແລ້ວລົບຫນີ. ຕໍ່ມາຊາບວ່າຄົນຮ້າຍລາຍນີ້ຄືທ້າວ PEK PENGUINຈິ່ງຂໍອະນຸຍາດໝາຍຈັບ.

ຕາມການສືບສວນເບື້ອງຕົ້ນ PEK PENGUINສາລະພາບວ່າໃຊ້ລົດຈັກຍາຍາຮາ ສີເງິນໃນການ
ກໍ່ເຫດ ໂດຍເຂົ້າ ໄປເຮືອນຂອງຜູ້ເສຍຫາຍທີ່ມີເມຍເປັນຄົນໄທ ໃນເວລາເຈົ້າຂອງເຮືອນບໍ່ຢູ່ ເຖິງ5 ຄັ້ງ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.