ທ່ອງທ່ຽວ

ພະຍາສີໂຄດຕະບອງ ປະຫວັດ ແລະ ຕຳນານທີ່ຄວນຮູ້

 
ຕັ້ງແຕ່ດົນນານມາແລ້ວ ມີຄອບຄົວໜື່ງມີລູກຊາຍໜື່ງຄົນຊື່ວ່າ: ທ້າວສີ ເຊິ່ງເປັນຄົນຂີ້ດື້ ແລະ ສະຫຼາດ.
ມາວັນໜຶ່ງພໍ່ແມ່ເລີຍປືກສາກັນຢາກໃຫ້ທ້າວສີບວດຈາກນັ້ນທ້າວສີກໍ່ບວດໄດ້ເຖິງ 8 ພັນສາ ແລ້ວກໍ່ລາສິກອອກມາແລ້ວມີຊື່ອິກຊື່ໜຶ່ງວ່າ: ຊຽງສີ, ເມື່ອຊຽງສີເຫັນວ່າພໍ່ແມ່ເຖົ້າແກ່ຫຼາຍແລ້ວ ຈິ່ງຢາກໄປລ້ຽງພໍ່ແມ່ຍາມແກ່ເຖົ້າເພື່ອຕອບບຸນແທນຄຸນໃຫ້ສົມກັບຄວາມທຸກຍາກທີ່ພໍ່ກັບແມ່ລ້ຽງຕົນມາ, ຍ້ອນຢ້ານວ່າທ້າວຊຽງສີບໍ່ມີອະນາຄົດ, ພໍ່ກັບແມ່ຈິ່ງເອົາທ້າວຊຽງສີໄປມອບໃຫ້ແກ່ເຈົ້າພະຍາເມືອງ
ມະຣຸກຂະ ເພື່ອເປັນຂ້ອຍຂ້າຮັບໃຊ້ແລ້ວແຕ່ພະຍາຈະໃຊ້.



ເມື່ອມອບທ້າວຊຽງສີໃຫ້ພະຍາແລ້ວ ເຈົ້າພະຍາຈິ່ງແຕ່ງໃຫ້ທ້າວຊຽງສີເຂົ້າໄປເອົານໍ້າມັນຍາງໃນປ່າກັບໝູ່, ພວກໝູ່ເຫັນທ້າວຊຽງສີເປັນຄົນທີ່ມີຮູບຮ່າງບາງນ້ອຍ ເລີຍແຕ່ງໜ້າທີ່ໃຫ້ລາວເປັນຜູ້ຄົວກິນ
ຖ້າໝູ່.
ພໍດີມາມື້ໜຶ່ງພໍແຕ່ໜື້ງເຂົ້າສຸກແລ້ວ ທ້າວຊຽງຈຶ່ງອອກໄປຊອກໄມ້ກະດ້າມ ເພື່ອມາສວ່າຍເຂົ້າລາວໄປ
ຕັດເອົາໄມ້ງິ້ວດຳໄດ້ທ່ອນໜຶ່ງ, ເພື່ອມາແປງເປັນໄມ້ກະດ້າມ ເມື່ອລາວສວ່າຍເຂົ້າ ທ້າວຊຽງ ຮ້ອງອອກມາວ່າ: " ໂອ້! ຕາຍ!" ພໍແຕ່ໄມ້ກະດ້າມງິ້ວມາສວ່າຍເຂົ້າເຂົ້າທີ່ຖືກໄມ້ງິ້ວດຳ ກໍ່ກາຍເປັນສີດຳປີ໊ໄປໝົດ


ລາວຕົກໃຈຢ່າງໃຫ່ຍ, ລາວຄິດວ່າບໍ່ຢາກໃຫ້ໝູ່ຮູ້, ທ້າວຊຽງສີເລີຍຕ້ອງກິນເຂົ້າໃຫ້ໝົດທັນທີພໍແຕ່ລາວກິນເຂົ້າສີດຳນັ້ນແລ້ວ ກໍ່ເກີດມີເຮື່ອແຮງ ມີຮ່າງກາຍແຂງແຮງຂື້ນ, ມີກຳລັງວັງຊາເທົ່າຊ້າງຫຼາຍໂຕຢ່າງໜ້າອັດສະຈັນ.
 ເພື່ອລອງເບິ່ງກຳລັງວັງຊາທ້າວຊຽງສີເລີຍກົ່ງເອົາກົກຢາງໃຫ່ຍຕົ້ນໜຶ່ງເອົາໝໍ້ເຂົ້າຮ້ອຍໄວ້ກັບປາຍ
ຍອດຕົ້ນຢາງນັ້ນ ເມື່ອໝູ່ກັບມາຖາມຫາໝໍ້ເຂົ້າ ລາວກໍ່ໄດ້ຈ່ອງເອົາໝໍ້ເຂົ້າລົງມາຈາກປາຍໄມ້ຍາງ
ໝູ່ຄູ່ເຫັນແນວນັ້ນກໍ່ງຶດງໍ້ອັດສະຈັນທີ່ສຸດ.

ບັດນີ້ກ່າວເຖິງນະຄອນຫຼວງວຽງຈັນໄດ້ເກີດມີຝູງຊ້າງຈຳນວນຫຼວງຫຼາຍເຂົ້າໄປທຳລາຍມ້າງເພ, ເຮັດໃຫ້ບ້ານເຮືອນ,ຜົນລະປູກເສຍຫາຍຈຳນວນຫຼວງຫຼາຍ,ປະຊາລາດຊະດອນຮັບຄວາມເດືອດ
ຮ້ອນ,ລົ້ມຕາຍ,ສັບສົນວຸ້ນວາຍໄປທົ່ວຈາກນັ້ນພະຍາຜູ້ປົກຄອງເມືອງວຽງຈັນຈື່ງຮຽກຮ້ອງເຊີນເສນາອາມາດເພື່ອປືກສາຫາລືເປົ່າປະກາດຫາຄົນເກັ່ງກ້າທີ່ຈະມາປາບຝູງຊ້າງດ້ວຍຄວາມສັດຈະທຳແມ່ນໃຜປາບຝູງຊ້າງນີ້ໄດ້ ຈະຍົກລູກສາວໃຫ້ ແລະ ໃຫ້ປົກຄອງເມືອງເຄິ່ງໜຶ່ງ.


ພໍແຕ່ທ້າວຊຽງສີຮູ້ຂ່າວຄືແນວນັ້ນ ລາວກໍ່ຟ້າວໄປຕັດໄມ້ງິ້ວດຳມາເປັນຄ້ອນອາວຸດ ແລ້ວເດີນທາງມາ
ນະຄອນຫຼວງວຽງຈັນທັນທີ. ພໍມາຮອດນະຄອນຫຼວງວຽງຈັນ ລາວກໍ່ບໍ່ລໍຊ້າ, ລາວໄດ້ໃຊ້ໄມ້ກະບອງທຸບຕີ
ຂັບໄລ່ຝູງຊ້າງອົງອາດກ້າຫານທ້າວຊຽງສີໄດ້ໃຊ້ຄ້ອນທີ່ຄ້າຍກະບອງ ຕີຊ້າງເຮັດໃຫ້ຊ້າງຟົ້ງກະເດັນ
ທົ່ວທີບທົ່ວແດນ. ເຫຼືອແຕ່ຫົວໜ້າຊ້າງທີ່ໄດ້ສູ້ກັບທ້າວຊຽງສີຢູ່ສາມມື້ສາມຄືນ ຈິ່ງຍອມຈຳນົນ ແລະ ຂໍຮັບໃຊ້ທ້າວຊຽງສີຢູ່ໃນເມືອງ.

ພໍແຕ່ປາບຝູງຊ້າງແຕກພ່າຍໜີໄປໝົດແລ້ວ ພະຍາກໍ່ຮຽກເອົາທ້າວຊຽງສີເຂົ້າພົບ ແລະ ມອບລູກສາວ ຊື່ວ່າ: ນາງຂຽວຄ້ອມ ໃຫ້ເປັນພັນລະຍາ ແລະ ມອບເມືອງໃຫ້ປົກຄອງເຄິ່ງໜື່ງ ພະຍາປົກຄອງເມືອງວຽງຈັນ ຜູ້ເປັນພໍ່ໄດ້ແຕ່ງຕັ້ງໃຫ້ ທ້າວຊຽງສີ ເປັນພະຍາປົກຄອງເມືອງມະຣຸຂະນະຄອນ (ສີໂຄດຕະບອງ) ແຕ່ນັນມາຈື່ງໄດ້ເອີ້ນວ່າ: ເມືອງສີໂຄດຕະບອງ.

ຢູ່ມາບໍ່ນານກໍ່ມີເສນາມາສັບສໍ່ໃສ່ຫູພະຍານະຄອນຫຼວງວຽງຈັນວ່າ: " ສິໂຄດຕະບອງມີລິດເດດຄືແນນນັ້ນ ບໍ່ດົນອາດຈະຄິດຍາດຊິງບັນລັງຂອງພໍ່ເຖົ້າກໍເປັນໄດ້ " ພະຍານະຄອນວຽງຈັນກໍຫຼົງເຊື່ອຄວາມ
ຍຸແຍ່ຈິ່ງໃຫ້ລູກສາວຜູ້ເປັນເມຍຂອງ ທ້າງຊຽງສີ ທຳທ່າເອົາໃຈສາມີ ເພື່ອຢາກຮູ້ຄວາມລັບທີ່ເຮັດໃຫ້
ພະຍາສີໂຄດຕະບອງເກັ່ງກ້າມີລິດເດດນັນຍ້ອນອັນໃດ? ຫຼື ມີອັນໃດເຮັດໃຫ້ຕາຍໄດ້ ? ໃຫ້ນາງຂຽວຄ້ອມຜູ້ເປັນເມຍຖາມ ນາງຂຽວຄ້ອມ ກໍ່ມາເກ້ຍກ່ອມເອົາໃຈຜົວ ແລ້ວຖາມຄວາມລັບນຳຜົວ ໂດຍ
ໃຊ້ເລ້ຫຼ່ຽມພັນປະການຈົນ ພະຍາສີໂຄດຕະບອງຫຼົງເຊື່ອ, ຍ້ອນຮັກເມຍຫຼາຍລາວຈື່ງບອກໃຫ້ຮູ້ທຸກຢ່າງວ່າ: " ອ້າຍນີ້ບໍ່ຢ້ານຫຍັງໝົດຢ້ານແຕ່ຫຼ່ອງຮູເກົ່າເທົ່ານັ້ນ" ຜູ້ເປັນເມຍໄປທູນບອກກັບພະຍານະຄອນຫຼວງວຽງຈັນ.

ພໍຮູ້ຈັກຈຸດອ່ອນຂອງພະຍາສີໂຄດຕະບອງແລ້ວ,ພະຍານະຄອນຫຼວງວຽງຈັນກໍຂໍເຊີນໃຫ້ລູກເຂີຍເຂົ້າ
ມາພົບພໍ່ເຖົ້າທີ່ນະຄອນຫຼວງວຽງຈັນ, ພໍລູກເຂີຍມາຮອດແລ້ວ ພໍ່ເຖົ້າກໍ່ຈັດຫ້ອງພັກເຊົາໃຫ້ໂດຍ
ສະເພາະ, ແລ້ວພະຍານະຄອນຫຼວງວຽງຈັນກໍ່ສັ່ງໃຫ້ເສນາອາມາດຜູ້ໃກ້ສິດຕິດແທດໄປຫ່າງຮ່າວຫຼາວແຫຼມໄວ້ຂຸມຖ່າຍ, ພໍຂ້ອນແຈ້ງຕື່ນເຊົ້າມາພະຍາສີໂຄດຕະບອງກໍ່ໄປຖ່າຍໜັກ ແລ້ວກໍ່ມີຫຼາວ
ແຫຼມຝຸ້ງຂຶ້ນສຽບຮູທະວານຈົນຈຳຄໍຫອຍເຖິງແກ່ຄວາມຕາຍ.

ຮູບປັ້ນພະຍາສີໂຄດຕະບອງໄດ້ຕັ້ງເດັ່ນສະຫງ່າຢູ່ສວນສາທາລະນະພະຍາສີໂຄດບະບອງ  ໃນເຂດພະທາສີໂຄດຕະບອງ ເມືອງທ່າ ແຂກ ແຂວງຄຳມ່ວນ. ຫາກທ່ານໃດໄດ່້ກາຍໄປກາຍມາກໍຢ່າລືມແວ່ຂາບໄຫວ້


ຮຽບຮຽງຈາກ:ປື້ມປະຫວັດສາດລາວດຶກດຳບັນ ໂດຍດຣ ສຸເນດ ໂພທິສານ
ແຫລ່ງທີ່ມາຈາກເຟສບຸກ: ບູຮານຄະດີແລະປະຫວັດສາດລາວ History Laos
ຮູບຈາກ:lao postcard - ຮູບພາບເມືອງລາວ
-----------------


Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.