ຂ່າວຕ່າງປະເທດ

ທູດພິເສດ ລັດເຊຍ ມາ ສ.ເກົາຫຼີ ຫາລືແກ້ບັນຫານິວເຄຼຍ ສປປ.ເກົາຫຼີ


(VOVWORLD) - ວັນທີ 26 ພະຈິກ, ທ່ານ Igor Morgulov ທູດພິເສດແຖວໜ້າຂອງ ລັດເຊຍ ກ່ຽວກັບໂຄງການນິວເຄຼຍ ສປປ.ເກົາຫຼີ, ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ມາຮອດນະຄອນຫລວງ ເຊອູນເພື່ອປຶກສາຫາລືກັບບັນດາເຈົ້າໜ້າທີ່ ສ.ເກົາຫຼີ ກ່ຽວກັບວິກິດການໃນປະຈຸບັນຢູ່ແຫຼມ ເກົາຫຼີ.

ວັນທີ 27 ພະຈິກ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Igor Morgulov ໄດ້ພົບປະກັບທູດພິເສດຂອງ ສ.ເກົາຫຼີ ຮັບຜິດຊອບບັນດາບັນຫາສັນຕິພາບ ແລະ ຄວາມໝັ້ນຄົງໃນແຫຼມເກົາຫຼີ ທ່ານ Lee Do-hoon.

ຄາດຄະເນວ່າ 2 ຝ່າຍຈະແບ່ງປັ່ນບັນດາການຕີລາຄາກ່ຽວກັບສະພາບການປ້ອງກັນຄວາມສະຫງົບໃນປັດຈຸບັນຢູ່ແຫຼມ ເກົາຫຼີ ໃນສະພາວະ ພຽງຢາງ ບໍ່ມີການກະທຳດ້ານການທະຫານໃດໆຕື່ມອີກ ໃນກ່ວາ 2 ເດືອນທີ່ຜ່ານມາ, ເຊິ່ງແມ່ນສິ່ງໄດ້ຮັບຖືວ່າ ເປັນເງື່ອນໄຂເພື່ອສາມາດດຳເນີນການເຈລະຈາກັບ ສປປ.ເກົາຫຼີ.

 2 ຝ່າຍກໍ່ຄາດຄະເນວ່າ ຈະຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາກ່ຽວກັບມາດຕະການສັນຕິພາບໃຫ້ແກ່ບັນຫານິວເຄຼຍ ສປປ.ເກົາຫຼີ.
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.