LU03

ສ່ອງເບິ່ງ ສາວຣັກບີ້ DAC U17 ທີມຊາດລາວ ຫຼັງສ້າງປະຫວັດສາດໜ້າໃໝ່ ໃນເວທີສາກົນ 2017


   ພາຍຫຼັງທີ່ ທີມຣັກບີ້ DAC U17 ຍິງທີມຊາດລາວ ສ້າງປະຫວັດສາດໜ້າໃໝ່ ໃຫ້ກັບວົງການຣັກບີ້ລາວ ດ້ວຍການເອົາຊະນະທີມຊາດ ຟິລິບປິນ, ມາເລເຊຍ ແລະ ເຈົ້າພາບ ສະຫະຣັດອາຣັບ ເອມິເລດ ໃນມື້ທີ 2 ຂອງການແຂ່ງຂັນ Asia Rugby U17 Sevens 2017 ທີ່ດູໄບ ເມື່ອຕົ້ນເດືອນທັນວາ 2017 ທີ່ຜ່ານມາ ເຮັດໃຫ້ ທີມຊາດລາວ ຢູ່ອັນດັບທີ 9 ຈາກ 12 ທີມເຂົ້າຮ່ວມ, ເຊິ່ງເປັນການສ້າງປະຫວັດສາດຄັ້ງໃຫຍ່ ເພາະເປັນການຊະນະທີມດັ່ງກ່າວ ເປັນຄັ້ງທໍາອິດຂອງທີມຊາດລາວຊຸດນີ້.

  ໂດຍທີມຊຸດັ່ງກ່າວພາຍໃຕ້ການຄຸມທີມຂອງ ນາງ ວຽງສະໄໝ ສຸກສະຫວັນ ເຊິ່ງເປັນຄູຝຶກຣັກບີ້ຍິງຄົນທຳອິດຂອງລາວ ແລະ ເປັນການລ້າງຕາເທື່ອທຳອິດຂອງທີມຊາດລາວໃນການຊະນະທີມຊາດ ຟິລິບປິນ, ມາເລເຊຍ ແລະ ສະຫາຣັດອາລັບເອມິເລດ ເປັນຜົນສຳເລັດຈາກນັກກິລາຣັກບີ້ລຸ້ນ U17. ດັ່ງນັ້ນ, ແອັດມິນນົກ ໄດ້ນໍາເອົາຂໍ້ມູນຈາກ ສະຫະພັນຣັກບີ້ແຫ່ງຊາດລາວ ມາໃຫ້ແຟນໆໄດ້ຮູ້ຈັກກັບ ສາວຣັກບີ້ທີມຊາດລາວ ທີ່ສ້າງປະຫວັດສາດນໍາກັນເລີຍ.

   ນາງ ນິດຫນ່ອຍ ພົມມະຈິດ, ເຊິ່ງລາວໄດ້ຖືກບັນທຶກໄວ້ໃນເອເຊຍຣັກບີ້ວ່າ ເປັນນັກກິລາທີ່ສາມາດວາງທຣາຍເຮັດໃຫ້ຄະແນນໄດ້ຫລາຍທີ່ສຸດຂອງລາຍການນີ້ໃນການແຂ່ງຂັນ 5 ນັດ! ນອກຈາກນີ້ ນິດຫນ່ອຍ ຍັງຕິດທີມຊາດລຸ້ນໃຫຍ ມີໂອກາດໄດ້ແຂ່ງຂັນຊີເກມ ທີ່ຜ່ານມາ ແລະຖືວ່າການເຂົ້າຮ່ວມການແຂ່ງຂັນໃນລະດັບສາກົນສາມາດເຮັດໃຫ້ນິດມີປະສົບການແລະພັດທະນາຝີມືໄດ້ວ່ອງໄວຫລາຍ.

   ນາງ ຈີ ຮາ ( Cheer Ha ) ເປັນຄູຝຶກສອນນັກກິລາຈາກຊຽງຂວາງ ໄດ້ຫຼິ້ນກິລາຣັກບີ້ ມາແລ້ວ 4 ປີ ຈົນກ້າວຂຶ້ນມາເປັນຝຶກໄດ້ 3 ປີແລ້ວໃນປັດຈຸບັນ, ທີມທີ່ມັກທີ່ສຸດແມ່ນ ທີມຣັກບີ້ນິວຊີແລນ ເພາະເປັນທີມທີ່ຫຼິ້ນໄດ້ເກັ່ງ, ເຊິ່ງນ້ອງເອງກໍ່ຢາກເປັນແບບນັ້ນ ຈິ່ງສະໝັກເປັນນັກກິລາ ເພື່ອຍາກເກັ່ງແບບນີ້ນັ້ນ ແລະ ຊ້ອມໄດ້ 1 ປີທີ່ ໜອງແຮດ ແຂວງຊຽງຂວາງ ຈົນມາຮອດຈຸດນີ້ສາມາດຕິດທີມຊາດ ແລະ ເປັນຄູຝຶກໄດ້ສໍາເລັດ.

   ນາງ ແໝມ ເລີ່ມຕົ້ນຮຽນຮູ້ທັກສະຣັກບີ້ຈາກໂຄງການຣັກບີ້ໄວໜຸ່ມຈຳປາບານ ພາຍໃຕ້ໂຄງການ ChildFund Pass It Back ຢູ່ນະຄອນຫລວງວຽງຈັນ ກ່ອນທີ່ຈະເລີ່ມມາຊ້ອມຣັກບີ້ແບບປະທະກັບນັກກິລາຣຸ້ນເອືອຍ. ການແຂ່ງຂັນຣັກບີ້ Asia Rugby U17 Sevens ຖືວ່າເປັນງານທຳອິດຂອງແໝມ ແລະ ລາວໄດ້ສະແດງໃຫ້ຄູຝຶກເຫັນເຖິງຄວາມສາມາດໃນການປະທະຕ້ານທີມຝ່າຍກົງກັນຂ້າມໄດ້ເປັນທີ່ຫນ້າປະທັບໃຈໃນການແຂ່ງຂັນ! ຊົມເຊີຍໃນແໝມໃນການພັດທະນາຕົນເອງໃນການກ້າວມາເປັນນັກກິລາຣັກບີ້ທີມຊາດລາວ.

ຂອບໃຈຮູບຈາກ: Lao Rugby Federation
ຮູ້ຈັກນັກກິລາຄົນອື່ນໆໄດ້ເພີ່ມເຕີມ ໃນຄລິບວີດີໂອນີ້



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.