ປະກົດການຫຍໍ້ທໍ້

ປີ 2017 ມີອັກຄີໄພເກີດຂຶ້ນເກືອບ 200 ຄັ້ງ ເສຍຫາຍຫຼາຍກວ່າ1.000 ຕື້ກີບໃນທົ່ວປະເທດ


ອີງຕາມຂ່າວຈາກຫນັງສືພິມຄວາມສະຫງົບໃຫ້ຮູ້ວ່າ: ປີ 2017 ທົ່ວປະເທດມີອັກຄີໄພເກີດຂຶ້ນທັງໝົດເກືອບ 200 ຄັ້ງ ສ້າງຄວາມເສຍຫາຍ 1.000 ຕື້ກວ່າກີບ ທຽບໃສ່ປີຜ່ານມາ ແມ່ນເພີມຂຶ້ນ 35 ຄັ້ງ ສ່ວນຫຼາຍແມ່ນເກີດຈາກໄຟ້ຟ້າລັດວົງຈອນ, ເກີດຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ແລະ ມີ 2 ແຂວງ ບໍ່ເກີດອັກຄີໄຟ.

ເຈົ້າໜ້າທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ, ໃນຂອບເຂດທົ່ວປະເທດ ມີອັກຄີໄພເກີດຂຶ້ນທັງໝົດ 175 ຄັ້ງ ທີ່ມີມູນຄ່າເສຍຫາຍ 1.064 ຕື້ກວ່າກີບ.
ໃນນີ້, ໄຟໄໝ້ເຮືອນ 186 ຫຼັງ ເຮືອນຖືກລວກ 23 ຫຼັງ, ເຮືອນຕູບ 2 ຫຼັງ, ກຸດຕິວັດ 4 ຫຼັງ, ຕະຫຼາດ 4 ແຫ່ງ, ຮ້ານຂາຍເຄື່ອງ 58 ຮ້ານ, ໂຮງງານ 2 ຫຼັງ, ຫ້ອງການ 1 ຫ້ອງ, ຫ້ອງນອນ 3 ຫ້ອງ, ເຮືອນຄົວ 1 ຫຼັງ, ຮ້ານອາຫານ 4 ຮ້ານ ກັບ 1 ຫ້ອງ, ໂຮງສີເຂົ້າ 2 ຫຼັງ, ກະລາລົດ 1 ຫຼັງ, ລົດສະແຕ໊ກ 4 ຄັນ, ລົດເມ 2 ຄັນ, ລົດໃຫຍ່ 7 ຄັນ, ລົດຈັກ 9 ຄັນ, ລົດຖີບ 2 ຄັນ, ລົດໄຖນາ 1 ຄັນ, ເຕົາອົບ 6 ເຕົາ, ໝາກເດືອຍ 20 ໂຕນ, ສາລີ 14 ໂຕນ, ໂຮງອົບໄມ້ 1 ຫຼັງ, ສາງເຄື່ອງ 1 ຫຼັງ, ສາງເກັບມ້ຽນສາລີ 1 ຫຼັງ, ສູນການຄ້າ 1 ແຫ່ງ ມີ 430 ຫ້ອງ, ຮ້ານແປງລົດ ແລະ ຮ້ານຕັດຍິບ 1 ຮ້ານ, ໄມ້ທ່ອນ 200 ແມັດກ້ອນ, ໄມ້ສັກ 9 ຄິວ, ໄມ້ແປຮູບ 40 ແຜ່ນ, ໄມ້ສຳເລັດຮູບ 60 ແມັດກ້ອນ, ນໍ້າມັນ 39,000 ລິດ, ແອ 1 ໜ່ວຍ, ຈັກຊັກເຄື່ອງ 1 ໜ່ວຍ, ຈັກດູດນໍ້າ 1 ໜ່ວຍ, ເຮືອນພັກ 3 ຫ້ອງ, ຫ້ອງແຖວ 1 ຫ້ອງ, ສ່ວນຢາງພາລາ 3 ໄລ່, ຫົວອາຫານໝູ 36 ເປົາ, ເຂົ້າເປືອກ 6 ເປົາ.

ສາເຫດຍ້ອນໄຟ້ຟ້າລັດວົງຈອນ 65 ຄັ້ງ ເພາະອຸປະກອບນຳໃຊ້ໄຟ້ຟ້າມີຄວາມເກົ່າແກ່ ແລະ ໝົດອາຍຸການໃຊ້ການ ທີ່ຜູ້ໃຊ້ງານບໍ່ມີການກວດກາ ແລະ ປ່ຽນຖ່າຍ, ເລີນເລີ້ຂາດຄວາມຮັບຜິດຊອບ 22 ຄັ້ງ, ຄົນຈູດ 26 ຄັ້ງ, ໄຕ້ທູບທຽນບູຊາ 14 ຄັ້ງ, ດັງໄຟແຕ່ງກິນ 14 ຄັ້ງ ຍັງຢູ່ໃນການສືບສວນ 24 ຄັ້ງ ແລະ ບໍ່ຮູ້ສາເຫດ 10 ຄັ້ງ, ຜົນເສຍທີ່ສາມາດສະຫຼຸບໄດ້ ປະກອບມີ: ຄົນເສຍຊີວິດຈຳນວນ 8 ຄົນ ແລະ ບາດເຈັບ 12 ຄົນ.

ສຳລັບແຂວງທີ່ເກີດອັກຄີໄພຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເກີດຂຶ້ນຈຳນວນ 52 ຄັ້ງ. ໃນນີ້, ເກີດຈາກໄຟ້ຟ້າລັດວົງຈອນ 18 ຄັ້ງ, ໃຊ້ໄຟຟ້າເກີນຂອບເຂດ 1 ຄັ້ງ, ບໍ່ຮູ້ສາເຫດ 9 ຄັ້ງ, ຢູ່ໃນການສືບສວນ 12 ຄັ້ງ, ໄຕ້ທູບທຽນບູຊາ 6 ຄັ້ງ, ຈູດຂີ້ເຫຍື້ອລາມໃສ່ 5 ຄັ້ງ, ຜິດພາດດ້ານເຕັກນິກ 1 ຄັ້ງ ແລະ ມີມູນຄ່າເສຍຫາຍທັງໝົດ 386 ຕື້ 306.900.000 ກີບ.
ຮອງມາແມ່ນແຂວງສະວັນນະເຂດ ມີອັກຄີໄພເກີດຂຶ້ນ 26 ຄັ້ງ ປະກອບມີ ຄົນຈູດ 4 ຄັ້ງ, ດັງໄຟແຕ່ງກິນ 4 ຄັ້ງ, ໄຟ້ຟ້າລັດວົງຈອນ 12 ຄັ້ງ, ໄຕ້ທູບທຽນບູຊາ 1 ຄັ້ງ, ບໍ່ຮູ້ສາເຫດ 2 ຄັ້ງ, ຍັງຢູ່ໃນການສືບສວນ 3 ຄັ້ງ ແລະ ຈູດເອງ 1 ຄັ້ງ ມີມູນຄ່າເສຍຫາຍ 3 ຕື້ 995.000.000 ກີບ.

ໃນເດືອນທັນວາຜ່ານມາກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ອອກແຈ້ງການເຖິງ: ບັນດາສຳນັກງານ ອົງການ ພັກ-ລັດ ໂຮງຈັກ ໂຮງງານ ໂຮງຮຽນ ໂຮງແຮມ ເຮືອນພັກ ໂຮງໝໍ ຕະຫຼາດ ຫົວໜ່ວຍທຸລະກິດຕ່າງໆ ພາກລັດ ແລະ ຄຸ້ມບ້ານເຮືອນຊານຂອງພໍ່ແມ່ປະຊາຊົນທັງ ລາວ ຊາວຕ່າງດາວ ແລະ ຊາວຕ່າງປະເທດ ທົ່ວນະຄອນຫຼວງວຽງຈັນ.
ເລື່ອງ: ການເພີ່ມທະວີປ້ອງກັນສະກັດກັ້ນ ແລະ ຕ້ານອັກຄີໄພ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນ ແລະ ລະດູແລ້ງທີ່ຈະມາເຖິງ.
ທັງນີກໍເພື່ອປົກປັກຮັກສາຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນລາວ ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ໃຫ້ມີຄວາມສະຫງົບປອດໄພທາງດ້ານອັກຄີໄພ ທັງເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານປ້ອງກັນ ຊາດ ປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍທາງສັງ ເວົ້າລວມ ເວົ້າສະເພາະ ເພື່ອປ້ອງກັນອັກ ຄີໄພໃນລະດູແລ້ງໃຫ້ມີຄວາມປອດໄພ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.