LU03

ເລື່ອງເສົ້າ ແຕ່ແຟນບານຍັງຄຽງຂ້າງສົ່ງກໍາລັງໃຈເຖິງ ຊິລບາ ຫຼັງລູກຊາຍເກີດກ່ອນກໍານົດ


   ແຟນບານຮ່ວມເປັນກໍາລັງໃຈໃຫ້ກັບ ດາບິດ ຊິລບາ ນັກເຕະຕົວສໍາຄັນຂອງ ແມນເຊັສເຕີ ຊິຕີ້ ຫຼັງລູກຊາຍເກີດກ່ອນກໍານົດ ແລະ ຍັງຢູ່ພາຍໃຕ້ການເບິ່ງແຍງຂອງໝໍ ຈົນເຮັດໃຫ້ລາວ ພາດລົງຫຼິ້ນໃຫ້ກັບຕົ້ນສັງກັດ ໄປຫຼາຍນັດ ເພາະຕ້ອງໄປເບິ່ງແຍງລູກຊາຍ ແລະ ຍັງຕ້ອງຄຽງຂ້າງກັບລູກຊາຍທີ່ກໍາລັງສູ້ເພື່ອຊີວິດໃຫ້ຢູ່ຫຼອດຕໍ່ໄປ.

   ຊິລບາ ພາດລົງຫຼິ້ນໃຫ້ກັບ ແມນເຊັສເຕີ ຊິຕີ້ ໃນນັດທີ່ພົບກັບ ນິສຄາສເຊິລ ຢູໄນເຕັດ ແລະ ຄຣິສຕັນ ພາເລຊ ຈົນເຮັດໃຫ້ ແມນເຊັສເຕີ ຊິຕີ້ ຢຸດສະຖິຕິຊະນະລວດໄວ້ທີ 18 ນັດ ໃນພຣີເມຍລີກ ອັງກິດ ຫຼັງສະເໝີກັບ ຄຣິສຕັນ ພາເລຊ 0-0 ເມື່ອວັນອາທິດ ທີ່ຜ່ານມາ.

   ຫຼ້າສຸດ ຊິລບາ ທະວິດຂໍ້ຄວາມຜ່ານ ທະວິດເຕີ ເມື່ອວັນທີ 3 ມັງກອນທີ່ຜ່ານວ່າ: “ ຂ້ອຍຕ້ອງຂໍຂອບໃຈທຸກຄົນ ສໍາລັບຄວາມຮັກ ແລະ ຂໍ້ຄວາມອວຍພອນທີ່ຂ້ອຍໄດ້ຮັບຕະຫຼອດ 2-3 ອາທິດ ທີ່ຜ່ານມາ ໂດຍສະເພາະຢ່າງຍິ່ງ ຕ້ອງຂໍຂອບໃຈເພື່ອນຮ່ວມທີມ, ຜູ້ຈັດການທີມ ແລະ ທຸກຄົນທີ່ສະໂມສອນ, ເຊິ່ງເຂົ້າໃຈສະຖານະການຂອງຂ້ອຍ. ນອກນັ້ນ, ຂ້ອຍຍັງຂໍປະກາດໃຫ້ຮູ້ວ່າ ມາໂຕ້ ລູກຊາຍຂອງຂ້ອຍທີ່ຫາກໍ່ເກີດມາເບິ່ງໂລກ ລາວມີບັນຫາເກີດກ່ອນກໍານົດ ແລະ ຍັງຕ້ອງສູ້ກັບຊີວິດວັນຕໍ່ວັນ ດ້ວຍຄວາມຊ່ວຍເຫຼືອຈາກທີມໝໍ ”.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.