LU03

ຄົນລາວສ້າງປະຫວັດສາດ! ຈັນປະສິດ ຄວ້າແຊັມກ໊ອຟ FLC Group ທີ່ ຫວຽດນາມ ຈາກນັກກິລາ 1.500 ຄົນ


   ຈັນປະສິດ ອຸນາພົມ ນັກກ໊ອຟທີມຊາດລາວ ສ້າງຊື່ສຽງໃຫ້ກັບປະເທດ ດ້ວຍການຄວ້າແຊັມກ໊ອຟ ລາຍການ FLC Group ຄັ້ງທີ 7 ຢູ່ທີ່ສະຫນາມ som son golf & resort ສສ ຫວຽດນາມ ລະຫວ່າງວັນທີ 1-3 ມັງກອນ 2018.

   ລາຍການດັ່ງກ່າວຈັດຂຶ້ນລະຫວ່າງວັນທີ 1-3 ມັງກອນ 2018, ມີນັກກິລາເຂົ້າຮ່ວມທັງໝົດ 1,500 ຄົນມາຈາກຫວຽດນາມ, ສ ເກົາຫຼີ, ຍີ່ປຸ່ນ, ຣັດເຊຍ ແລະ ລາວ, ໂດຍນັກກີລາ ເຂົ້າຮ່ວມພຽງ 1 ຄົນ.

   ຜ່ານການແຂ່ງຂັນລະຫວ່າງ 3 ວັນດັ່ງກ່າວ ປະກົດວ່າ: ຈັນປະສິດ ສາມາດຍາດໄດ້ຊະນະເລີດ ໄປຄອງຢ່າງສຸດໃຈ.

    ຫຼັງຈົບການແຂ່ງຂັນ ຈັນປະສິດ ກ່າວວ່າ: ດີໃຈທີ່ໄດ້ມີໂອກາດເຂົ້າຮ່ວມໃນງານແຂ່ງຂັນຄັ້ງນີ້ ແລະສາມາດຍາດໄດ້ລາງວັນຊະນະເລີດ ເຊິ່ງເປັນສິ່ງທີ່ພາກພູມໃຈໃຫ້ແກ່ຕົນເອງທີ່ສາມາດຄວ້າຂັນກຽດຕິຍົດດັ່ງກ່າວ ແລະ ພູມໃຈທີ່ເຫັນຜູ້ປະກາດຂ່າວຂອງລາຍການແຈ້ງວ່າ ຜູ້ຊະນະເລີດ ແມ່ນ " ຄົນລາວ ".

   ຈັນປະສິດ ໄດ້ຮັບລາງວັນທີ່ໄດ້ຮັບຄັ້ງນີ້ມີ:
- ຂັນຊະນະເລີດ ແລະສະຫລັກຊື່ຕິດຂັນແຊ້ມ - ໄດ້ເປັນສະມາຊິກ FLC 35 ປີ ( ມູນຄ່າ 13.000$ ) - ບັດທ່ອງທ່ຽວ ພັກຜ່ອນ resort ຈາກ FLC ທົ່ວປະເທດ ມູນຄ່າ 100 ລ້ານດົງ
- ຜະລິດຕະພັນເຄື່ອງຊຸດ vest Maria ມູນຄ່າ 1000$
- ປີ້ຍົນ ຈາກຫວຽດນາມ airline ໄປກັບ 2 ບ່ອນນັ່ງ ມູນຄ່າ 10 ລ້ານດົງ
- ທ່ອງທ່ຽວຂີ່ເຮືອສຳລານ ທີ່ຮາລອງ ຫວຽດນາມ ມູນຄ່າ 2.200$ - ແລະລາງວັນອື່ນໆ ຈາກທາງຜູ່ໃຫ້ການສະຫນັບສະຫນູນ




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.