ທ່ອງທ່ຽວ

ແຂວງອຸດົມໄຊ ຈະຈັດງານເປີດປີທ່ອງທ່ຽວລາວ 13-15ມັງກອນນີ້


ຂປລ.  ແຂວງອຸດົມໄຊ ຈະຈັດງານເປີດປີທ່ອງທ່ຽວລາວ 2018 ​ຂອງແຂວງ ໃນວັນທີ 13-15 ມັງກອນ 2018 ຕິດ​ພັນກັບງານ​ສະ​ເຫລີມສະຫລອງ​ ບຸນປີ​ໃໝ່​ຂອງ​ຊົນ​ເຜົ່າ​ກຶມ​ມຸ (ບຸນ​ເຕັດ​ນຶມ) ໂດຍຈະມີຫລາຍ ກິດຈະກໍາສໍາຄັນ ​​ເປັນ​ຕົ້ນ ການ​ແຫ່​ຂະ​ບວນກ້ອນ​ກໍາລັງ​ພາກສ່ວນ​ຕ່າງໆ, ລວມທັງ​ກ້ອນ​ກໍາລັງ​ ຂອງ​ບັນດາ​ເຜົ່າ​ພາຍ​ໃນ​ແຂວງ, ​ມີ​ການສະ​ແດງ​ສິ​ລະ​ປະ ວັດທະນະ​ທໍາ​ບັນດາ​ເຜົ່າ ​ໃນ​ຊຸດ​ການສະ​ແດງພູຜາ, ສາຍ​ນໍ້າ, ວັດທະນະ​ທໍາ​ຊົນ​ເຜົ່າ​, ປະ​ກວດນາງ​ສາວ​​ເຜົ່າກຶມ​ມຸ, ການ​ເດີນ​ແບບ​ຊຸດ​ຊົນ​ເຜົ່າ, ງານ​ຕະຫລາດ ນັດວາງສະ​ແດງ​ຜະລິດ​ຕະພັນ​ການທ່ອງທ່ຽວ​, ​ເຄື່ອງ​ຫັ​ດຖະກໍາ ວິຖີ​ຊີວິດ​ເຜົ່າ​ກຶມ​ມຸ ສິລະ​ປະວັດ​ທະນະ​ທໍາ​ເຜົ່າ​ກຶມ​ມຸ ​ແລະ ​ເຜົ່າ​ອື່ນໆ. ນອກຈາກ​ນີ້​ ກໍ​ຈະ​ມີບຸນປະ​ເພນີຕ່າງໆ ​ໂດຍ​ໄດ້​ຈັດ​ວາງ​ເປັນ​ປະຕິທິນ​ ການທ່ອງທ່ຽວ ​ເທສະການບຸນ​ປະ​ເພນີ​ປະ​ຈໍາປີ ຢູ່​ແຕ່ລະ​ເມືອງພາຍ​ໃນ​ແຂວງຕື່ມ​ອີກ.


ຈຸດປະສົງຂອງການຈັດປີທ່ອງທ່ຽວລາວ 2018 ທີ່​ແຂວງ​ອຸດົມ​ໄຊ ​ເຜີຍແຜ່​ແນວທາງນະໂຍບາຍ​ ຂອງ​ພັກ-ລັດ ກໍ​ຄື ຜົນສຳເລັດ​ ໃນ​ການ​ສ້າງສາ​ພັດ​ທະນາ​ ຂອງ​ປະຊາຊົນ​ບັນດາເຜົ່າພາຍ​ໃນ​ແຂວງ,​ ເພື່ອ​ປົກ​ປັກ​ຮັກສາ ​ແລະ ຄຸ້ມ​ຄອງ​ມໍລະດົກ​ທາງ​ດ້ານ​ທໍາ​ມະ​ຊາດ, ວັດທະນະ​ທໍາ ​ແລະ ປະຫວັດສາດ ​ຂອງ​ແຂວງ​ໃຫ້​ຄົງ​ຄຸນຄ່າ​ ເພື່ອ​ດຶງ​ດູດ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ, ​ເປັນ​ການ​ໂຄສະນາ​ເຜີຍ​ແຜ່​ ວັດທະນະ​ທໍາ, ຮີດຄອງ​ປະ​ເພນີ​ອັນ​ດີງາມ, ​ວິຖີ​ຊີວິດ​ອັນ​ຈົບງາມ ​ຂອງປະຊາຊົນ​ບັນດາ​ເຜົ່າ ແຂວງ​ອຸດົມ​ໄຊ, ຊຸກຍູ້​ປຸກ ລະດົມ​ຂະ​ບວນການ​ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ​ ທີ່​ຖື​ເອົາການທ່ອງທ່ຽວ​ທຳ​ມະ​ຊາດ, ວັດທະນະ​ທຳ ແລະ ປະຫວັດສາດ ໃຫ້ຂະຫຍາຍຕົວ​ຢ່າງ​ແຂງແຮງ​ຕໍ່​ເນື່ອງ ແລະ ຍືນ​ຍົງ, ພັດທະນາ​ການທ່ອງທ່ຽວ​ ໃຫ້ກາຍເປັນ​ອຸດສາຫະກຳ​ ການ​ທ່ອງທ່ຽວ​ທີ່​ມີ​ຄວາມ​ເຂັ້ມແຂງ ແລະ ​ສາມາດ​​ເພີ່ມ​ລາຍ​ໄດ້​ ທັງເປັນການ ໂຄສະນາ​ດຶງ​ດູດ ​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ​ແລະ ຕ່າງປະເທດ ໃຫ້ກວມ​ເອົາ​ອັດຕາ​ສ່ວນ​ເພີ່ມ​.


ພ້ອມນີ້ ຍັງເປັນການຊຸກຍູ້​ສົ່ງເສີມ​ ການ​ທ່ອງທ່ຽວ​ພາຍ​ໃນ “ລາວ​ທ່ຽວ​ລາວ, ອຸດົມ​ໄຊ​ທ່ຽວ​ອຸດົມ​ໄຊ” ​ເຊິ່ງ​ແຂວງ​ອຸດົມ​ໄຊ​ ມີ​ແຫລ່ງທ່ອງ​ທ່ຽວ ​ທີ່​ໂດດ​ເດັ່ນ​ເຊັ່ນ: ນໍ້າ​ກັດ​ຢໍ​ລາ​ປາ, ວັດ​ພະ​ເຈົ້າ​ສິງ​ຄໍາ​ ອົງ​ສັກສິດ​ເມືອງ​ຫລາ, ຖໍ້າ​ຈອມ​ອອງ ​ເມືອງ​ໄຊ, ຕາດ​ຕະ​ແລ​ ເມືອງ​ຮຸນ ​ແລະ ທະ​ເລ​ໝອກ​ເມືອງ​ເໜືອ ແລະ ອື່ນໆ ເພື່ອຫລຸດຜ່ອນ​ການ​ຮົ່ວໄຫລ ຂອງ​ເງິນຕາ​ອອກ​ໄປ​ຕ່າງປະ​ເທດ​ຕື່ມ​ອີກ.






-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.