8 ວິທີໃຊ້

ເສດສະບູປະໂຫຍດມະຫາສານທ່ານຮູ້ແລ້ວຫຼືຍັງ




ມື້ນີ້ແອັດມິນໂປ່ງມີບົດຄວາມດີໆຢາກນຳມາຝາກທ່ານຜູ້ອ່ານກັບເສດສະບູທີ່ທຸກຄົນມັກຖີ້ມລົງກະຕ່າຂີ້ເຫຍື້້ອຫຼັງຈາກໃຊ້ໃດ້ຈະໝົດເພາະວ່າຈັບບໍ່ຄ່ອຍສະດວກ ແລະອອກຢອດໜ້ອຍລົງ ຢາກບອກວ່າ ສິ່ງນັ້ນທີ່ເຮົາມັກແກວ່ງລົງກະຕ່າມາທັ້ງຊີວິດນັ້ນຄວາມຈິງແລ້ວຍັງມີປະໂຫຍດຫຼວງຫຼາຍ ສາມາດນຳໄປໃຊ້ວຽກອື່ນໆທີ່ທ່ານຄິດບໍ່ເຖິງ.

1. ໃຊ້ເກັບເສດແກ້ວ: ເວລາທີ່ເຮັດແກ້ວແຕກລົງພື້ນເຮົາໃຊ້ມືເກັບເອງໄດ້ຢູ່ ແຕ່ຈະບໍ່ອຽດ ຖ້າບໍ່ກວດກໍ່ຍັງຈະເປັນອັນຕະລາຍຕໍ່ເດັກນ້ອຍ ຫຼື ໂຕຜູ້ໃຫຍ່ເອງໄດ້ ແຕ່ຖ້າໃຊ້ເສດສະບູທີ່ຫ້ຽນໃກ້ໝົດນັ້ນມາຖູໆໆຕາມບ່ອນທີ່ແກ້ວແຕກສາມາດເກັບກວດໄດ້ສະອາດກວ່າສິ່ງໃດ.



2. ໃຊ້ຫຼຸດຄວາມຝືດຂອງປະຕູ: ມັນເປັນສຽງທີ່ບໍ່ຄັກໃຈປານໃດຖ້າປະຕູເຮືອນດັງອອດແອັດໆຕະຫຼອດຍ້ອນມັນຟືດ ວິທີແກ້ໄຂງ່າຍທີ່ສຸດຄື ເອົາເສດສະບູແຊ່ນ້ຳປະໄວ້ໜ້ອຍໜຶ່ງແລ້ວນຳມາຖູໆບໍລິເວນໃບພັບທີ່ມາຂອງສຽງນັ້ນພຽງເທົ່ານີ້ບັນຫາກໍ່ໝົດໄປ.



3. ໃຊ້ດັບກິ່ນອັບ: ປະເພດຕູ້ເສື້ອຜ້າ, ກະເປົາເດີນທາງທີ່ມີກິ່ນອັບ ເສດສະບູຊ່ວຍໄດ້ຢ່າງບໍ່ໜ້າເຊື່ອ ວິທີການມີແຕ່ນຳເອົາແພບາງໆຫໍ່ເສດສະບູນັ້ນແລ້ວເອົາໄປວາງໄວ້ແຈໃດໜຶ່ງຂອງຕູ້ກໍ່ແລ້ວເລື່ອງ.



4. ໃຊ້ປ້ອງກັນເສດດິນຕິດເລັບ: ທ່ານເຊື່ອຫຼືບໍເສດດິນທີ່ມັກເຂົ້າໃນເລັບເວລາເຮົາເຮັດໄຮ່ເຮັດສວນ ຖ້າກ່ອນລົງມືເອົາເຮັດມືມາເສດສະບູມາຖູໆກ່ອນຈະສາມາດປ້ອງກັນບໍ່ໃຫ້ເດດິນເຂົ້າໄປຕິດຢູ່ເລັບແນ່ນອນ.




5. ໃຊ້ເຄືອບຕະປູກັນບໍ່ໃຫ້ໄມ້ແຕກ: ເວລາທີ່ເຮົາຢາກເອົາຕະປູໄປຕອກໃສ່ບ່ອນໃດໜຶ່ງແຕ່ຢ້ານໄມ້ແຕກ ຂໍແນະນຳໃຫ້ເອົາເສດສະບູມາຖູຕະປູກ່ອນ ເພື່ອເຄືອບຜີວກ່ອນ ວິທີນີ້ຍັງຊ່ວຍໃຫ້ການຕອກຕະປູງ່າຍຊຶ້ນອີກດ້ວຍ.




6. ໃຊ້ເຮັດໃຫ້ເກີບນຸ້ມ: ເກີບໜັງທີ່ແຂງໆຈົນບາງຄັ້ງເຮັດໃຫ້ຕີນເປັນແຜເຈັບແສບໆນັ້ນເສດສະບູສາມາດຊ່ວຍໄດ້ໂດຍການນຳມາເອົາສະບູນັ້ນມາຖູໆດ້ານໃນຂອງເກີບ ສະບູ່ຈະຊ່ວຍປັບໜັງທີ່ແຂງໆໃຫ້ນຸ້ມລົງໄດ້ກາຍເປັນເກີບທີ່ໃສ່ສະບາຍໄດ້.



7. ຊ່ວຍໃຫ້ຊີບຫາຍຟືດ: ເວລາທີ່ສາຍຊີບໃນເສື້ອຫຼືໂສ້ງຝືດຫຼາຍຮູດໄປມາບໍ່ໄດ້ ແນະນຳໃຫ້ເອົາເສດສະບູຖູໄປມາຕາມສາຍນັ້ນແລ້ວລອງຮູບຊີບໃໝ່ຮັບຮອງໄປໄດ້ແບບສະບາຍໆ ລວມທັງຮູກະແຈຕ່າງໝຟືດເສດສະບູຍັງຊ່ວຍໄດ້ເຊັ່ນດຽວກັນ.



8. ໃຊ້ເຊັດແກ້ວ, ແວ່ນຕ່າງໆ: ແກ້ວ ຫຼື ແວ່ນຂອງທ່ານທີ່ມີຄາບເປືອນຂາວໆເປັນເມັດໆເອົາຫຍັງເຊັດກໍ່ບໍ່ສະອາດ ແນະນຳໃຫ້ໃຊ້ເສດສະບູ່ຖູໄປມາແລ້ວເອົາຜ້ານຸ້ມໆເຊັດເລັມຄືນຮັບຮອງໃສສະອາດທັນທີ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.