​ ກິລາພາຍໃນ

ໂອກາດດີໆມີມາແລ້ວ! ທີມຊາດລາວ ຢູ 16 ປີ ເປີດຄັດເລຶອກນັກກີລາ ກຽມພ້ອມລຸຍລາຍການທີ່ ຍີ່ປຸ່ນ


   ອີງການປະກາດທາງເວັບໄຊຂອງເຟສບຸກຂອງລະບຸວ່າ: ສະຫະພັນບານເຕະແຫ່ງຊາດລາວ ມີ ຈຸດປະສົງຄັດເລືອກນັກກິລາທີ່ມີ ພອນສະຫວັນ ແລະ ທັກສະ ເພື່ອກະກຽມນັກກິລາ ທີມບານເຕະຊາຍທີມຊາດລາວ ລຸ້ນອາຍຸບໍ່ເກີນ 16 ປີ ເຂົ້າຮ່ວມການແຂ່ງຂັນລາຍການ Japan-ASEAN U-16 Football Exchange Programe 2018, ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 6-15 ມີນາ 2018 ຢູ່ທີ່ແຂວງ ມີຢາຊະກິ ( MIYAZAKI ) ປະເທດຍີ່ປຸ່ນ.

   ເຊິ່ງການຄັດເລືອກຈະໄດ້ຈັດຂຶ້ນລະຫວ່າງວັນທີ 15-20 ມັງກອນ 2018 ຢູ່ທີ່ສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໃນເວລາ 16:00 – 18:30.
ຫມາຍເຫດ :

- ນັກກິລາທີ່ເຂົ້າຮ່ວມຄັດເລືອກຕ້ອງຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫລອດໄລຍະການຄັດເລືອກ.
- ນັກກິລາທີ່ເຂົ້າຮ່ວມຄັດເລືອກທີມບານເຕະຊາຍ ຮຸ່ນອາຍຸ 16 ປີ ຕ້ອງເກີິດໃນລະຫວ່າງປີ 2002 - 2003.
- ນັກກິລາທີ່ມາຈາກ ຕ່າງແຂວງ ທີ່ຕ້ອງການມາຄັດເລືອກນັກກິລາໃນຄັ້ງນີ້ທາງ ສະຫະພັນບານເຕະແຫ່ງຊາດລາວ ແມ່ນອຳນວຍຄວາມສະດວກທາງດ້ານທີ່ພັກ ແແລະ ອາຫານການການກິນຕະຫລອດ ໄລຍະການຄັດເລືອກ ສ່ວນການເດີນທາງແມ່ນຮັບຜິດຊອບເອງ.

- ສຳລັບຜູ້ທີ່ມາຄັດເລືອກ ຈະຕ້ອງນຳເອົາເອກະສານ, ປຶ້ມສຳມະໂນຄົວ ຫລື ຫນັງສືການເດີນທາງ ( ຂອງແທ້ ) ແລະ ໃບຢັ້ງຢືນການສຶກສາ ( ຂອງແທ້ ) ເພື່ອເປັນຫລັກຖານ.
- ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີ້ມໄດ້ທີ່ເບີ : 02099707053, 02054443133, 02097712349, 02028491119.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.