LU03

ນັກເຕະອາຊຽນຮັບຄ່າຈ້າງມະຫາສານ! ຈັນ ວັດທະນາກາ ຮັບເງິນກ້ອນໃຫຍ່ ໃນລີກມາເລເຊຍ


   ຈັນ ວັດທະນາກາ ກອງໜ້າຕົວຄວາມຫວັງຂອງປະເທດກໍາປູເຈຍ ໄດ້ຮັບເງິນເດືອນຈາກຕົ້ນສັງກັດໃໝ່ ໃນລີກສູງສຸດຂອງ ມາເລເຊຍ ສູງເຖິງ 15,000 ໂດລາຕໍ່ເດືອນ ຕາມການເປີດເຜີຍຂອງສື່ໃນປະເທດ ກໍາປູເຈຍ ຖືເປັນນັກເຕະກໍາປູເຈຍ ທີ່ໄດ້ຮັບຄ່າຈ້າງສູງສຸດ.

   ວັດທະນາກາ ຫາກໍ່ກັບມາຈາກການໄປຫຼິ້ນໃນລີກຂອງ ຍີ່ປຸ່ນ ກັບສະໂມສອນ ຟູຈິເອດະ ທີມໃນດິວິຊັນ 3 ໂດຍໄດ້ລົງຫຼິ້ນພຽງ 1 ນັດເທົ່ານັ້ນ ກ່ອນກັບມາທີ່ຕົ້ນສັງກັດເກົ່າຢ່າງ ບຶກເກັດ ອັງກໍ.

   ຫຼ້າສຸດ ປະຫັງ ລະດັບແຖວໜ້າຂອງ ມາເລເຊຍ ໄດ້ຕັດສິນໃຈຊື້ ວັດທະນາກາ ມາຫຼິ້ນໃນລີກສູງສຸດ ໃນລະດູການໜ້າ ໂດຍມີການເປີດເຜີຍວ່າ: ຄ່າຈ້າງຂອງລາວສູງເຖິງ 15,000 ໂດລາ, ເຊິ່ງວ່າເປັນນັກເຕະອາຊຽນ ທີ່ໄດ້ຮັບເງິນກ່ອນໃຫຍ່ສຸດໆ ໂດຍສູງກວ່ານັກເຕະມຽນມາທີ່ຍ້າຍໄປຫຼິ້ນໃນໄທລີກຢ່າງ ອອງຕູ ແລະ ຢໍໂຄໂຄ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.