LU02

ທ່ອງທ່ຽວປາກລາຍ 2018 ເນັ້ນສ້າງລາຍຮັບແກ່ປະຊາຊົນ



ວຽກງານການທ່ອງທ່ຽວ ເປັນຂະແໜງອຸດສາຫະກໍາໜື່ງທີ່ໄດ້ກໍານົດໄວ້ໃນ 5 ຂະແໜງບຸລິມະສິດຕາມແຜນຍຸດທະສາດເປັນອຸດສາຫະກໍາ ແລະ ທັນສະໄໝ ທີ່ລັດຖະບານໄດ້ໃຫ້ຄວາມສໍາຄັນ ແລະ ກໍາລັງຂະຫຍາຍຕົວຢ່າງວ່ອງໄວ, ນັບແຕ່ ສປປ ລາວ ຂອງພວກເຮົາເປີດປະເທດໃຫ້ເປັນປີທ່ອງທ່ຽວ ໃນປີ 1999 ເປັນຕົ້ນມາ.

ຍ້ອນວ່າການທ່ອງທ່ຽວເປັນໜື່ງໃນທ່າແຮງດ້ານການພັດທະນາ ເສດຖະກິດຂອງປະເທດ ແລະຍັງສາມາດກະຈາຍລາຍຮັບສູ່ທ້ອງຖິ່ນໂດຍແທ້ ເຮັດໃຫ້ປະຊາຊົນມີວຽກເຮັດງານທໍາ, ມີລາຍຮັບຈາກນັກທ່ອງທ່ຽວດັ່ງນັ້ນ, ລັດຖະບານຈິ່ງຖືເອົາການທ່ອງທ່ຽວ ເປັນຂະແໜງອຸດສາຫະກໍາໜື່ງທີ່ສໍາຄັນ ທີ່ຄວນໃຫ້ການສົ່ງເສີມ ແລະ ພັດທະນາໃຫ້ມີການຂະຫຍາຍຕົວເພີ່ມຍອດລາຍຮັບໃນຂະແໜງການນີ້ໃຫ້ຫຼາຍຂຶ້ນ.




ເຊັ່ນດຽວກັນກັບເມືອງປາກລາຍ ແຂວງໄຊຍະບູລີ ຄະນະນຳເມືອງໄດ້ໃຫ້ຄວາມສໍາຄັນ ການພັດທະນາຮູບແບບການທ່ອງທ່ຽວທີ່ເນັ້ນໃຫ້ປະຊາຊົນມີສ່ວນຮ່ວມ ສ້າງຜົນປະໂຫຍດໂດຍກົງຕໍ່ກັບປາຊາຊົນທ້ອງຖິ່ນທັງເປັນການສົ່ງເສີມການອະນຸລັກຊັບພະຍາກອນທໍາມະຊາດ ແລະ ວັດທະນະທໍາອີກທາງໜື່ງ.

 ເມືອງປາກລາຍ ເປັນເມືອງໜຶ່ງທີ່ຕັ້ງຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງແຂວງໄຊຍະບູລີ ຫ່າງຈາກເທດສະບານແຂວງໄຊຍະບູລີ 152 ກິໂລແມັດ, ມີຂອບເຂດຊາຍແດນທີ່ກວ້າງຂວາງທິດເໜືອ ຕິດກັບ ເມືອງພຽງ ແລະ ເມືອງໄຊຍະບູລີ; ທິດໃຕ້ ຕິດກັບ ເມືອງແກ່ນທ້າວ; ທິດຕາເວັນອອກ ຕິດກັບ ແມ່ນໍ້າຂອງ ເຊື່ອມຕໍ່ກັບເມືອງຊະນະຄາມ ແລະ ເມືອງແມດ ແຂວງວຽງຈັນ; ທິດຕາເວັນຕົກ ຕິດກັບ ເມືອງທົ່ງມີໄຊ ແລະ ສ່ວນໜຶ່ງຕິດກັບ ອໍາເພີບ້ານໂຄກ ຈັ່ງຫວັດອຸຕະລະດິດ (ລາຊະອານາຈັກໄທ) ມີຄວາມຍາວ 34 ກິໂລແມັດ.



ທົ່ວເມືອງມີເນື້ອທີທັງໝົດ 2.196,48 ກິໂລຕາແມັດ, ພູພຽງກວມເອົາ 30%, ເຂດພູດອຍກວມເອົາ 62,83% ແລະ ເຂດປ່າສະຫງວນ ກວມເອົາ 7,17 ນອກນັ້ນ ຍັງເປັນເມືອງໜຶ່ງທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ສິ່ງເຫຼົ້ານັ້ນກາຍເປັນແຫຼ່ງທ່ອງທ່ຽວທີ່ມີເອກະລັກສະເພາະທີ່ສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວນັບມື້ນັບເພີ່ມຂື້ນ ປະຊາຊົນທີ່ຫ່າງໄກສອກຫຼີກໄດ້ຮັບຜົນປະໂຫຍດໂດຍກົງ ທັງເປັນການສົ່ງເສີມການອະນຸລັກຮັກສາຊັບພະຍາກອນທໍາມະຊາດ ແລະ ວັດທະນະທໍາທ້ອງຖິ່ນໂດຍສະເພາະແມ່ນຢູ່ພາຍໃນບໍລິເວນທີ່ມີທໍາມະຊາດທີ່ສວຍສົດງົດງາມ ແລະ ແຫຼ່ງທ່ອງທ່ຽວໂດດເດັ່ນໃດສາມາດເຊື່ອມຕົວເຂົ້າກັນ.



ການທ່ອງທ່ຽວ ເປັນອຸດສາຫະກໍາການບໍລິການທີ່ມີບົດບາດສູງໃນການນໍາເງິນຕາຕ່າງປະເທດເຂົ້າສູ່ເສດຖະກິດຂອງລາວຢູ່ອັນດັບທີ 2 ຂອງລາຍຮັບແຫ່ງຊາດ ຊ່ວຍສ້າງອາຊີບ ແລະ ສ້າງວຽກເຮັດງານທໍາ ກໍ່ໃຫ້ເກີດການກະຈາຍໄດ້ໃນສັງຄົມ, ກໍ່ໃຫ້ເກີດການປ່ຽນແປງດ້ານໂຄງສ້າງເສດຖະກິດຂອງທ້ອງຖິ່ນ ທັງກະຕຸ້ນການຜະລິດ, ການມີສ່ວນຮ່ວມຂອງປະຊາຊົນ ຍ້ອນການທ່ອງທ່ຽວເປັນແຮງບັນດານໃຈ ທຸກວັນນີ້ປະຊາຊົນຫຼາຍທ້ອງຖິ່ນແມ່ນເຫັນໄດ້ຄວາມຄວາມສຳຄັນຂອງການອະນຸລັກຮັກສາຮີດຄອງປະເພນີ ວັດທະນະທຳ ຕະຫຼອດຮອດການອະນຸລັກຮັກສາສະພາບແວດລ້ອມທາງທຳມະຊາດຫຼາຍຂຶ້ນ ຊຸມຊົນເກີດມີແນວຄິດຫວງແຫນຊັບພະຍາກອນທໍາມະຊາດທີ່ມີຢູ່ໃນທ້ອງຖິ່ນ,ຊາວບ້ານສາມາດນໍາເອົາຊັບພະຍາກອນທໍາມະຊາດທີ່ມີຢູ່ມາເປັນຕົ້ນທຶນ ເພື່ອເຮັດໃຫ້ເກີດປະໂຫຍດແກ່ການດໍາລົງຊີວິດດີຂື້ນ ໄປພ້ອມໆກັບການສ້າງຄວາມສຸກແກ່ນັກທ່ອງທ່ຽວທີ່ໄດ້ເຫັນຄວາມຫຼາກຫຼາຍຂອງວັດທະນະທຳປະເພນີ.



ເງື່ອນໄຂ, ປັດໄຈ ທ່າແຮງທີ່ເອື້ອອໍານວຍ ຄວາມເປັນໄປໄດ້ໃຫ້ແກ່ການເກີດມີແຜນຍຸດທະສາດການທ່ອງທ່ຽວປະກອບມີຄື ສ້າງເມືອງປາກລາຍເປັນເມືອງຜະລິດກະສິກໍາປຸງແຕ່ງທີ່ສະໄໝ, ຕິດພັນກັບການບໍລິການທາງຜ່ານ ແລະ ທ່ອງທ່ຽວເປັນມິດກັບສິ່ງແວດລ້ອມດ້ວຍເງື່ອນໄຂ, ປັດໄຈ, ທ່າແຮງເຫຼົ່ານັ້ນ: ເມືອງປາກລາຍໄດ້ກໍານົດແຜນຍຸດທະສາດການທ່ອງທ່ຽວແຕ່ນີ້ຮອດປີ 2020 ພ້ອມໄດ້ເຫັນດີຮັບຮອງເອົາຢູ່ໃນກອງປະຊຸມສໍາພັນເສດຖະກິດ ຄັ້ງວັນທີ 6 ມັງກອນ 2017 ແລະ ຈະສືບຕໍ່ຊຸກຍູ້ໃຫ້ເປັນຮູບປະທໍາ ຊື່ງປະກອບມີ 2ໂຄງການ ແລະ ມີ 5 ກິດຈະກໍາຄື: ຂີ່ເຮືອລ່ອງຊົມທິວທັດຕາມນໍ້າຂອງຮອດບ້ານແກ້ງສາວ, ກັບຄືນຈອດທ່າບ້ານນ່າສັກ,ຂື້ນຂີ່ຊ້າງເລາະທ່ຽວຊົມປ່າໄມ້ສັກທໍາມະຊາດແລ້ວກັບຄືນສູ່ທີ່ພັກເທດສະບານເມືອງ. ເຮືອເລາະທ່ຽວຊົມທິວທັດທໍາມະຊາດຕາມນໍ້າຂອງຂື້ນໄປເຖິງດອນຮອນ, ກາບໄຫ້ວພະທາດພະເຈົ້າໃຫ່ຍເກົ່າແກ່ຫຼາຍ 100 ປີ ແລະ ພະເຈົ້າໃຫ່ຍວັດບ້ານໜອງໄຄ.





ຂອບໃຈບົດຂ່າວດີໆຈາກ ດາວປະດິດ ເສດຖາລາດ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.