LU03

ຣີລ ມາດຣິດ ຈັດເຕັມເພີ່ມຄ່າເໜື່ອຍໃຫ້ ໂຣນັລໂດ ຢ່າງມະຫາສານສູ້ກັບຄ່າເໜື່ອຍຂອງ ເມສຊີ-ເນມາ


   ຄຣິສເຕຍໂນ ໂຣນັລໂດ ອີກຕົວເກັ່ງຂອງ ຣີລ ມາດຣິດ ກຽມຮັບຄ່າເມື່ອຍຕໍ່ອາທິດສູງຂຶ້ນຈາກທີ່ເຄີຍໄດ້ຮັບ ພ້ອມທັງເຮັດໃຫ້ລາວມີລາຍໄດ້ໃກ້ຄຍງກັບ ລິໂອເນລ ເມສຊີ ກອງໜ້າຂອງ ບາເຊໂລນາ ແລະ ເນມາ ກອງໜ້າຂອງ ປາຣີ ແຊງແຊກແມງ, ເຊິ່ງເປັນນັກເຕະທີ່ໄດ້ຮັບຄ່າເມື່ອຍຫຼາຍກວ່າ 5 ແສນປອນຕໍ່ອາທິດ.

    ປັດຈຸບັນຄ່າເມື່ອຍຕໍ່ອາທິດຂອງ ໂຣນັລໂດ ໃນອາຍຸ 32 ປີໄດ້ຮັບຈາກຕົ້ນສັງກັດຢູ່ທີ 5 ແສນປອນ ແລະ ທີ່ຜ່ານມາ ໂຣນັລໂດ ໄດ້ຮຽກຮ້ອງໃຫ້ທີມເພີ່ມຜົນຕອບແທນ, ເຊິ່ງຫຼ້າສຸດມີຄວາມເປັນໄປໄດ້ວ່າເລື່ອງດັ່ງກ່າວ ຈະໄດ້ຮັບການຕອບຕົກລົງ.

   ຫຼັງຫຼ້າສຸດ ສື່ໃນສະເປນ ລາຍງານວ່າ: ຣີລ ມາດຣິດ ມີແຜນທີ່ຈະເພີ່ມຄ່າເມື່ອຍຈາກ 5 ແສນປອນເປັນ 6 ແສນປອນ ຕໍ່ອາທິດ ເຮັດໃຫ້ລາວມີລາຍຮັບຈາກຄ່າເມື່ອຍໃກ້ຄຽງກັບ ເມສຊີ ແລະ ເນມາ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.