1 ພັນກວ່າຄົນ

ຮ້າຍກວ່າສົງຄາມ!! 1 ພັນກວ່າຄົນຕາຍຍ້ອນອຸປະຕິເຫດ 2017



     ເປັນຕົວເລກທີ່ບໍ່ຢາກເຫັນແຕ່ກໍ່ເປັນໄປແລ້ວ ຍອດຜູ້ເສຍຊີວິດຍ້ອນອຸປະຕິເຫດທາງທ້ອງຖະໜົນປີ 2017 ຊຶ່ງຄສ ເກົ່າທີ່ຫາກໍ່ຜ່ານພົ້ນໄປໝາດໆນີ້ກໍ່ບໍ່ຕ່າງຫຍັງກັບຊຸມປີຜ່ານມາ ທີ່ຫຼາຍຄອບຄົວຕ້ອງສູນເສຍຄົນທີ່ຮັກໄປເພາະລົດຕຳກັນເປັນສາເຫດ ລວມເຫດການທີ່ເກີດຂຶ້ນທັງໝົດທົ່ວປະເທດມີ 5.723 ຄັ້ງ ແລະມີຜູ້ເສຍຊີວິດ 1.021 ຄົນຕາຍຫຼາຍສຸດແມ່ນນະຄອນຫຼວງວຽງຈັນຕາມມາດ້ວຍສະຫວັນນະເຂດ ແລະຈຳປາສັກ ໃນນີ້ຍັງບໍ່ນັບຄ່າເສຍຫາຍ.



    ຈາກຂໍ້ມູນເປີດເຜີຍໂດຍກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນ ທັນວາ 2017 ທົ່ວປະເທດມີອຸປະຕິເຫດ ເກີດຂຶ້ນຕາມທ້ອງຖະໜົນທັງໝົດ 5.723 ຄັ້ງ, ມີພາຫະນະເປ່ເພ 10.334 ຄັນ,ເລັກນ້ອຍ 4.805 ຄັນ, ສົມຄວນ 5.193 ຄັນ, ໃຊ້ການບໍ່ໄດ້ 341 ຄັນ, ເຮັດໃຫ້ມີຄົນຮັບບາດເຈັບ 9.360 ຄົນ, ເລັກນ້ອຍ 3.978 ຄົນ, ສົມຄວນ 3.753 ຄົນ, ສາຫັດ 1.382 ຄົນ ແລະເສຍຊີວິດທັງໝົດ 1.021 ຄົນ.



ອຸປະຕິບທີ່ເກີດຂຶ້ນຫຼາຍທີ່ສຸດກໍ່ແມ່ນນະຄອນຫຼວງວຽງຈັນທີ່ເປັນຈຸດສູນທາງດ້ານເສດຖະກິດ-ສັງຄົມ ແລະການສຶກສາ ຊຶ່ງມີຄົນມາພັກອາໄສຢູ່ຢ່າງຫຼວງຫຼາຍລວມແລ້ວ 1.358 ຄັ້ງ ເສຍຊີວິດ 219 ຄົນ, ແຂວງຜົ້ງສາລີເກີດ 113 ຄັ້ງເສຍຊີວິດ 11 ຄົນ, ອຸດດົມໄຊ 433 ຄັ້ງເສຍຊີວິດ 65 ຄົນ, ຫຼວງນ້ຳທາ 180 ຄັ້ງເສຍຊີວິດ 27 ຄົນ, ບໍ່ແກ້ວ 124 ຄັ້ງເສຍຊີວິດ 40 ຄົນ, ໄຊຍະບູລີ 93 ຄັ້ງເສຍຊີວິດ 54 ຄົນ, ຫຼວງພະບາງ 423 ຄັ້ງເສຍຊີວິດ 57 ຄົນ, ຫົວພັນ 38 ຄັ້ງເສຍຊີວິດ 15 ຄົນ, ຊຽງຂວາງ 135 ຄັ້ງ ເສຍຊີວິດ 35 ຄົນ, ໄຊສົມບູນ 37 ຄັ້ງເສຍຊີວິດ 6 ຄົນ, ວຽງຈັນ 485 ຄັ້ງເສຍຊີວິດ 79 ຄົນ, ບໍລິຄຳໄຊເກີດ 354 ຄັ້ງເສຍຊີວິດ 80 ຄົນ, ຄຳມ່ວນ 83 ຄັ້ງເສຍຊີວິດ 27 ຄົນ, ສະຫວັນນະເຂດເກີດ 662 ຄັ້ງເສຍຊີວິດ 114 ຄົນ, ສາລະວັນ 205 ຄັ້ງເສຍຊີວິດ 45 ຄົນ, ຈຳປາສັກ 751 ຄັ້ງເສຍຊີວິດ 94 ຄົນ, ເຊກອງ 161 ຄັ້ງເສຍຊີວິດ 42 ຄົນ ແລະທີ່ແຂວງອັດຕະປືອຸປະຕິເຫດເກີດຂຶ້ນທັງໝົດ 78 ຄັ້ງມີຄົນເສຍ ຊີວິດ 20 ຄົນ.



 ອຸປະຕິເຫດທີ່ເກີດຂຶ້ນໃນປີ 2017 ຍອດຜູ້ເສຍຊີວິດຍັງເຫັນວ່າໜ້າຕົກໃຈຢູ່ ແຕ່ເມື່ອທຽບໃສ່ປີ 2016 ເຫັນວ່າຫຼຸດລົງ 65 ຄົນ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.