ການພັດທະນາ

ນັກລົງທຶນລາວ-ຈີນ ຈັບມືກັນທຸ່ມງົບ 20 ລ້ານໂດລາ ພັດທະນາໂຮງງານອຸດສາຫະກຳເຫຼັກຄູນຄຳກາຊ້າງຄູ່


ພິທີເຊັນສັນຍາຮ່ວມທຶນພັດທະນາໂຮງງານອຸດສາຫະກຳເຫຼັກລະຫວ່າງໂຮງງານອຸດສາຫະກຳເຫຼັກຄູນຄຳກາຊ້າງຄູ່ (CK) ກັບບໍລິສັດວຽງຈັນ DKK ເຫຼັກຮູບປະພັນຈຳກັດ ມູນຄ່າ 20 ລ້ານໂດລາສະຫະລັດ ໄດ້ຈັດຂຶ້ນໃນວັນທີ 4 ມັງກອນ 2018ນີ້, ທີ່ໂຮງແຮມດາວສະຫວັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີທົນ ນັນທະລາດ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ທ່ານ ທອງໃສ ໄຊຍະວົງຄຳດີ ຫົວໜ້າຄະນະບໍລິຫານເຂດເສດຖະກິດພິເສດສະຫວັນ-ເຊໂນ, ມີບັນດາພະແນກການ, ກົມກອງ, ບັນດານັກທຸລະກິດ, ແຂກຖືກເຊີນ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະພະນັກງານຂອງທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້, ທ່ານ ຫອມ ສີຫາຈັກ ຜູ້ອຳນວຍການບໍລິສັດຄູນຄຳສະຕີລອິນດຣັສທຣີ ຈຳກັດ  ໄດ້ກ່າວໃຫ້ຮູ້ວ່າ: ຈຸດປະສົງຂອງການເຊັນສັນຍາຄັ້ງນີ້ ແມ່ນເພື່ອເປັນການຮ່ວມມືກັນລະຫວ່າງເອກະຊົນພາຍໃນ ແລະເອກະຊົນຕ່າງ ປະເທດ ໃນການຍົກລະດັບກຳລັງການຜະລິດເຫຼັກຮູບປະພັນທຸກຊະນິດ ຢູ່ແຂວງສະຫວັນນະເຂດ ໃຫ້ຄຸນະພາບດີ, ມີປະລິມານພຽງພໍກັບຄວາມຕ້ອງການຂອງຕະຫຼາດພາຍໃນ, ຫຼຸດຜ່ອນການນຳເຂົ້າເຫຼັກຈາກຕ່າງປະເທດ ແລະສົ່ງອອກຕ່າງປະເທດ ເພື່ອນຳລາຍໄດ້ເຂົ້າມາປະເທດ ທັງເປັນການປັບປຸງຍົກລະດັບກຳລັງການຜະລິດເຫຼັກຮູບປະພັນຂອງພວກຂ້າພະເຈົ້າ ໃຫ້ສາມາດຜະລິດເຫຼັກເສັ້ນ ແລະເຫຼັກແຜ່ນໃຫ້ໄດ້ 200.000-250.000 ໂຕນຕໍ່ປີ, ສາມາດສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວໄດ້ເຖິງ 150-250 ຄົນ ເຊິ່ງສິ່ງດັ່ງກ່າວນີ້ ຈະກາຍເປັນອີກທ່າແຮງໜຶ່ງໃນການສ້າງລາຍຮັບໃຫ້ກັບແຂວງສະຫວັນນະເຂດພວກເຮົາ, ພ້ອມນີ້ກໍ່ຂໍສະແດງຄວາມຂອບໃຈ ແລະຮູ້ບູນຄຸນມາຍັງອຳນາດການປົກຄອງແຂວງ, ພະແນກການທີ່ກ່ຽວຂ້ອງ ແລະບັນດາທ່ານນັກທຸລະກິດ ທີ່ໄດ້ໃຫ້ການເບິ່ງແຍງ, ຊ່ວຍເຫຼືອສະໜັບສະໜູນ ແລະຊົມໃຊ້ຜະລິດຕະພັນຂອງບໍລິສັດຄູນຄຳສະຕີລອິນດຣັສທຣີຈຳກັດ ເຂົ້າໃນການພັດທະນາ ແລະການກໍ່ສ້າງຕ່າງໆໃນໄລຍະຜ່ານມາ ເຮັດໃຫ້ບໍລິສັດພວກເຮົາ ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ໂຮງງານຜະລິດເຫຼັກເສັ້ນກາງຊ້າງຄູ່ ຂອງບໍລິສັດຄູນຄຳສະຕີລອິນດຣັສທຣີ ຈຳກັດ ແມ່ນຕັ້ງຢູ່ບ້ານນາຄຳ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ກິໂລແມັດທີ 13 ລຽບທາງເລກ 9  ໂດຍໄດ້ເລີ່ມຕົ້ນທຳການຜະລິດ ແລະຈຳໜ່າຍເຫຼັກເສັ້ນໃນໄລຍະປີຜ່ານມານີ້.

ຈາກນັ້ນ, ໃນພິທີກໍ່ໄດ້ມີການລົງນາມກັນໃນສັນຍາຮ່ວມທຶນພັດທະນາໂຮງງານອຸດສາຫະກຳເຫຼັກລະຫວ່າງໂຮງງານອຸດສາຫະກຳເຫຼັກຄູນຄຳກາຊ້າງຄູ່ (CK) ຢ່າງເປັນທາງການລະຫວ່າງທ່ານ ຫອມ ສີຫາຈັກ ຜູ້ອຳນວຍການບໍລິສັດຄູນຄຳສະຕີລອິນດຣັສທຣີ ຈຳກັດ  ແລະທ່ານ ຈາງຄຸນ ປະທານບໍລິສັດ DKK ເຫຼັກຮູບປະພັນຈຳກັດຜູ້ດຽວ ໂດຍຊ້ອງໜ້າບັນດາແຂກທີ່ເຂົ້າຮ່ວມໃນພິທີຄັ້ງນີ້.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.