LU03

ຂ່າວດີ! ນັກຮຽນ ຈາກຄອບຄົວທຸກຍາກ-ຂາດເຂີນ-ກໍາພ້າ ມີເບ້ຍລ້ຽງແລ້ວສານຕໍ່ຄວາມຝັນ ຕາມດໍາລັດໃໝ່


   ແອັດມິນນົກເອົາໃຈ ນ້ອງໆນັກຮຽນຜູ້ທຸກຍາກຂາດເຂີນ ໂດຍແນໃສ່ສົ່ງເສີມໃຫ້ໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽບກັນ ລະຫວ່າງເດັກນ້ອຍໃນເມືອງ ແລະ ເດັກນ້ອຍເຂດຊົນນະບົດຫ່າງໄກສອກຫຼີກ. ດັ່ງນັ້ນ, ລັດຖະບານແຫ່ງ ສປປ ລາວ ຈິ່ງໄດ້ອອກດໍາລັດໃໝ່ວ່າດ້ວຍເບ້ຍລ້ຽງນັກຮຽນ (ຈໍານວນເບ້ຍລ້ຽງອ່ານໃຫ້ຈົບຢູ່ດ້ານລຸ່ມ) ຜູ້ທຸກຍາກ ໂດ້ມີໂອກາດຮຽນຕໍ່ຕາມຄວາມຝັນ.

   ອີງຕາມດໍາລັດ ວ່າດ້ວຍເບ້ຍລ້ຽງນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດ ໃນສາຍສາມັນສຶກສາ ເລກທີ 385/ລບ ນະຄອນຫຼວງວຽງຈັນ, ລົງວັນທີ 15 ທັນວາ 2017 ໃຫ້ຮູ້ວ່າ: ດໍາລັດ ວ່າດ້ວຍເບ້ຍລ້ຽງນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດ ໃນສາຍສາມັນສຶກສາ ແມ່ນອີງຕາມກົດໝາຍ ວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 8 ພະຈິກ 2016, ກົດໝາຍ ວ່າດ້ວຍການສຶກສາ ສະບັບເລກທີ 62/ສພຊ, ລົງວັນທີ 16 ກໍລະກົດ 2015, ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ສະບັບເລກທີ 71/ສພຊ, ລົງວັນທີ 16 ທັນວາ 2015 ແລະ ອີງຕາມໜັງສືສະເໜີ ສະບັບເລກທີ 7304/ສສກ, ລົງວັນທີ 13 ພະຈິກ 2017 ຂອງກະຊວງສຶກສາທິການ ແລະ ກິລາ.

   ໃນນັ້ນ, ລັດຖະບານ ອອກດໍາລັດດັ່ງກ່າວ, ເຊິ່ງປະກອບມີ 6 ໝວດ ແລະ 21 ມາດຕາ ໂດຍມີຈຸດປະສົງເພື່ອກໍານົດຫຼັກການ ແລະ ລະບຽບການກ່ຽວກັບການສະໜອງເບ້ຍລ້ຽງ ໃຫ້ແກ່ນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດໃນສາຍສາມັນສຶກສາ ເພື່ອໃຫ້ນັກຮຽນ ໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມກັນ ແນໃສ່ປະຕິບັດນະໂຍບາຍການສຶກສາພາກບັງຄັບຂອງລັດຖະບານ.

   ຫຼັກການກ່ຽວກັບການສະໜອງເບ້ຍລ້ຽງ ໃຫ້ນັກຮຽນ ຕ້ອງປະຕິບັດຕາມຫຼັກການ ຄື: ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ, ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນພັດທະນາການສຶກສາ, ປະຕິບັດຕາມຂັ້ນຕອນ ແລະ ລະບຽບການກ່ຽວກັບການຄັດເລືອກນັກຮຽນທີ່ຈະໄດ້ຮັບເບ້ຍລ້ຽງ ແລະ ສະເໝີພາບ, ຍຸຕິທໍາ, ເປີດເຜີຍ, ໂປ່ງໃສ່ ສາມາດກວດສອບໄດ້.

   ສໍາລັບເປົ້າໝາຍຜູ້ທີ່ໄດ້ຮັບເບ້ຍລ້ຽງ ແມ່ນນັກຮຽນຜູ້ທຸກຍາກ ແລະ ນັກຮຽນຜູ້ດ້ອຍໂອກາດ ໃນຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກສາຕອນຕົ້ນຂອງລັດ ໃນບ້ານ, ເມືອງ ທີ່ທຸກຍາກທີ່ສຸດ ແລະ ເຂດຈຸດສຸມຂອງລັດຖະບານໃນຂອບເຂດທົ່ວປະເທດ.

   ສ່ວນເງື່ອນໄຂນັກຮຽນທີ່ຈະໄດ້ຮັບເບ້ຍລ້ຽງ ຕ້ອງແມ່ນນັກຮຽນຜູ້ທຸກຍາກ ແລະ ນັກຮຽນຜູ້ດ້ອຍໂອກາດ, ເຊິ່ງໄດ້ຜ່ານການຄັດເລືອກຈາກຂະແໜງການສຶກສາທິການ ແລະ ກິລາ ແລະ ໄດ້ຮັບການຢັ້ງຢືນຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຕາມເກນມາດຕະຖານ ຕົ້ນຕໍຄື: ສະຖານະພາບ ທາງດ້ານຄອບຄົວທຸກຍາກ ຕາມມາດຕະຖານທີ່ກໍານົດໄວ້, ມີລູກຫຼາຍຄົນ ແລະ ເຮັດການຜະລິດບໍ່ກຸ້ມກິນ, ໃຫ້ບຸລິມະສິດ ເພດຍິງ ແລະ ຊົນເຜົ່າ, ເດັກພິການທີ່ມີຄວາມພ້ອມ ແລະ ສາມາດຮຽນຮ່ວມກັບເດັກປົກກະຕິໄດ້, ລະດັບການສຶກສາຂອງພໍ່-ແມ່ ຕໍ່າ ຫຼື ກືກໜັງສື ແລະ ໄລຍະທາງຫ່າງໄກ ແຕ່ເຮືອນຫາໂຮງຮຽນ (ລາຍລະອຽດຂອງເກນມາດຕະຖານການຄັດເລືອກ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ) ແລະ ຫຼັກການລວມໃນການຄັດເລືອກ ແມ່ນຄັດເລືອກນັກຮຽນທີ່ມີເງື່ອນໄຂໃກ້ຄຽງກັນ ຕາມເກນມາດຕະຖານ ທີ່ໄດ້ກໍານົດໄວ້ໃນມາດຕາ 7 ໂດຍຈັດບຸລິມະສິດ ຄື: ນັກຮຽນທີ່ມີເງື່ອນໄຂໃກ້ຄຽງກັນ ລະຫວ່າງ ເພດຍິງ ແລະ ຊາຍ ໃຫ້ເລືອກເອົາເພດຍິງ ແລະ ນັກຮຽນທີ່ມີເງື່ອນໄຂໃກ້ຄຽງກັນ ລະຫວ່າງ ຊົນເຜົ່າລາວ ແລະ ຊົນເຜົ່າອື່ນໆ ໃຫ້ເລືອກເອົາຊົນເຜົ່າອື່ນໆ.

   ສໍາລັບການສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາ ແມ່ນ 100,000 ກີບ ຕໍ່ຄົນຕໍ່ເດືອນ ໃນສົກຮຽນ 1, ແຕ່ເດືອນກັນຍາ ຫາ ພຶດສະພາ ຂອງປີຕໍ່ມາ, ເຊິ່ງການສະໜອງເບ້ຍລ້ຽງໃຫ້ປະຕິບັດຈົນກວ່ານັກຮຽນດັ່ງກ່າວ ຈະຈົບຊັ້ນປະຖົມສຶກສາ ແລະ ເບ້ຍລ້ຽງນັກຮຽນຊັ້ນມັດທະຍົມຕອນຕົ້ນ ແມ່ນ 150,000 ກີບ ຕໍ່ຄົນຕໍ່ເດືອນ ໃນສົກຮຽນ 1 ແຕ່ເດືອນກັນຍາ ຫາ ເດືອນພຶດສະພາ ຂອງປີຕໍ່ມາ, ການສະໜອງເບ້ຍລ້ຽງ ໃຫ້ປະຕິບັດແຕ່ປີທີ 1 ຈົນກວ່ານັກຮຽນດັ່ງກ່າວ ຈະຈົບຊັ້ນມັດທະຍົມສຶກສາຕອນຕົ້ນ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.