LU02

ພໍ່ໃຜໄປເອົາເດີ ທີ່ວັດຈອມໄຕກຳລັງເຈັບໜັກ



ບູຮານວ່າພໍ່ແມ່ລ້ຽງລູກ 10 ຄົນໄດ້ແຕ່ລູກ 10 ຄົນລ້ຽງພໍ່ແມ່ຄົນດຽວບໍ່ໄດ້ ແມ່ນຄວາມຈິງໃນສັງຄົມທຸກວັນປ່ຽນໄປເລື້ອຍໆມີພໍ່ແມ່ຫຼາຍຄົນທີ່ຖືກລູກຖີ້ມບໍ່ສົນໃຈໄຍດີ ຕ້ອງອາໄສພັກເຊົານຳຄົນທົ່ວໄປ ປະເທດທີ່ຈະເລີນແລ້ວກໍ່ໜີບໍ່ມົ້ມເຮືອນຄົນຊະລາ, ບ້ານເຮົາບໍ່ມີເຮືອນຄົນຊະລາ ວັດວາອາຮາມຖືເປັນທາງອອກໜຶ່ງຂອງພວກເພິ່ນ.



ດຽວນີ້ມີພໍ່ຄົນໜຶ່ງທີ່ໄປຂໍພັກອາໄສນຳວັດຈອມໄຕ ທາງວັດເພິ່ນໄດ້ປະກາດໃຫ້ຄອບຄົວລູກແລະເມຍພ້ອມດ້ວຍຍາດພີ່ນ້ອງຂອງ ທ້າວພອນ ທີ່ເອົາລາວມາປະຖີ້ມໄວ້ວັດຈອມໄຕຣໄດ້ຫລາຍເດືອນແລ້ວ ຕອນນີ້ລາວປ່ວຍໜັກ 😔 ພ້ອມລະບຸຂໍ້ຄວາມວ່າ "ພວກທ່ານເປັນລູກ ຈົ່ງລ້ຽງພໍ່ແມ່ຍາມເຈັບປ່ວຍແລະແກ່ຊະລາ ບໍ່ແມ່ນຈະເອົາພໍ່ມາປະຖີ້ມບໍ່ຈະເລີນດອກເດີ້ລູກໆ"



ບໍ່ວ່າຈະເປັນລູກລຸງພອນຫຼືຄົນອື່ນໆ ຈົ່ງຮັກ ແລະດູແລພໍ່ແມ່ທ່ານເທາະ ເພາະວ່າບໍ່ມີໃຜຄົນໃດໃນໂລກນີ້ທີ່ຮັກທ່ານເທົ່າກັບພໍ່ແມ່ອີກແລ້ວ ໃນຊີວິດນີ້ໃຫ້ຈື່ໄວ້ 2 ຄົນທີ່ທ່ານຕ້ອງຮັບຜິດຊອບກໍ່ຄືຄົນທີ່ໃຫ້ກຳເນີດທ່ານ ແລະຄົນທີ່ທ່ານໃຫ້ກຳເນີດເທົ່ານັ້ນ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.