LU02

ທ່ານຮູ້ບໍກຳນົດເວລາເຊົ່າດິນສູງສຸດຢູ່ລາວຈັກປີ



ການເຊົ່າແລະສຳປະທານທີ່ດິນເປັນເລື່ອງທີ່ຫຼາຍຄົນໃຫ້ຄວາມສົນໃຈ ຜ່ານມາເຄີຍທີການໂຈມຕີລັດຖະບານບໍ່ໜ້ອຍກ່ຽວກັບການໃຫ້ຕ່າງຊາດເຊົ່າ ແລະສຳປະທານທີ່ດິນເປັນເວລາຍາວນານຫຼາຍປີ ແອັດມິນໂປ່ງຈິ່ງຢິບເອົາກຳນົດເວລາໃນການເຊົ່າ, ສຳປະທານທີ່ດິນທີ່ກຳນົດໄວ້ໃນກົດໝາຍມາຝາກທ່ານຜູ້ອ່ານວ່າເພິ່ນອະນຸຍາດໃຫ້ເທົ່າໃດແທ້.

ໃນກົດໝາຍວ່າດ້ວຍທີ່ດິນພາກທີ 3 ສິດ ແລະພັນທະຂອງສິດນຳໃຊ້ທີ່ດິນ ໝວດທີ 2 ມາດຕາທີ 65 ວ່າດ້ວຍກຳນົດເວລາເຊົ່າ ແລະສຳປະທານທີ່ດິນໄດ້ລະບຸໄວ້ວ່າ:



ກຳນົດເຊົ່າ ແລະສຳປະທານທີ່ດິນຈາກລັດໂດຍຊາວຕ່າງດ້າວ, ຜູ້ບໍມີສັນຊາດ ແລະການຈັດຕັ້ງຂອງບຸກຄົນດັ່ງກ່າວແມ່ນອີງໃສ່ລັກສະນະ, ຂະໜາດ, ແລະເງື່ອນໄຂຂອງກິດຈະການແຕ່ສູງສຸດບໍ່ໃຫ້ເກີນ30 ປີ ແລະສາມາດຕໍ່ໄດ້ແລ້ວແຕ່ກໍລະນີຕາມຄວາມເຫັນດີຂອງລັດຖະບານ.

ກຳນົດເວລາເຊົ່າທີ່ດິນທີ່ມີການພັດທະນາແລ້ວ ຈາກພົນລະເມືອງລາວໂດຍຊາວຕ່າງຊາດ, ຄົນບໍມີສັນຊາດແມ່ນກຳນົດເວລາສູງສຸດບໍ່ເກີນ 20 ປີ ແລະສາມາດຕໍ່ໄດ້ແລ້ວແຕ່ກໍລະນີຕາມການຕົກລົງຂອງລັດຖະບານ.
ສຳລັບການນຳນົດເຊົ່າດິນ ຫຼື ສຳປະທານດິນລັດໂດຍຄົນຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ ແມ່ນອີງຕາມລັກສະນະ, ຂະໜາດ ແລະເງື່ອນໄຂຂອງກິດຈະການ, ໂຄງການ ແຕ່ສູງສຸດບໍ່ເກີນ 50 ປີ ແລະສາມາດຕໍ່ໄດ້ ອີງຕາມການຕົກລົງຂອງລັດຖະບານ.


ສຳລັບການເຊົ່າທີ່ດິນຈາກພົນລະເມືອງລາວໂດຍຊາວຕ່າງປະເທດທີ່ມາລົງທຶນຢູ່ລາວແມ່ນອີງໃສ່ລັກສະນະ,ຂະໜາດ ແລະເງື່ອນໄຂຂອງກິດຈະການ ມີກຳນົດສູງສຸດບໍ່ໃຫ້ເກີນ 30 ປີ ແລະສາມາດຕໍ່ໄດ້ແລ້ວແຕ່ກໍລະນີຕາມການຕົກລົງຂອງຄູ່ສັນຍາ ໂດຍໄດ້ຮັບຄວາມເຫັນດີຈາກອົງການຄຸ້ມຄອງທີ່ດິນແຫ່ງຊາດຕາມການສະເໜີຂອງອົງການປົກຄອງແຂວງ, ນະຄອນ.

ກ່ຽວກັບເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະນັ້ນແມ່ນກຳນົດເວລາສູງສຸດຂອງການເຊົ່າ ແລະສຳປະທານທີ່ດິນບໍ່ເກີນ 75 ປີ ແລະສາມາດຕໍ່ໄດ້ແຕ່ຕ້ອງໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດ.



ນອກຈາກນີ້ໃນກົດໝາຍຍັງໄດ້ກຳນົດໄວ້ ສຳລັບຜູ້ເຊົ່າ ຫຼື ສຳປະທານທີ່ດິນສູງກວ່າ 10 ພັນ ເຮັກຕານັ້ນໄດ້ຕ້ອງຮັບການຮັບຮອງຈາກສະພາແຫ່ງຊາດກ່ອນ ສ່ວນກຳນົດເວລາຂຶ້ນກັບລັກສະນະ ແລະເງື່ອນໄຂຂອງແຕ່ລະກິດຈະການ.

ພ້ອມດຽວກັນ ສະຖານທູດ, ອົງການຈັດຕັ້ງສາກົນທີ່ຕ້ອງການນຳໃຊ້ທີ່ດິນຢູ່ ສປປ ລາວ ກໍ່ສາມາດເຊົ່າ, ແລກປ່ຽນ, ໂອນຕາມການຕົກລົງລະຫວ່າງລັດຖະບານ, ກໍລະນີເຊົ່າແມ່ນກຳນົດເວລາໃຫ້ບໍ່ເກີນ 90 ປີ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.