ຂ່າວຕ່າງປະເທດ

ເກີດເຫດວາງລະເບີດສະຫຼະຊິບ ເຮັດໃຫ້10ກວ່າຄົນເສຍຊີວິດ ແລະ ບາດເຈັບນັບ20ຢູ່ ນະຄອນຫຼວງຂອງອາບການິດສະຖານ


(VOVWORLD) -ວົງການເຈົ້າໜ້າທີ່ອາບການິດສະຖານ ໃຫ້ຮູ້ວ່າ: ໃນວັນທີ 04 ມັງກອນນີ້ ເປົ້າໝາຍ
ບຸກໂຈມຕີສະຫຼະຊີບໄດ້ໃສ່ລະເບີດຕິດໂຕ ແລ້ວຈູດຊະນວນແຕກຢູ່ໃກ້ກັບເຂດມີຕຳຫຼວດ ແລະ ຜູ້ແຫ່ຂະບວນປະທ້ວງເປັນຈຳນວນຫຼາຍຢູ່ນະຄອນຫຼວງກາບູນ ອັບການິດສະຖານ ເຮັດໃຫ້ຢ່າງ
ໜ້ອຍສຸດ 11 ຄົນເສຍຊີວິດ ແລະ  25 ຄົນຮັບບາດເຈັບ.


ນີ້ແມ່ນການໃຊ້ຄວາມຮຸນແຮງຄັ້ງຫຼ້າສຸດທີ່ເກີດຂຶ້ນຢູ່ນະຄອນນີ້.

        ສຳນັກຂ່າວສານ AFP ໄດ້ຄັດຄຳເວົ້າຂອງຮອງໂຄສົກກະຊວງພາຍໃນອາບການິດສະຖານ Nasrat Rahimi ຊີ້ແຈ້ງວ່າ “ເຫດວາງລະເບີດສະຫຼະຊີບເກີດຂຶ້ນຢູ່ໃກ້ກັບກຸ່ມຕຳຫຼວດພວມປະຕິບັດໜ້າ
ທີ່ຮັບປະກັນຄວາມສະຫງົບໃຫ້ແກ່ການແຫ່ຂະບວນປະທ້ວງທີ່ພວມດຳເນີນ”. ແລະຫ່າງຈາກສະ
ຖານທູດອາເມລິກາ ກໍຄື ບັນດາສຳນັກງານຄະນະປະຕິບັດງານການທູດບໍ່ໄກ. ປະຈຸບັນຍັງບໍ່ທັນ
ມີກຸ່ມໄດກ່າວຮັບຜິດຊອບເຫດການດັ່ງກ່າວ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.