LU03

ມາເບິ່ງໂສມໜ້າ ກໍາມະການ ທີ່ຈະລົງຕັດສິນແຊັມລາຍການ ແມ່ຂອງຄລັບ ມື້ແລງນີ້


   ສື່ຕ່າງປະເທດລາຍງານກ່ອນການແຂ່ງຂັນ ໂຕໂຢຕ້າ ແມ່ຂອງ ຄລັບ ແຊັມປ້ຽນຊິບ 2017 ຮອບຊີງຊະນະເລີດນັດທີ 2 ລະຫວ່າງ ເອັສຊີຈີ ເມືອງທອງ ຢູໄນເຕັດ ທີມຈາກໄທ ເປີດບ້ານພົບກັບ ຊານນາ ກັນ ຫົວ ທີມຈາກຫວຽດນາມ ໃນວັນທີ 6 ມັງກອນ ເວລາ 18:00 ໂມງ ປະກົດວ່າ: ກໍາມະການຕັດສິນມາຈາກປະເທດສິງກະໂປ ທັງໝົດ.

   ໂດຍຜູ້ຕັດສິນມີຊື່ວ່າ: ຊູເຄີເບຍ ຊິງ ຈາກສິງກະໂປ ທີ່ເຄີຍເຮັດໜ້າທີ່ມາແລ້ວໃນລາຍການ ຄິງ ຄັບ ຄັ້ງທີ 44 ຫຼື ເມືອ 2 ປີທີ່ແລ້ວ ເມື່ອວັນທີ 3 ມີນາ 2016 ຄູ່ທີ 2 ລະຫວ່າງ ທີມຊາດໄທ ພົບ ທີມຊາດຊີເຣຍ ເຊິ່ງຈົບດ້ວຍຜົນສະເໝີກັນ 2-2 ຕ້ອງຕັດສິນກັນດ້ວຍການດວນຈຸດໂທດປະກົດວ່າ ທີມຊາດໄທ ເອົາຊະນະໄປ 7-6.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.