LU03

ຊ໊ອກທີມໃໝ່ມາທີມເກົ່າໜີ! ທິບ ສະຫວັນ ປະກາດຖອນຕົວຈາກ ລາວພຣີເມຍລີກ 2018


   ຂ່າວດີບໍ່ຮອດອາທິດ ຂ່າວຮ້າຍມາສຽບແທນ ຫຼັງກ່ອນໜ້ານີ້ ມີຂ່າວທີມ ແຂວງຫຼວງພະບາງ ສະໝັກເຂົ້າຮ່ວມລາວພຣີເມຍລີກ 2018, ແຕ່ຫຼ້າສຸດ ສະໂມສອນ ທິບ ສະຫວັນ ເອັຟຊີ ທີ່ໄດ້ຮັບການສະໜັບສະໜູນຈາກບໍລິສັດໃຫຍ່ຢ່າງ ທິບພະຍະ ປະກັນໄພ ຈໍາກັດ ປະກາດຖອນຈະບໍ່ເຂົ້າຮ່ວມການແຂ່ງຂັນບານເຕະ ລາວພຣີເມຍລີກ 2018 ໃນວັນທີ 6 ມັງກອນ 2018.

   ທິບ ສະຫວັນ ເອັຟຊີ ໂພສຂໍ້ຄວາມຜ່ານເຟສບຸກທາງການຂອງສະໂມສອນວ່າ: ຝາກເຖິງແຟນບານ ທິບສະຫວັນ ເອັຟຊີ ທຸກໆທ່ານ, ທາງສະໂມສອນທິບສະຫວັນ ເອັຟຊີ ຂໍແຈ້ງໃຫ້ແຟນບານຮັບຮູ້ວ່າ : ສະໂມສອນ ທິບສະຫວັນ ເອຟຊີ ຈະບໍ່ສົ່ງເຂົ້າຮ່ວມການແຂ່ງຂັນ ລາວພຣີເມຍລີກ 2018 ເພື່ອກຽມຄວາມພ້ອມຂອງສະໂມສອນ ແລະ ພັດທະນາທີມບານເຕະໃຫ້ເຂັ້ມແຂງ. ດັ່ງນັ້ນເຮົາຈຶ່ງບໍ່ໄດ້ສົ່ງທີມບານເຕະເຂົ້າຮ່ວມແຂ່ງຂັນ ແລະ ຂໍຂອບໃຈທຸກກຳລັງໃຈຈາກແຟນບານທຸກໆທ່ານ ທີ່ຮ່ວມເຊຍທີມບານເຕະຂອງພວກເຮົາຕະຫລອດມາ.


   ຈາກຜົນດັ່ງກ່າວ ເຮັດໃຫ້ ລາວພຣີເມຍລີກ 2018 ເລີ່ມສັ່ນຄອນບໍ່ຮູ້ວ່າຈະຍັງເຫຼືອ 8 ທີມຄືກັບປີ 2017 ຫຼື ບໍ ເພາະຫຼາຍທີມມີແວວວ່າ ຈະບໍ່ເຂົ້າຮ່ວມການແຂ່ງຂັນ ເພາະມີເປົ້າໝາຍອື່ນ. ຢ່າງໃດກໍ່ຕາມ, ທີມທີ່ສະມັກເຂົ້າຮ່ວມແຂ່ງຂັນໃໝ່ປະກອບດ້ວຍ ມາສເຕີ ເຊເວັນ ແລະ ທີມແຂວງຫຼວງພະບາງ ລວມເຖິງແຊັມເກົ່າຢ່າງ ລາວໂຕໂຢຕ້າ ເອັຟຊີ, ສ່ວນທີມອື່ນໆຕ້ອງຕິດຕາມກັນຕໍ່ໄປ ແລະ ແອັດມິນນົກ ຈະພະຍາຍາມລາຍງານໃຫ້ຊາບເປັນໄລຍະໆ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.