LU03

ເຊລຊີ ຄວ້າ ບາກລີ ຈາກເອັຟເວີຕັນ ຮ່ວມທີມ 5 ປີເຄິ່ງ


  ຣອສ ບາກລີ ຈັບປາກກາເຊັນສັນຍາຍ້າຍໄປຮ່ວມກັບ ເຊລຊີ ດ້ວຍສັນຍາ 5 ປີເຄິ່ງ ດ້ວຍຄ່າຈ້າງ 15 ລ້ານປອນ ເມື່ອວັນສຸກທີ 5 ມັງກອນ ທີ່ຜ່ານມາ ພ້ອມໃສ່ເສື້ອໝາຍເລກ 8 ເບີເກົ່າຂອງ ແຟຣັງ ແລມພາດ ອີກດ້ວຍ.

   ບາກລີ ກ່າວວ່າ: “ ຂ້ອຍຮູ້ສຶກຕື່ນເຕັ້ນ ແລະ ຍາກລົງສະໜາມໄວໆ, ການເລີ່ມຕົ້ນໃໝ່ກັບສະໂມສອນຢ່າງ ເຊລຊີ ຄືເລື່ອງທີ່ພິເສດສຸດໆສໍາລັບຂ້ອຍ, ເຊິ່ງຂ້ອຍກໍ່ຕັ້ງເປົ້າວ່າ ຈະພັດທະນາຕົວເອງ ແລະ ຍິງປະຕູໃຫ້ໄດ້ຫຼາຍຂຶ້ນ ”.

   ບາກລີ ເປັນຊາວເມືອງລິເວີພູລ ປະເທດອັງກິດ ຖືເປັນນັກເຕະເຍົາວະຊົນຂອງ ເອັຟເວີຕັນ ແລະ ເລື່ອນຂຶ້ນໄປຫຼິ້ນກັບຊຸດໃຫຍ່ເມື່ອປີ 2010 ໂດຍລະຫວ່າງນັ້ນ ຍັງໄດ້ໄປຫຼິ້ນແບບຢືມຕົວໃຫ້ກັບ ເຊຟຟິລ ເວັນເດ ກັບ ລີດ ຢູໄນເຕັດ ກ່ອນລົງຍ້າຍມາຫຼິ້ນໃຫ້ກັບ ເຊລຊີ ໃນປີນີ້, ເຊິ່ງຜົນງານຂອງລາວລົງຫຼິ້ນໃຫ້ກັບ ເອັຟເວີຕັນ ທັງໝົດ 179 ນັດຍິງໄດ້ 27 ປະຕູ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.