ການສຶກສາ

ກະຊວງສຶກສາ ຈະເລັ່ງໃສ່ການຂະຫຍາຍການເຂົ້າການຮຽນໃນຂະແຫນງອາຊີວະໃຫ້ຫຼາຍຂຶ້ນ ທັງໃນຮູບແບບດັ່ງເດີມ, ເລັງໃສ່ສະມັດຖະພາບ ແລະ ຮູບແບບຄວບຄູ່.


ກົມ​ອາຊີວະ​ສຶກສາ ກະຊວງ​ສຶກສາ​ທິການ ​ແລະ ກິລາ (ສສກ) ວາງແຜນວຽກບຸລິມະສິດສົກປີ 2018
 ໄວ້ 5 ເປົ້າໝາຍຫຼັກແຕ່ໜຶ່ງໃນນັ້ນແມ່ນຈະເພີ່ມການເຂົ້າຮຽນລວມ ແລະປັບປຸງຂອດການເຂົ້າເຖິງ
ການຮຽນສາຍອາຊີວະສຶກສາໃຫ້ມີຄວາມເທົ່າທຽມກັນສຳລັບນັກຮຽນຍິງ, ຊົນເຜົ່າແລະ ຜູ້ດ້ອຍ
ໂອກາດຈາກເຂດຫ່າງໄກສອກຫຼີ, ຂະຫຍາຍການເຂົ້າຮຽນໃຫ້ນັກຮຽນໄດ້ເຂົ້າຮຽນໃນສາຍອາຊີ
ວະສຶກສາໃນຮູບແບບດັ່ງເດີມ, ຮູບແບບທີ່ເລັງໃສ່ສະມັດຖະພາບ ແລະ ຮູບແບບຄວບຄູ່.

ທ່ານ ໜູ​ພັນ ອຸດສາ ຫົວໜ້າ​ກົມ​ອະ​ຊີວະ​ສຶກສາ ກະຊວງ​ສຶກສາ​ທິການ ແລະກິລາ ​ໄດ້​ລາຍງານຂະ​ແໜງ​
ການ​ຍ່ອຍ ວຽກ​ງານ​ອາຊີວະ​ສຶກສາ ​ແລະ ​ເຝິກ​ອົບຮົມ​ວິຊາ​ຊີບ ຕໍ່ກອງປະຊຸມຜູ້ບໍລິຫານການສຶກສາ ແລະ  ກິລາທົ່ວປະເທດ ປະຈໍາປີ 2017 ໃນວັນທີ 27 ທັນວາ ຜ່ານມາ ວ່າ: ສໍາລັບໃນສົກປີ 2018 ທາງກົມອາຊີວະສຶກສາກະຊວງ ສສກແມ່ນຈະໄດ້ສືບຕໍ່ສົ່ງ​ເສີມ​ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ຈາກ​ຊັ້ນ​
ມັດທະຍົມ​ສຶກສາຕອນ​ຕົ້ນ ​ແລະ ຊັ້ນ​ມັດທະຍົມ​​ສຶກສາຕອນ​ປາຍ ​ໄດ້​ເຂົ້າ​ຮຽນ​ສາຍ​ວິຊາ​ຊີບ
 ​ໃຫ້​ຫຼາຍ​ຂຶ້ນ;

ປັບປຸງ​ມາດຕະຖານ​ສໍາລັບ​ໂຄງ​ສ້າງ​ຫຼັກສູດ​ອາຊີວະ​ສຶກສາ ລວມ​ເຖິງ​ໂຄງການ​ຫຼັກສູດ​ໃໝ່ ​ເພື່ອໃຫ້​ສອດຄ່ອງ, ຕອບ​ສະໜອງ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ແຮງ​ງານ ​​ໃຫ້​ຫຍັບ​ມໍ່​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ; ​ເພີ່ມ​ການ​ເຂົ້າ​ຮຽນ​ລວມ, ປັບປຸງ​ການ​ເຂົ້າເຖິງ​ການ​ຮຽນ​ສາຍ​ອາຊີວະ​ສຶກສາ​ໃຫ້​ເທົ່າ​ທຽມ
​ກັນ​ສໍາລັບ​ນັກຮຽນ​ຍິງ ​ຊົນ​ເຜົ່າ ​ແລະ ຜູ້​ດ້ອຍ​ໂອກາດ​ຈາກ​ເຂດ​ຫ່າງ​ໄກ​ສອກ​ຫຼີກຂະຫຍາຍ​ການ​ເຂົ້າ​ຮຽນ
​ໃຫ້​ນັກຮຽນ​ໄດ້​ເຂົ້າ​ຮຽນ​ໃນ​ສາຍ​ອາຊີວະ​ສຶກສາ ​ໃນ​ຮູບ​ແບບ​ດັ່ງ​ເດີມ, ຮູບ​ແບບ​ທີ່​ເລັ່ງ​ໃສ່​ສະມັດຖະພາບ​ແລະຮູບ​ແບບ​ຄວບ​ຄູ່;
ສືບ​ຕໍ່​ຂະຫຍາຍ​ການ​ຮ່ວມ​ມື​ກັບ​ບັນດາ​ສະຖານ​ປະກອບ​ການ​ກ່ຽວ​ກັບ​​ການ​ເຝິກອົບຮົມ, ພັດທະນາ​ຫຼັກສູດ ​ແລະ ປັບປຸງ​ສື່​ການ​ຮຽນ​-ການ​ສອນ; ​ສືບ​ຕໍ່​ຊຸກຍູ້​ສົ່ງ​ເສີມ​ໃຫ້​ພາກ​ເອກະ​ຊົນ ​ແລະ ສັງຄົມ ປະກອບສ່ວນ​ໃນ​ວຽກ​ງານ​ອາຊີວະ​ສຶກສາ ​ແລະ ອົບຮົມ​ວິຊາ​ຊີບໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

 ຄຽງຄູ່ກັນນັ້ນ, ກໍ່ຈະສືບຕໍ່ກໍ່ສ້າງ, ປັບປຸງ ແລະ ຂະຫຍາຍຄວາມອາດສາມາດຂອງສະຖານ ອາຊີວະ
ສຶກສາ ເປັນຕົ້ນແມ່ນ ການສຶກສາ ຄວາມເປັນໄປໄດ້ໃນການສ້າງຕັ້ງໂຮງຮຽນວິຊາຊີບ ຢູ່ແຂວງ
ໄຊສົມບູນ; ຕິດຕາມຂະບວນການໂຄງການ ສ້າງຕັ້ງວິທະຍາໄລເຕັກນິກການລົດ ໄຟມິດຕະພາບ
ລາວ-ຈີນ ແລະ ໂຄງການຂະຫຍາຍວິທະຍາເຂດໃໝ່ຂອງວິທະຍາໄລເຕັກນິກ ລາວ-ເຢຍລະມັນ; ກໍ່ສ້າງ ແລະ ປັບປຸງຫ້ອງເຝິກ, ອາຄານຮຽນ, ຫໍພັກຂອງວິທະຍາໄລເຕັກນິກ ສັບພະວິຊາ, ວິທະຍາໄລເຕັກ
ນິກ ປາກປ່າສັກ, ວລ ເຕັກນິກ- ວິຊາຊີບແຂວງສະຫວັນນະເຂດ, ແຂວງຄໍາມ່ວນ ແລະ ເຕັກນິກ-
ວິຊາຊີບມິດຕະພາບ ວຽງຈັນ-ຮ່າໂນ້ຍ;

ກໍ່ສ້າງ ແລະ ປັບປຸງໂຮງຊ່າງ,  ອາຄານຮຽນ, ຫໍພັກ ໃຫ້ແກ່ສະຖາບັນພັດທະນາອາຊີວະສຶກສາ, ໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍລິຄໍາໄຊ ແລະ ແຂວງບໍ່ແກ້ວ; ປະກອບອຸປະກອນເຕັກ
ນິກ, ສື່ການຮຽນ-ການສອນ ແລະ ເຟີນີເຈີ ໃຫ້ແກ່ວິທະຍາໄລເຕັກນິກ-ວິຊາຊີບແຂວງຄໍາມ່ວນ, ສັບພະວິຊາ, ແຂວງສະຫວັນນະເຂດ, ມິດຕະພາບ ວຽງຈັນ-ຮ່າໂນ້ຍ, ວລ ປາກປ່າສັກ, ແຂວງວຽງຈັນ, ແຂວງຈໍາປາສັກແລະໂຮງຮຽນເຕັກນິກກະສິກໍາດົງຄໍາຊ້າງ;
ປະກອບອຸປະກອນເຕັກນິກ, ສື່ການຮຽນ-ການສອນໃຫ້ແກ່ສະຖາບັນພັດທະນາອາຊີວະສຶກສາໂຮງ
ຮຽນເຕັກນິກ-ວິຊາຊີບແຂວງບໍລິຄໍາໄຊ ແລະ ເຕັກນິກ-ວິຊາຊີບແຂວງບໍ່ແກ້ວ; ຕິດຕາມການສ້າງສູນ
ກະສິກໍາແບບຍືນຍົງ ທີ່ວິທະຍາໄລເຕັກນິກ - ວິຊາຊີບແຂວງຄໍາມ່ວນ ແລະ ໂຮງຮຽນເຕັກນິກ-ວິຊາຊີບ
ແບບປະສົມປະສານ ແຂວງເຊກອງ; ຕິດຕາມໂຄງການກໍ່ສ້າງແລະຂະຫຍາຍວິທະຍາເຂດຂອງ
ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ຂຶ້ນແຜນງົບປະມານຂອງລັດຖະບານ ເພື່ອປະກອບສ່ວນຂະຫຍາຍ ວິທະຍາເຂດໃໝ່;

ສ້ອມແປງຫ້ອງການ, ຫ້ອງຮຽນ  ແລະ  ຫ້ອງນໍ້າຂອງວິທະຍາໄລເຕັກນິກ-ວິຊາຊີບ  ແຂວງສະ
ຫວັນນະເຂດ,  ວິທະຍາໄລເຂດເຊໂປນໂດຍງົບປະມານຂອງລັດ ແລະ ສ້ອມແປງໂຮງເຝິກງານ
ຂອງສະຖາບັນພັດທະນາອາຊີວະສຶກສາ, ເຟີນີເຈີ, ນໍ້າປະປາ, ໄຟຟ້າ, ຮົ້ວ ຂອງໂຮງຮຽນເຕັກ
ນິກ-ວິຊາຊີບແຂວງບໍລິຄໍາໄຊ ​ແລ​ະ ​ເຕັກນິກ​ວິຊາ​ຊີບ​ແຂວງ​ບໍ່​ແກ້ວ ​ໂດຍ​ໃຊ້​ງົບປະມານ​ທຶນ​ສົມທົບ​ໂຄງການ​ຂອງ​ສູນ​ກາງ​ແລະ ທ້ອງ​ຖິ່ນ.
ພ້ອມດຽວກັນນັ້ນ, ກໍ່ຈະສືບຕໍ່ສົ່ງເສີມສັງຄົມ ແລະ ພາກທຸລະກິດປະກອບສ່ວນເຂົ້າໃນການ ພັດທະນາວຽກງານອາຊີວະສຶກສາ;ປັບປຸງຮູບແບບອາຊີວະສຶກສາ ແລະ ເຝິກອົບຮົມວິຊາຊີບ; ກໍ່ສ້າງ-ບຳລຸງຄູ ແລະ ພັດທະນາບຸຄະລາກອນອາຊີວະສຶກສາ ແລະ ເຝິກອົບຮົມວິຊາຊີບ; ປະກັນຄຸນະພາບຂອງວຽກງານອາຊີວະສຶກສາ ແລະ ເຝິກອົບຮົມວິຊາຊີບ; ພັດທະນາລະບົບຂໍ້ມູນ- ຂ່າວອາຊີວະສຶກສາແລະ ເຝິກອົບຮົມວິຊາຊີບ; ປັບປຸງກົງຈັກການຄຸ້ມຄອງສາຍອາຊີວະສຶກສາ ແລະ ເຝິກອົບຮົມວິຊາຊີບ; ສ້າງນະໂຍບາຍ ແລະ ເຄື່ອງມືຄຸ້ມຄອງວຽກງານອາຊີວະສຶກສາ ເປັນຕົ້ນແມ່ນ ປັບປຸງກົດໝາຍວ່າດ້ວຍອາຊີວະສຶກສາ; ສ້າງນິຕິກຳລຸ່ມກົດໝາຍ (ຂອບວຸດທິວິຊາຊີບ, ມາດຖານ ການທົດສອບ, ການທຽບໂອນຄວາມຮູ້-ປະສົບການ ແລະດຳລັດວ່າດ້ວຍກອງທຶນພັດທະນາອາ
ຊີວະສຶກສາ;  ປັບປຸງນິຕິກຳວ່າດ້ວຍມາດຖານອາຊີບແລະມາດຖານຫຼັກສູດປັບປຸງນິຕິກຳວ່າດ້ວຍ
ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຖານອາຊີວະສຶກສາ.
     
ຢ່າງໃດກໍ່ຕາມ, ໃນ​ສົກຮຽນ 2016-2017 ຜ່ານ​ມາ ​ໄດ້​ມີ​ສະຖານ​ອາຊີວະ​ສຶກສາ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ທີ່​ຂຶ້ນ​ກັບ​ການ​ຄຸ້ມ​ຄອງ​ທາງ​ດ້ານ​ວິຊາ​ການຂອງ​ກົມ​ອາຊີວະ​ສຶກສາ ກະຊວງ ສສກ ທັງ​ໝົດ 96 ​ແຫ່ງ, ມີ​ພະນັກງານ, ​ຄູ-ອາຈານ ທັງ​ໝົດ 4.866 ຄົນ,ຍິງ1.593 ຄົນ ​ແລະ ມີ​ນັກ​ສຶກສາ​ທັງ​ໝົດ 63.969 ຄົນ, ຍິງ 30.794 ຄົນ.

​ໃນ​ນັ້ນ, ສະຖານ​ອາຊີວະ​ສຶກສາ ​ພາກ​ລັດ ມີ 23 ​ແຫ່ງ,  ມີ​ພະນັກງານ, ​ຄູ-ອາຈານ ທັງ​ໝົດ 2.140 ຄົນ, ຍິງ 795 ຄົນ ​ແລະ ນັກ​ສຶກສາມີ​ທັງ​ໝົດ 33.114 ຄົນ, ຍິງ 14.227 ຄົນ ແລະສະຖານ​
ອາຊີວະ​ສຶກສາ ພາກ​ເອກະ​ຊົນ ມີ 73 ​ແຫ່ງ, ມີ​ພະນັກງານ, ​ຄູ-ອາຈານ ທັງ​ໝົດ 2.726 ຄົນຍິງ 798 ຄົນ. ​ໃນ​ນັ້ນ, ມີ​ຄູປະ​ຈໍາ 1.605ຄົນ, ຄູ​ຮັບ​ເຊີນ 1.121 ຄົນ ​ແລະ ນັກ​ສຶກສາມີ​ທັງ​ໝົດ 30.855 ຄົນ, ຍິງ 16.567 ຄົນ.ສໍາລັບ​ຈໍານວນນັກ​ຮຽນ​ເຂົ້າ​ໃໝ່​ໃນ​ສະຖານ​ອາຊີວະ​ສຶກສາ​ພາກ​ລັດ ທີ່​ຂຶ້ນ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໃນ​ສົກຮຽນ 2017-2018 ມີ​ທັງ​ໝົດ 18.399 ຄົນຍິງ 7.480 ຄົນທຽບ
​ໃສ່​ແຜນ​ຮັບ​ປະຕິບັດ​ໄດ້ 85.61 ​ເປີ​ເຊັນ ​ແລະ ​ທຽບ​ໃສ່​ປີຜ່ານມາ ​ເພີ່ມ​ຂຶ້ນ 18.85 ​ເປີ​ເຊັນ.


ແຫລ່ງທີ່ມາຈາກ http://moes.edu.la
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.