ຂພສ

ປີ2017 ຂສພ ດຶງດູດການລົງທຶນໄດ້ຫຼາຍກວ່າ 120 ລ້ານໂດລາ



ຂປລ.​ໃນປີ 2017 ຜ່ານມາ, ລັດຖະບານໄດ້ເອົາໃຈໃສ່ພັດທະນາແລະ ຄຸ້ມຄອງເຂດເສດຖະ ກິດພິເສດ (ຂພສ) ຢ່າງຕັ້ງໜ້າ,ເຊິ່ງສາມາດດຶງດູດນັກລົງທຶນພາກເອກະຊົນ ທັງພາຍໃນແລະ ຕ່າງປະເທດໄດ້ທັງໝົດ 51 ບໍລິສັດ, ມີມູນຄ່າການລົງທຶນທັງໝົດ 121 ລ້ານກວ່າໂດລາສະຫະລັດ. ​ໃນນັ້ນ, ມີການລົງທຶນຂອງພາຍໃນ 5 ບໍລິສັດ, ຕ່າງປະເທດ 45 ບໍລິສັດແລະ ພາຍໃນຮ່ວມກັບຕ່າງປະເທດ 1 ບໍລິສັດ. ​ອີງຕາມແຫລ່ງຂ່າວ ແຜນພັດທະນາເສດຖະກິດ-​ສັງຄົມ ຂອງລັດຖະບານ ປີ 2017.


ລາຍງານຂອງລັດຖະບານລະບຸວ່າ: ການລົງທຶນຂອງພາກເອກະຊົນດັ່ງກ່າວ, ສ່ວນໃຫຍ່ແມ່ນຂະ ແໜງການບໍລິການ ກວມ 44%, ການຄ້າ 42% ​ແລະ ຂະແໜງອຸດສາຫະກຳ 16%. ສຳລັບລາຍຮັບຈາກການປະຕິບັດພັນທະຕ່າງໆ 6 ​ເດືອນຕົ້ນປີ 2017 ມອບເຂົ້າງົບປະມານປະຕິບັດໄດ້ 752.194 ໂດລາສະຫະລັດ,ເຊິ່ງມີຄ່າສຳປະທານທີ່ດິນ, ອາກອນເງິນເດືອນ, ອາກອນກຳໄລ, ອາກອນມູນຄ່າເພີ່ມ, ອາກອນຊົມໃຊ້, ຄ່າທຳນຽມແລະ ຄ່າບໍລິການ. ຄາດຄະເນໝົດປີ ຈະສາມາດເກັບລາຍຮັບຈາກການປະຕິບັດພັນທະຕ່າງໆເຂົ້າງົບປະມານ 6,5 ລ້ານໂດລາສະຫະລັດ.
         
  
ຂພສ
ສາມາດສົ່ງອອກສິນຄ້າ ມູນຄ່າທັງໝົດ 200 ລ້ານກວ່າໂດລາສະຫະລັດ, ຄາດຄະເນໝົດປີ ຈະໄດ້ 375 ລ້ານໂດລາສະຫະລັດ. ​ໃນຂະນະທີ່ ການນຳເຂົ້າສິນຄ້າວັດສະດຸແລະ ອຸປະກອນກໍ່ສ້າງ ມູນຄ່າ 300 ລ້ານໂດລາສະຫະລັດ, ໝົດປີຈະມີມູນຄ່າ 700 ລ້ານໂດລາສະຫະລັດ. ​ໃນໄລຍະຜ່ານມາລັດຖະບານໄດ້ມີການປັບປຸງຮ່າງດຳລັດວ່າດ້ວຍ ຂພສເພື່ອກະກຽມກຽມລົງເກັບກຳຂໍ້ມູນ ທີ່ປະກອບສ່ວນການ ຂະຫຍາຍຕົວຂອງຈີດີພີ, ທັງປະເມີນການຈັດຕັ້ງປະຕິບັດຂອງບັນດາ ຂພສ. ພ້ອມນັ້ນ, ​ໄດ້ສະ ເໜີການສ້າງຕັ້ງອຸດສາຫະກຳນິເວດວິທະຍາ ຢູ່ເມືອງເຊໂປແຂວງ ສະຫວັນນະເຂດ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.