LU03

ນັກເຕະອາຊຽນສູ່ລີກລີກເອີຣົບ! ຜູ້ຮັກສາປະຕູມື 1 ທີມຊາດໄທ ກຽມຍ້າຍຮ່ວມລີກ ເບລຢຽມ


   ນັກເຕະອາຊຽນເກມສ້າງປະຫວັດສາດໜ້າໃໝ່ດ້ວຍການໄປຫຼິນໃຫ້ກັບ ລີກໃນປະເທດເອີຣົບ ເມື່ອ ໄອຍະວັນ ສຣີວັນນະປຣະພາ ຮອງປະທານສະໂມສອນ ໂອເອຊ ລູເວນ ທີມໃນລີກດິວິຊັນ 2 ຂອງປະເທດເບລຢຽມ ໄດ້ຍື່ນຂໍ້ສະເໜີເຖິງ ສະໂມສອນ ເອສຊີຈີ ເມືອງທອງ ຢູໄນເຕັດ ທີມຍັກໃຫຍ່ໃນໄທລີກ ເພື່ອນໍາຕົວ ກະວິນ ທໍາສັດຈານັນ ຜູ້ຮັກສາປະຕູມື 1 ຂອງທີມ ແລະ ທີມຊາດໄທ ມາຫຼິ້ນໃນລີກເບລຢຽມ ໃຫ້ໄດ້ກ່ອນມື້ປິດຕະຫຼາດຊື້-ຂາຍນັກເຕະເດືອນມັງກອນນີ້.

   ສໍາລັບ ໂອເອຊ ລູເວ່ນ ປັດຈຸບັນຢູ່ອັນດັບ 3 ຂອງລີກ ທີ່ກໍາລັງໄລ່ລ່າຕໍາແໜ່ງແຊັມ ເພື່ອກ້າວຂຶ້ນສູ່ລີກສູງສຸດຂອງເບລຢຽມ ໂດຍຮອງປະທານ ເປີດເຜີຍວ່າ: “ ທາງພວກເຮົາໄດ້ຕິດຕາມຟອມຂອງ ກະວິນ ມາເປັນເວລານານ ເຊື່ອວ່າຜູ້ຮັກສາປະຕູຄົນນີ້ຈະມີຄວາມສາມາດ ແລະ ຄຸນສົມບັດ ພ້ອມທີ່ຈະຫຼິ້ນໃຫ້ກັບທີມໄດ້ຢ່າງແນ່ນອນ, ເຊິ່ງໄດ້ຕິດໄປຍັງສະໂມສອນ ເມືອງທອງ ຢູໄນເຕັດ ເຖິງຄວາມເປັນໄປໄດ້ໃນການດຶງຕົວມາຮ່ວມທີມ ກ່ອນທີ່ຕະຫຼາດຊື້-ຂາຍນັກເຕະຈະປິດລົງໃນທ້າຍເດືອນນີ້, ສ່ວນລາຍລະອຽດຈະມີການຖະແຫຼງການໃນມື້ນີ້ (ວັນທີ 10 ມັງກອນ 2018 ) ”.


   ສໍາລັບ ກະວິນ ເປັນຜູ້ຮັກສາປະຕູທີ່ໃຫຍ່ມາກັບສະໂມສອນ ເມືອງທອງ ຢູໄນເຕັດ, ໂດຍມາຫຼິ້ນໃຫ້ກັບທີມເມື່ອປີ 2008 ກ່ອນຈະກາຍເປັນມື 1 ຂອງທີມໄດ້ຢ່າງໄວວາ ໂດຍສາມາດພາທີມຄວ້າແຊັມ ໄທລີກ ໄດ້ເຖິງ 4 ສະໄໝ ລວມທັງລີກຄັບ ອີກ 2 ສະໄໝ.


   ສ່ວນຜົນງານຂອງຜູ້ຮັກສາດປະຕູອາຍຸ 28 ປີຄົນດັ່ງກ່າວກັບ ທີມຊາດໄທ ລາວລົງຫຼິ້ນໃຫ້ກັບທີມຊຸດແຊັມ ຊີເກມ 2013 ແລະ ແຊັມ ເອເອັຟເອັຟ ຊູຊູກິ ຄັບ 2014 ແລະ 2016.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.