LU02

ໂຈນໃຈຊາມລັກພະພຸດທະຮູບບາດດຽວ 5 ອົງກາງວັດອາໄພ


ຂໍທຸກທ່ານຊ່ວຍເປັນຫູເປັນຕາຈັບໂຈນໃຈຊາມ ຜູ້ລັກພຣະພຸດທະຮູບທີ່ວັດອາໄພ ຫລວງພຣະບາງ ໃນຄ່ຳຄືນຂອງວັນເສົາ ວັນທີ່ 06 ມັງກອນ 2018  ເພື່ອເອົາມາລົງໂທດໃຫ້ໄດ້.



ໂດຍໂຈນໃຈບາບດັ່ງກ່າວໄດ້ມາລັກເອົາພຣະພຸທທະຮູບທອງສຳຣິດ ຈຳນວນ 5 ອົງ ( ຕາມຮູບທີ່ປະກາດຂ່າວນີ້ ) ທີ່ວັດອາໄພ ເມືອງຫລວງພຣະບາງ ແຂວງຫລວງພຣະບາງ ພຣະທັງ 5 ອົງນີ້ເປັນພຣະເກົ່າແກ່ ແລະປະດິດສະຖານທີ່ວັດອາໄພມາແຕ່ດຶກດຳບັນມາຫລາຍເຊັ່ນຄົນແລ້ວ.



 ເຫດການການລັກເອົາພຣະພຸທທະຮູບເກົ່ານີ້ແມ່ນເກິດຂຶ້ນມາຢ່າງຕໍ່ເນື່ອງຕາມວັດຕ່າງໆຂອງເມືອງຫລວງພຣະບາງ ແລະຫຼາຍແຂວງໃນທົ່ວປະເທດ ຊິ່ງຜ່ານມາກໍ່ມີກໍລະນີທີ່ມີພົນລະເມືອງດີເຫັນ ແລະຊື້ມາສົ່ງຄືນ, ຖືກຈັບໄດ້ອື່ນໆ ແຕ່ເຊື່ອວ່າໂຈນລັກພະພຸດທະຮູບຕ້ອງຈັບກຸ່ມແກ້ງກັນລັກເປັນຂະບວນ ສະນັ້ນຖ້າໃຜເຫັນ ຫລືຮູ້ຂ່າວຂອງກຸ່ມໂຈນເຫລົ່ານີ້ກໍ່ແຈ້ງຕໍ່ອຳນາດການປົກຄອງ ຫລືເຈົ້າຫນ້າທີ່ໃຫ້ຊາບໂດຍດ່ວນ ແລະທຸກໆຄົນກໍ່ຕ້ອງເປັນຫູເປັນຕາຊ່ວຍກັນປ້ອງການແລະຮັກສາ ພຣະພຸທທະຮູບແລະຊັບສົມບັດອັນປະເມີນຄ່າບໍ່ໄດ້ນີ້ ໃຫ້ປອດໄພຍິ່ງຂຶ້ນ.


 ດີແທ້ທາງວັດຫລືຄຸ້ມວັດຕ່າງໆ ຄວນຈະຊື້ກ້ອງວົງຈອນປິດ ແລະຫາບ່ອນທີ່ໝັ້ນຄົງປອດ ພ້ອມທັງເວນຍາມກັນໃຫ້ແຫນ້ນຫນາຂຶ້ນຕື່ມ ເພາະຄົນພວກນີ້ຄົງຈະຫາຫົນທາງທີຈະລັກອີກຕື່ມແນ່ນອນຖ້າມີໂອກາດ.







ຂອບໃຈຮູບພາບແລະຂ່າວຈາກ Bong Thongsavat


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.