LU02

ຄຳມ່ວນກຳລັງຫອມ ຈັດໜັກຈັດເຕັມຕ້ອນຮັບປີທ່ອງທ່ຽວລາວງານດຽວ 1 ອາທິດລວດ



ແຂວງຄໍາມ່ວນຈະຈັດງານປີທ່ອງທ່ຽວລາວ 2018 ພ້ອມບຸນນະມັດສະການພຣະທາດສີໂຄດຕະບອງຈະເລີ່ມແຕ່ວັນທີ 25-31 ມັງກອນ 2018, ຕະຫລອດງານປະກອບດ້ວຍກິດຈະກຳທີ່ມ່ວນຊື່ນເຊັ່ນ: ການສະແດງສິນລະປະວັນນະຄະດີ, ຊົມຮູບເງົາ-ການທ່ຽວຊົມ ແລະ ຊື້ຜະລິດຕະພັນສິນຄ້າ ຈາກບັນດາແຂວງພາຍໃນປະເທດ ແລະ ຈາກຕ່າງປະເທດໃນແຕ່ລະວັນ/ຄືນ, ພິທີຕັກບາດພະຍາສີໂຄດໃນມື້ຂຶ້ນ 13 ຄໍ່າເດືອນ 3 ລາວ ກົງກັບວັນທີ 29 ມັງກອນ 2018, ພິທີແຫ່ພະສາດເຜິ້ງໃນມື້ຂຶ້ນ 14 ຄໍ່າ ເດືອນ 3 ລາວ ກົງກັບວັນທີ 30 ມັງກອນ 2018, ພິທີຕັກບາດບຸນພະທາດ ສີໂຄດຕະບອງ ໃນມື້ຂຶ້ນ 15 ຄໍ່າ ເດືອນ 3 ລາວ ກົງກັບວັນທີ 31 ມັງກອນ 2018 ແລະ ພິທີແຫ່ທຽນໃນຕອນກາງຄືນ, ແຕ່ລະວັນມີການແຂ່ງຂັນກິລາປະເພດຕ່າງໆ, ການເສັງກອງແຕ້ກອງຈິງ, ຊ່ຽງຊີ ແລະ ໄຫວ້ພະທາດສີໂຄດຕະບອງ ຢ່າລືມຫາໂອກາດໄປຮ່ວມໃຫ້ໄດ້.



ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ ໄດ້ຖະແຫຼງກ່ຽວກັບການຈັດງານປີທ່ອງທ່ຽວລາວ 2018 ຂອງ ແຂວງຄຳມ່ວນ ເຊິ່ງທ່ານໄດ້ກ່າວໃນບາງຕອນສຳຄັນວ່າ: ການທ່ອງທ່ຽວເປັນຂະແໜງການເສດຖະກິດໜຶ່ງທີ່ມີຫຼາຍປະເທດໄດ້ເອົາໃຈໃສ່ພັດທະນາສົ່ງເສີມການທ່ອງທ່ຽວ ແລະ ຖືເອົາວຽກງານດັ່ງກ່າວເປັນອຸດສາຫະກຳ ແລະ ເປັນຂະແໜງເສດຖະກິດປາຍແຫຼມ ເພື່ອ ພັດທະນາເສດຖະກິດ-ສັງຄົມ ເຊິ່ງການທ່ອງທ່ຽວໄດ້ນຳເອົາເງິນຕາເຂົ້າມາຊຸກຍູ້ການລົງທຶນທາງທຸລະກິດທີ່ກ່ຽວຂ້ອງ ແລະ ທາງອ້ອມ ໂດຍສະເພາະທຸລະກິດການນຳທ່ຽວ, ທຸລະກິດເຮືອນພັກໂຮງແຮມ, ທຸລະກິດບໍລິການອາຫານ, ທຸລະກິດຂົນສົ່ງ, ຂາຍ ເຄື່ອງທີ່ລະນຶກ ແລະ ອື່ນໆ. ພ້ອມດຽວກັນນີ້ກໍ່ເປັນການລົງທຶນໃສ່ໃນການກໍ່ສ້າງພື້ນຖານໂຄງລ່າງ, ສ້າງວຽກເຮັດງານທຳໃຫ້ ຊາວບ້ານພາໃຫ້ມີການສະສົມເງິນ ແລະ ໝູນວຽນເງິນ, ທັງເປັນການກະຈາຍລາຍໄດ້ສູ່ທ້ອງຖິ່ນຮາກຖານ ເຂດຊົນນະບົດຫ່າງ ໄກສອກຫລີກ, ໃນຂະນະດຽວກັນນັ້ນກໍ່ເຮັດໃຫ້ປະຊາຊົນໃນທຸກສາຂາອາຊີບມີລາຍຮັບລວມທັງເບື້ອງລັດກໍ່ມີລາຍໄດ້.



ນອກນັ້ນຍັງມີແຫລ່ງທ່ອງທ່ຽວທີ່ສຳຄັນທາງປະຫວັດສາດ ແລະ ວັດທະນະທຳຫລາຍແຫ່ງທີ່ເປັນມົນສະເໜ່ມັດໃຈຜູ້ຄົນທີ່ມາຈາກທົ່ວທຸກສາລະທິດ ໃນນີ້ມີພະທາດສີໂຄດຕະບອງ ເຊິ່ງເປັນປູຊະນີຍະສະຖານ ແລະ ເປັນສັນຍາລັກຂອງປະຊາຊົນຊາວແຂວງຄຳມ່ວນ, ມີພະທາດຕຸ້ມພະວັງ ຢູ່ບ້ານນາວາງ, ຫໍໄຫວ້ປະ ທານໂຮຈິມິນ ຢູ່ບ້ານຊຽງຫວາງ ເມືອງໜອງບົກ…. ໂດຍລວມແລ້ວຈາກການສຳຫລວດແຫລ່ງທ່ອງທ່ຽວຢູ່ແຂວງ ຄຳມ່ວນ ປະຈຸບັນມີທັງໝົດ 198 ແຫ່ງ, ໃນນັ້ນມີແຫລ່ງທ່ອງທ່ຽວທາງທຳມະຊາດ 139 ແຫ່ງ, ທາງປະຫວັດສາດມີ 29 ແຫ່ງ ແລະ ທ່ອງທ່ຽວທາງວັດທະນະທຳມີ 30 ແຫ່ງ, ພ້ອມນັ້ນຢູ່ແຂວງຄຳມ່ວນຍັງມີການທ່ອງທ່ຽວຢ້ຽມຊົມວິຖີຊີວິດຂອງປະຊາຊົນ ບັນດາເຜົ່າຢູ່ແຕ່ລະເມືອງນຳອີກ. ດ້ານສິ່ງອຳນວຍຄວາມສະດວກເພື່ອຮອງຮັບນັກທ່ອງທ່ຽວປະກອບມີ: ໂຮງແຮມ 21 ແຫ່ງ, ເຮືອນພັກ 112 ແຫ່ງ, ມີບໍລິສັດນຳທ່ຽວ 5 ແຫ່ງ, ນອກນັ້ນຍັງມີຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງຕ່າງໆໄວ້ ຄອຍບໍລິການນັກທ່ອງທ່ຽວຢ່າງຄົບຖ້ວນ.



ສະເພາະປີທ່ອງທ່ຽວລາວ 2018 ນອກຈາກພິທີເປີດເປັນທາງການໃນງານບຸນນະມັດສະການພະ ທາດສີໂຄດຕະບອງແລ້ວໃນຕະຫຼອດປີ 2018 ຍັງຈະມີກິດຈະກຳອື່ນໆອີກຫຼາຍຢ່າງເຊັ່ນ: ບຸນນະມັດສະການພະທາດສີໂຄດຕະບອງ, ບຸນນະມັດສະການພະທາດເມືອງພອນ, ບຸນປີໃໝ່ລາວແຫ່ນາງສັງຂານ, ບຸນອອກພັນສາເມືອງທ່າແຂກ, ບຸນນະມັດສະການພະທາດ ຕຸ້ມພະວັງ, ບຸນສົມໂພດພະທາດວັດປ່າໂສກຄຳແສນ ເມືອງໜອງບົກ, ພິທີຫົດພະອັງແສນ ທີ່ບ້ານສັງ ເມືອງເຊບັ້ງໄຟ, ພະອົງ ແສນ ບ້ານໂພວາ ເມືອງມະຫາໄຊ, ພະອົງແສນບ້ານນາຄື ເມືອງຫີນບູນ, ບຸນຫລິ້ນຕົມ ແລະ ບຸນປີໃໝ່ລາວ ບ້ານກອງລໍ ເມືອງຄູນຄຳ ເຊື່ອມໃສ່ກັບການທ່ອງທ່ຽວຖໍ້າກອງລໍ-ນາຕານ, ບຸນຊ່ວງເຮືອບັນດາເມືອງຕ່າງໆເຊັ່ນ: ເມືອງນາກາຍ, ມະຫາໄຊ, ເຊບັ້ງໄຟ, ໜອງບົກ, ທ່າແຂກ, ຫີນບູນ ແລະ ຄູນຄຳ, ງານບຸນກິນເຕດ( ບຸນປີໃໝ່ຂອງພີ່ນ້ອງສັນຊາດລາວເຊື້ອຊາດ ຫວຽດ ນາມ ແລະ ຈີນ ) ແລະກິດຈະກຳປິ່ນອ້ອມອື່ນໆອີກ!ຍຢ່າງ.


ຂ່າວ: ກອງຄຳ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.