ປະກົດການຫຍໍ້ທໍ້

ພຣະພຸທທະຮູບເສຍ ທີ່ວັດອາໄພ ຫລວງພຣະບາງ



ອີງຕາມການລາຍງານຂອງເຟຈ Art and Culture of Laos ໃຫ້ຮູ້ວ່າ: ໃນຄ່ຳຄືນຂອງວັນເສົາ ວັນທີ່ 06 ມັງກອນ 2018 ໄດ້ມີໂຈນໃຈບາບ ມາລັກເອົາພຣະພຸທທະຮູບທອງສຳຣິດ ຈຳນວນ 5 ອົງ ( ຕາມຮູບທີ່ປະກາດຂ່າວນີ້ ) ທີ່ວັດອາໄພ ເມືອງຫລວງພຣະບາງ ແຂວງຫລວງພຣະບາງ

ພຣະທັງ 5 ອົງນີ້ເປັນພຣະເກົ່າແກ່ ແລະປະດິດສະຖານທີ່ວັດອາໄພນີ້ມາແຕ່ດຶກດຳບັນມາຫລາຍເຊັ່ນຄົນແລ້ວ ເຫດການ ການລັກເອົາພຣະພຸທທະຮູບເກົ່ານີ້ແມ່ນເກິດຂຶ້ນມາຢ່າງຕໍ່ເນື່ອງລຽນຕິດຕາມວັດຕ່າງໆຂອງເມືອງຫລວງພຣະບາງ ແລະແຂວງຕ່າງໆ ທົ່ວປະເທດ ເຊັ່ນເມື່ອປີທີ່ແລ້ວ ກໍ່ມີໂຈນບໍ່ດີມາລັກເອົາພຣະທີ່ວັດແສນມາແລ້ວ


ຖ້າໃຜເຫັນ ຫລືຮູ້ຂ່າວຂອງກຸ່ມໂຈນເຫລົ່ານີ້ກໍ່ແຈ້ງຕໍ່ອຳນາດການປົກຄອງ ຫລືເຈົ້າຫນ້າທີ່ໃຫ້ຊາບໂດຍດ່ວນ ແລະທຸກໆຄົນກໍ່ຕ້ອງເປັນຫູເປັນຕາຊ່ວຍກັນປ້ອງການແລະຮັກສາ ພຣະພຸທທະຮູບແລະຊັບສົມບັດອັນປະເມີນຄ່າບໍ່ໄດ້ນີ້ ໃຫ້ປອດໄພຍິ່ງຂຶ້ນ ດີແທ້ທາງວັດຫລືຄຸ້ມວັດຕ່າງໆ ຄວນຈະຊື້ກ້ອງວົງຈອນປິດ ແລະຫາບ່ອນທີ່ໝັ້ນຄົງປອດ ພ້ອມທັງເວນຍາມກັນໃຫ້ແຫນ້ນຫນ້າຂຶ້ນຕື່ມ


ເພາະຄົນພວກນີ້ຄົງຈະຫາຫົນທາງທີຈະລັກອີກຕື່ມແນ່ນອນ ຖ້າວັດວາຕ່າງໆ ລືມແລະປ່ອຍປະບໍ່ເອົາໃຈໃສ່ ຂ່າວແບບນີ້ກໍ່ຄົງຈະບໍ່ຫມົດໄປອີກ ເປັນແນ່ແທ້.

ຂອບໃຈຮູບພາບແລະຂ່າວຈາກ Bong Thongsavat

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.