LU02

ອຸດົມໄຊອະໄພຍະໂທດໃຫ້ 23 ຄົນທີ່ປະພືດດີ




ປີນີ້ແຂວງອຸດົມໄຊໄດ້ໃຫ້ອະໄພຍະໂທດແກ່ນັກໂທດທີ່ປະພືດປະຕິບັດຕົນດີ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຄົບຮອບ 42 ປີ, ຊຶ່ງທ່ານຮອງເຈົ້າແຂວງຮຽກຮ້ອງໃຫ້ນັກໂທດທຸກຄົນໃຊ້ເວລາທີ່ຢູ່ໃນຄຸກໃຫ້ເປັນປະໂຫຍດສຸດໂດຍການຝືກວິຊາຊີບຕ່າງໆໃຫ້ຊຳນານ ເມື່ອອອກໄປແລ້ວໃຫ້ສາມາດນຳມາເປັນອາຊີບໄດ້ ແລະບໍ່ກັບຄືນເສັ້ນທາງເກົ່າອີກ.

  ໃນໂອກາດທີ່ແຂວງອຸດົມໄຊ ຈັດພິທີ ປະກາດອະໄພຍະໂທດໃຫ້ແກ່ນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 42 ປີ ທີ່ຈັດຂຶ້ນໃນວັນທີ 5 ມັງກອນຜ່ານມາ ທ່ານ ຄຳພຽງ ຢາຈົງວາ ຮອງເຈົ້າແຂວງອຸດົມໄຊ ໄດ້ມີຄຳເຫັນຕໍ່ພິທີດັ່ງກ່າວ ໂດຍສະເພາະແມ່ນເນັ້ນໃຫ້ນັກໂທດ ທີ່ໄດ້ຮັບການອະໄພຍະໂທດ ໃນຄັ້ງນີ້ ສືບຕໍ່ປະພຶດຕົນດີ ໃນຄະນະທີ່ຢູ່ສະຖານທີ່ຄຸມຂັງ ລວມທັງຍາດຕິພີ່ນ້ອງຂອງນັກໂທດທີ່ເຂົ້າຮ່ວມ.


  ເບື້ອງຕົ້ນທ່ານໄດ້ຍົກໃຫ້ເຫັນເຖິງຜົນກະທົບອັນໃຫຍ່ຫຼວງຕໍ່ກັບຕົນເອງ,ຄອບຄົວ,ແລະສັງຄົມ ກ່ຽວກັບການກະທຳຜິດ ໃນແຕ່ລະຄະດີ ເປັນຕົ້ນແມ່ນຄະດີຢາເສບຕິດ,ຄາດຕະກຳ ແລະ ອື່ນໆ ທີ່ບັນດານັກໂທດໄດ້ກະທຳຜິດ ລວມທັງບັນດາເງື່ອນໄຂຕ່າງໆທີ່ນັກ ໂທດຄຸມຂັງ ຈະໄດ້ຮັບການອະໄພຍະໂທດ ເພື່ອເປັນບ່ອນອີງ ທີ່ຈະໄດ້ຮັບສິດໃນການຮັບອະໄພຍະໂທດ ໃນແຕ່ລະຄັ້ງ ພ້ອມທັງເນັ້ນໜັກໃຫ້ນັກໂທດທີ່ໄດ້ຮັບການອະໄພຍະໂທດໃນຄັ້ງນີ້ ຈຳນວນ 23 ຄົນ,ຍິງ 3ຄົນ ສືບຕໍ່ປະພຶດຕົນດີ ໃນຂະນະທີ່ປະຕິບັດໂທດຢູ່ສະຖານທີ່ ຄຸມຂັງ ໂດຍສະເພາະແມ່ນປະຕິບັດ ຕາມລະບຽບຂອງສະຖານທີ່ຄຸມຂັງວາງອອກໃຫ້ເຂັ້ມງວດ.

ນອກນັ້ນ ກໍຕ້ອງດຸໝັ່ນສຶກສາຮຽນຮູ້ວິຊາອາຊີບເສີມ ເປັນຕົ້ນແມ່ນການຈັກສານ ແລະ ອື່ນໆ ເພື່ອຊອກຫາລາຍໄດ້ເສີມ,ພາຍຫຼັງໄດ້ຮັບການອະໄພຍະໂທດປ່ອຍຕົວອອກມາດຳລົງຊີວິດຢູ່ໃນສັງຄົມ ກໍຈະມີອາຊີບ ແລະ ວຽກເຮັດງານທຳທີ່ຖືກຕ້ອງແລະສຸຈະລິດ.

  ທ່ານ ຮອງເຈົ້າແຂວງອຸດົມໄຊ ຍັງໄດ້ເນັ້ນຕື່ມອີກວ່າ ນັກໂທດທີ່ໄດ້ຮັບການອະໄພຍະໂທດໃນຄັ້ງນີ້ ຈົ່ງນຳເອົາເນື້ອໃນຈິດໃຈ ດັ່ງກ່າວ ໄປເຜີຍແຜ່ ແລະ ອົບຮົມຕໍ່ໃຫ້ແກ່ນັກໂທດດ້ວຍກັນ ເພື່ອຈະມີໂອກາດໃນການໄດ້ຮັບການອະໄພຍະໂທດໃນຄັ້ງຕໍ່ໄປ ພ້ອມທັງຮຽກຮ້ອງໃຫ້ຍາດພີ່ນ້ອງຂອງນັກໂທດ ຈົ່ງສືບຕໍ່ໃຫ້ກໍາລັງໃຈ,ຊຸກຍູ້ຊ່ວຍເຫຼືອ ແລະ ອົບຮົມ ຄອບຄົວ,ລູກຫຼານ ຂອງຕົນທີ່ໄດ້ຮັບໂທດ ໃຫ້ສຶບຕໍ່ປະພຶດດີ ເພື່ອຈະໄດ້ຮັບໂອກາດໃນການປ່ອຍຕົວ ແລະ ອອກມາດໍາລົງຊີວິດຢູ່ໃນສັງຄົມຢ່າງເປັນປົກກະຕິ.


ຂ່າວ: ຄານມະນີ ຮຽນດໍຈັນ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.