ຈາລະຈອນ

ນະຄອນຫລວງ​ກຽມຕິດ​ຕັ້ງ​ກ້ອງ​ວົງ​ຈອນ​ປິດ​ຕາມ​ເສັ້ນທາງ ອີກ 100 ກວ່າ​ຈຸດ


ເຈົ້າໜ້າທີ່​ສູນ​ຄວບ​ຄຸມ​ລະບົບ​ກ້ອງ​ວົງ​ຈອນ ​ໃຫ້​ຮູ້​ວ່າ: ປັດຈຸບັນ ຢູ່​ນະຄອນຫລວງ​ວຽງຈັນ ​ໄດ້​ຕິດ​ຕັ້ງ​ກ້ອງ​ວົງ​ຈອນ​ຕາມ​ເສັ້ນທາງທັງໝົດ 325 ຈຸດ, ຊຶ່ງ​ໃຊ້​ການ​ໄດ້ 256 ຈຸດ, ​ໃຊ້​ການບໍ່​ໄດ້ 69 ຈຸດ, ນອກຈາກ​ນີ້, ຍັງ​ມີ​ກ້ອງ​ຈັບ​ພາບ​ເຄື່ອນ​ໄຫວ​ເຂົ້າ​ອອກ​ເມືອງ 8 ຈຸດ, ​ໃຊ້​ການ​ໄດ້ 50% ​ແລະ ​ໃນ​ໄລຍະ​ຜ່ານ​ມາ​ມີ​ຜູ້​ຖືກ​ເສຍ​ຫາຍ​ຂຽນ​ໃບ​ສະ​ເຫ​ນີ​ເຂົ້າ​ມາ​ພົວພັນ​ຂໍ​ເບິ່ງ​ກ້ອງ​ວົງ​ຈອນ​ທີ່​ຖືກ​ຄົນ​ຮ້າຍ​ລັກ​ຊັບ​ພົນລະ​ເມືອງ, ​ເກີດ​ອຸປະຕິ​ເຫດ ​ແລະ ອື່ນໆ​​ເປັນ​ຈຳນວນ​ຫລາຍ ​ແລະ ສາມາດ​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ແກ້​ໄຂ​ບັນຫາ​ປະກົດ​ການ​ຫຍໍ້​ທໍ້​ທາງ​ສັງຄົມ​ໂດຍ​ສະ​ເພາະ ​ແມ່ນ​ບັນຫາ​ອຸປະຕິ​ເຫດ ​ແລະ ການ​ລະບາຍ​ການ​ຈະລາຈອນແອ​ອັດ, ຄາດ​ວ່າ​ໃນມໍ່ໆນີ້ ນະຄອນຫລວງ​ວຽງຈັນ ຈະ​ຕິດ​ຕັ້ງ​ກ້ອງ​ວົງ​ຈອນ​ປິດ​ຕາມ​ເສັ້ນທາງ​ຂຶ້ນອີກ 100 ກ່ວາ​ຈຸດ ​ແລະ ​ເລັ່ງສ້ອມ​ແປງ​ກ້ອງ​ທີ່​​ໃຊ້​ການບໍ່​ໄດ້​ໃຫ້​ກັບ​ຄືນ​ມາ​ໃຊ້​ງານ​ໄດ້​ປົກກະຕິ​ໂດຍ​ໄວ


ເຈົ້າໜ້າທີ່ຈະລາ​ຈອນ ນະຄອນຫລວງ​​ໃຫ້​ຮູ້​ວ່າ: ປັດຈຸບັນ​ສະພາບ​ປາກົດການ​ຫຍໍ້​ທໍ້​ທາງ​ສັງຄົມ ​ແມ່ນ​ຍັງ​ເກີດ​ມີ​ແຜ່​ຫລາຍ​ໂດຍ​ສະ​ເພາະ ​ແມ່ນ​ບັນຫາ​ປຸ້ນ​ຈີ້-ຊີງ​ຊັບ ​ຕາມ​ເສັ້ນທາງຈຸດ​ຫລໍ່​ແຫລມ​ຕ່າງໆ​ໃນ​ຕົວ​ເມືອງ, ​ເຊິ່ງຫລາຍ​ຄັ້ງ​ເຈົ້າໜ້າທີ່​ກໍ​ສາມາດ​ຕິດຕາມ​ຕົວ​ຜູ້​ກະທຳ​ມາ​ດຳ​ເນີນ​ຄະດີ​ໄດ້​ຫລາຍ​ກຸ່ມ​, ​ແຕ່​ກໍ​ຍັງ​ພົບ​​ມີ​ການ​ເຄື່ອນ​ໄຫວ​ຂອງ​ພວກ​ກຸ່ມ​ຄົນ​ບໍ່ດີ​ດັ່ງກ່າວ​ເກີດ​ຂຶ້ນ ສາ​ເຫດ​ສ່ວນໜຶ່ງ​ແມ່ນ ຍ້ອນ​ກ້ອງ​ວົງ​ຈອນ​ປິດ​ຕາມ​ເສັ້ນທາງ​ເປ່​ເພ​ໃຊ້​ການບໍ່​ໄດ້​, ຄື: ​ໃນ​ປີຜ່ານມາ​ກວດ​ພົບ​ເຫັນ​ຜູ້​ກະທຳ​ຜິດ​ດ້ານ​ການ​ສັນຈອນ​ທັງໝົດ  20 ພັນ​ກວ່າ​ຄົນ, ສາມາດ​ກັກ​ລົດຈັກ​ຜິດ​ລະບຽບ 994 ຄັນ, ລົດ​ໃຫຍ່ 27 ຄັນ, ຢຶດຢາ​ບ້າ​ໄດ້ 135 ​ເມັດ, ຢາ​ໄອ 1 ຫລອດ, ປືນ​ສັ້ນ 1 ກະບອກ ​ແລະ ​ໄດ້​ຈັບ​ຕົວ​ຜູ້ກະທຳ​ຜິດ​ສົ່ງ​ດຳ​ເນີນ​ຄະດີ​ໄດ້ 6 ຄົນ.


ທ່ານ ຮອງ​ຫົວໜ້າພະ​ແນ​ກ ຈະລາຈອນ​ ນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ການ​ຕິດ​ຕັ້ງ​ກ້ອງ​ວົງ​ຈອນ​ປິດ​ເພີ່ມ​ຕາມ​​ຈຸດ​ພຶ້ນທີ່​ຫລໍ່​ແຫລມ ນີ້, ​ແມ່ນ​ຈະ​ຊ່ວຍ​ໃຫ້​ການ​ແກ້​ໄຂບັນຫາ​ຫຍໍ້​ທໍ້​ທາງ​ສັງຄົມ​ຫລຸ​ດຜ່ອນ​ລົງ.


ແຫລ່ງທີ່ມາຈາກໜັງສືພິມລາວພັດທະນາ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.