LU03

ຍັງຈື່ກັນໄດ້ບໍ່! ການສຶກສາໃນລາວ ມີຈັກລະດັບ? ແຕ່ລະອັນໃຊ້ເວລາຮຽນຈັກປີ? ຄລິກທວນຄືນໄດ້ທີ່ນີ້


   ຖືວ່າເປັນຫານທວນຄືນກ່ອນນອນຄືນນີ້ກັບ ແອັດມິນນົກ ສໍາລັບການຈັດລະດັບການສຶກສາຂອງ ສປປ ລາວ ວ່າມີຈັກລະດັບ ເລີ່ມຕັ້ງແຕ່ການສຶກສາໃນລະດັບອະນຸບານ ແລະ ກ່ອນໄວຮຽນ ໂດຍອາຍຸສະເລ່ຍລະຫວ່າງ 3-6 ປີ ກ່ອນເຂົ້າສູ່ຫຼັກສູດການຮຽນຢ່າງແທ້ຈິງ, ເຊິ່ງມື້ນີ້ຈະມາທວນຄືນລະດັບການສຶກສາໃນບ້ານເຮົາມີລະດັບໃດແດ່ຕາມການກໍານົດຂອງ ກະຊວງສຶກສາທິການ ແລະ ກີລາມີດັ່ງນີ້:

1.ລະດັບກ່ອນປະຖົມສຶກສາ: ໃຊ້ເວລາໃນການສຶກສາ 3 ປີ (ອາຍຸຕັ້ງແຕ່ 4-6 ປີ) ຕາມມາດຕະຖານແທ໊ ໂດຍເດັກນ້ອຍສາມາດເລີ່ມເຂົ້າຮຽນໃນຕອນອາຍຸ 1-3 ປີ, ຫຼັງຈາກນັ້ນອາຍຸລະຫວ່າງ 4-6 ປີຈະເຂົ້າຮຽນໃນລະດັບອະນຸບານ.

2.ລະດັບປະຖົມສຶກສາ: ໃຊ້ເວລາໃນການຮຽນ 5 ປີ (ອາຍຸຕັ້ງແຕ່ 7-11 ປີ) ໂດຍຈະເລີ່ມເຂົ້າຮຽນ ເມື່ອອາຍຸ 6 ປີ ເຊິ່ງການສຶກສາໃນລະດັບນີ້ຖືເປັນການສຶກສາພາກບັງຄັບ.

3.ລະດັບມັດຖະຍົມສຶກສາຕອນຕົ້ນ: ໃຊ້ເວລາຮຽນ 3 ປີ ( ອາຍຸລະຫວ່າງ 12-14 ປີ).

4.ລະດັບມັດທະຍົມສຶກສາຕອນປາຍ: ໃຊ້ເວລາຮຽນ 3 ປີ (ອາຍຸລະຫວ່າງ 15-17 ປີ) ການສຶກສາ ໃນລະດັບ 5-3-3 ນີ້ຢູ່ໃນຄວາມຮັບຜິດຂອງກົມສາມັນສຶກສາ ແລະ ກະຊວງສຶກສາທິການ ແລະ ກິລາ, ແຕ່ປັດຈຸບັນ ສປປ ລາວ ເພີ່ມ ມ7 ເຂົ້າມາ ເຊິ່ງເປັນປີກຽມກ່ອນເຂົ້າສູ່ສາຍອາຊີບ.

5.ສາຍອາຊີບ: ການສືກສາຕໍ່ໃນສາຍນີ້ຈະໃຊ້ເວລາສຶກສາ 2-3 ປີໃນວິທະຍາໄລ ດ້ານຕ່າງ ໂດຍແບ່ງອອກເປັນ 3 ປະເພດໄດ້ແກ່:

  -ໂຮງຮຽນອາຊິວະສຶກສາ 8+2 ປີ ໃຫ້ການຝຶກອົບຮົມເທັກນິກວິຊາຊີບແຮງງານເຊັ່ນ ການຝຶກອົບຮົມຄູໂຮງຮຽນອະນຸບານ, ໂຮງຮຽນບັນຊີ ແລະ ໂຮງຮຽນການພະຍາບານ.
  -ໂຮງຮຽນລະດັບກາງ 11+3 ປີ ຮຽນວິຊາຊີບຊັ້ນກາງ.
  -ໂຮງຮຽນລະດັບສູງ 11+ປີ ທີ່ໃຫ້ການຝຶກອົບຮົມເທັກນິກວິຊາຊີບຊັ້ນສູງ.

6.ການສຶກສານຊັ້ນສູງ ຫຼື ປັນຍາຊົນ: ໝາຍເຖິງນັກສຶກສາທີ່ຈົບການສຶກສາໃນມັດທະຍົມແລ້ວ ຈະມີການຄັດເລຶອກນັກຮຽນ ເພື່ອສະເໜີຕໍ່ກະຊວງສຶກສາທິການ ແລະ ກິລາ ເຂົ້າຮຽນຕໍ່ໃນລະດັບທີ່ສູງ ໄດ້ແກ່ ມະຫາວິທະຍາໄລ ເຊັ່ນ: ມະຫາວິທະຍາໄລແຫ່ງຊາດ ໃຊ້ເວລາຮຽນ 4 ປີ, ມະຫາວິທະຍາໄລວິທະຍາສາດສຸດຂະພາບ ໃຊ້ເວລາ 6 ປີ ແລະ ມະຫາວິທະຍາໄລອື່ນໆເປັນຕົ້ນ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.