ຂ່າວຕ່າງປະເທດ

ອີຢູປຶກສາຫາລືກ່ຽວກັບງົບປະມານພາຍຫຼັງ Brexit


(VOVWORLD) -ວັນທີ 08 ມັງກອນ, ຄະນະກຳມະການເອີລົບ ໄດ້ເລີ່ມດຳເນີນບັນດາການປຶກສາຫາລືທີ່ສັບສົນ ກ່ຽວກັບງົບປະມານຂອງສະຫະພາບເອີລົບ (ອີຢູ) ລວມມີ 27 ປະເທດ ພາຍຫຼັງອັງກິດ ຖອນຕົວອອກຈາກອີຢູ
.ຄາດວ່າ, ການເງິນສຳລັບບາງຂົງເຂດຈະຖືກຕັດລົງ ເພື່ອໃຊ້ຈ່າຍໃຫ້ໂຄງການລວມຈຳນວນໜຶ່ງ.

ກອງປະຊຸມຖືກຈັດຂຶ້ນຢູ່ບຣຸກແຊນ ປະເທດແບນຊິກ, ທ່ານປະທານຄະນະກຳມະການເອີລົບ Jean Clauder Juncker ຕີລາຄາວ່າ, ອີຢູ ພວມບັນລຸເຖິງລະດັບສຸດຄວາມສາມາດຂອງຕົນ. ຂອບເຂດການເງິນໃນປະຈຸບັນແມ່ນສະຫງວນໃຫ້ໄລຍະ 2014 – 2020, ດ້ວຍລະດັບລາຍຈ່າຍເພດານທີ່ບໍ່ປ່ຽນແປງແມ່ນປະມານ 963 ຕື້ເອີໂລ ສຳລັບເວລາ 7 ປີ. ເຖິງວ່າ, ຄາດຄະເນຈະຖອນຕົວອອກຈາກອີຢູ ໃນປີ 2019, ແຕ່ອັງກິດ ຍັງໃຫ້ຄຳໝັ້ນສັນຍາປະກອບສ່ວນງົບປະມານໃຫ້ເອີລົບ ຮອດທ້າຍປີ 2020.


        ທ່ານ Gunther Oettingger, ກຳມະການຄະນະກຳມະການເອີລົບ ຮັບຜິດຊອບງົບປະມານໃຫ້ຂໍ້ສັງເກດວ່າ, ໂດຍແມ່ນປະເທດປະກອບເງິນໃນແຕ່ລະປີໃຫ້ແກ່ງົບປະມານຄືອັງກິດ ຖອນຕົວອອກຈາກອີຢູ ຈະເຮັດໃຫ້ງົບປະມານຂອງກຸ່ມຫຼຸດລົງ 12 – 13 ຕື້ເອີໂລ/ປີ. ທ່ານ Oettingger ສະເໜີປະຕິບັດການປະຢັດຈາກບັນດາບ້ວງລາຍຈ່າຍໃນປະຈຸບັນ ເພື່ອທົດແທນການຂາດດຸ່ນງົບປະມານ ປະມານ 50%, ສ່ວນຍັງເຫຼືອຕ້ອງຊອກຫາບັນດາແຫຼ່ງອຸປະຖຳອ່ືນໆ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.