LU03

ມາເບິ່ງ 6 ອັນດັບນັກເຕະດັງທີ່ໃຊ້ໂອກາດຫຼາຍທີ່ສຸດໃນພຣີເມຍລີກ ຫຼັງຜ່ານໄປ 22 ນັດ


   ການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ລະດູການ 2017-2018 ສໍາເລັດໄປແລ້ວ 22 ນັດ ປະກົດວ່າ: ແມນເຊັສເຕີ ຊິຕີ້ ນໍາຫ່າງ 10 ກວ່າຄະແນນ ທັງທີ່ເຫຼືອການແຂ່ງຂັນອີກບໍ່ກີ້ນັດ, ແຕ່ກ່ອນຈະຈົບການແຂ່ງຂັນ ແອັດມິນນົກ ຈະນໍາເອົານັກເຕະທີ່ມີຊື່ສຽງ ແລະ ເປັນທີ່ຮູ້ຈັກຂອງ ແຟນບານ ໂດຍຄັ້ງນີ້ມາເບິ່ງ 6 ນັກເຕະທີ່ໃຊ້ໂອກາດເປືອງທີ່ສຸດ ຖ້າທຽບໃສ່ໂອກາດງາມທີ່ສຸດ ແຕ່ພາດໂອກາດຍິງປະຕູໄປຢ່າງໜ້າເສຍດາຍ.
-ອັນດັບ 6 ແຮຣີ ເຄນ ກອງໜ້າຂອງ ທ໊ອດແນມ ຮ໊ອດສະເປີ: ລົງແຂ່ງຂັນ 21 ໃນລີກຍິງປະຕູໄດ້ 18 ປະຕູ, ໃຊ້ໂອກາດໄປເຖິງ 124 ຄັ້ງ ແລະ ພາດໂອກາດຍິງປະຕູເຖິງ 9 ຄັ້ງ.

-ອັນດັບ 5 ໂຣເມລູ ລູກາກູ ກອງໜ້າຂອງ ແມນເຊັສເຕີ ຢູໄນເຕັດ: ລົງແຂ່ງຂັນ 21 ນັດ ຍິງໄດ້ 10 ປະຕູຈາກ ໂອກາດທັງໝົດ 61 ຄັ້ງ ແລະ ພາດໂອກາດຍິງປະຕູເຖິງ 10 ຄັ້ງ.

-ອັນດັບ 4 ກາບຽລ ເຊຊຸສ ກອງໜ້າຂອງ ແມນເຊັສເຕີ ຊິຕີ້ ລົງແຂ່ງຂັນ 18 ນັດ ຍິງໄດ້ 8 ປະຕູ ຈາກໂອກາດທັງໝົດ 37 ຄັ້ງ ແລະ ພາດໂອກາດຍິງປະຕູເຖິງ 11 ຄັ້ງ.

-ອັນດັບ 3 ເຊິກິໂອ ອະເກວໂຣ ກອງໜ້າຂອງ ແມນເຊັສເຕີ ຊິຕີ້ ລົງແຂ່ງຂັນ 17 ນັດ ຍິງໄດ້ 13 ປະຕູ ຈາກໂອກາດຍິງທັງໝົດ 67 ຄັ້ງ ແລະ ພາດໂອກາດຍິງໄປແລ້ວ 12 ຄັ້ງ.

-ອັນດັບ 2 ອັລບາໂຣ ໂມຣາຕ້າ ກອງໜ້າຂອງ ເຊລຊີ ລົງແຂ່ງຂັນ 19 ນັດ ຍິງໄດ້ 10 ປະຕູຈາກໂອກາດທັງໝົດ 59 ຄັ້ງ ແລະ ພາດໂອກາດຍິງປະຕູສຸດໆເຖິງ 14 ຄັ້ງ.

-ອັນດັບ 1 ໂມຮາເໝັດ ຊາລາ ກອງໜ້າຂອງ ລິເວີພູລ ລົງແຂ່ງຂັນ 21 ນັດຍິງໄດ້ 17 ປະຕູ ຈາກການຍິງທັງໝົດ 82 ຄັ້ງ ແລະ ພາດໂອກາດຍິງປະຕູທີ່ສຸກເຖິງ 15 ຄັ້ງ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.