LU02

ຂອງແທ້ຕ້ອງແບບນີ້ ໃຜບໍ່ປະຕິບັດເທົ່າອ່ານບໍ່ອອກ





ກ່ອນອື່ນຕ້ອງຂໍນັບຖືອຳນາດການປົກຄອງແຂວງຈຳປາສັກ ທີ່ກ້າເຮັດກ້າທຳເປັນແບບຢ່າງໃຫ້ແຂວງອື່ນໄດ້ນຳມາປັບປຸງສາ!!! ການແບ່ງເລນສັນຈອນຂອງພາຫະນະເພື່ອບໍ່ໃຫ້ເກີດຄວາມສັບສົນ ເປັນວິທີການໜຶ່ງທີ່ຈະຊ່ວຍຫຼຸດຜ່ອນອຸປະຕິເຫດທາງຖະໜົນຫາກວ່າຜູ້ສັນຈອນໃຫ້ຄວາມເຄົາລົບ ແລະປະຕິບັດຕາມ.




ທີ່ຜ່ານມາເຄີຍເຫັນແຕ່ຢູ່ຕ່າງປະເທດທີ່ເພິ່ນມີເລກແຍກຢ່າງຈົບເຈືອບໍ່ໃຫ້ລົດແລ່ນສົນລະວົນ ລົດບ້ານເຂົາເມື່ອເຮົາໄປເຫັນມັນຫຼາຍກວ່າປະເທດໂຕເອງຫຼາຍ ແຕ່ບໍ່ຄ່ອຍເຫັນລົດຕຳກັນຍ້ອນບໍ່ມີລົດແລ່ນຊອກແຊກໃສ່ກັນ ແຕ່ກໍ່ບໍ່ໄດ້ຕິບ້ານເຂົາບ້ານເຮົາເພາະປະເທດອື່ນເຮັດຖະໜົໜົນທາງກ່ອນຕັ້ງບ້ານເຮືອນໃສ່, ສ່ວນບ້ານເຮົາສ່ວນໃຫຍ່ມີບ້ານປະຊາຊົນແລ້ວຈິ່ງເຮັດທາງໄປຫາ ນັ້ນເປັນບັນຫາໜຶ່ງທີ່ບໍ່ສາມາດຈົ່ງເສັ້ນທາງໃຫ້ກວ້າງຂວາງໄດ້.




ແນວໃດກໍ່ຕາມແຕ່ການເລີ່ມຕົ້ນໃນແຂວງຈຳປາສັກຖືເປັນແຂວງຕົວແບບໃຫ້ແຂວງອື່ນໄດ້ຮຽນນຳ ໂດບສະເພາະນະຄອນຫຼວງວຽງຈັນທີ່ມີລົດສັນຈອນຕາມຖະໜົນແຕ່ລະມື້ເປັນຈຳນວນຫຼາຍ ແຖມມີລົດຕຳກັນບໍ່ເວັ້ນແຕ່ລະວັນ ຍ້ອນການແລ່ນລົດສັບສົນຂອງຜູ້ຂັບຂີ່. ຜ່ານມາເຄີຍໄດ້ຍິນຄົນຂັບລົດໃຫຍ່ຫຼາຍຄົນບອກວ່າລົດໃຫຍ່ນຳກັນບໍ່ປານໃດແຕ່ທີ່ຢ້ານທີ່ສຸດຄືລົດຈັກ ຈັກເພິ່ນຈະລ້ຽວຈະແຊງມາແຕ່ທາງໃດ ຊຶ່ງຄວາມຈິງກໍ່ເປັນແບບນັ້ນແທ້.



ສຳລັບນຄອນຫຼວງວຽງຈັນແລ້ວຈະໂທດຝ່າຍໃດໜຶ່ງບໍ່ໄດ້ເພາະວ່າຖະໜົນຄັບແຄບເສັ້ນໃດກໍ່ກາຍເປັນບ່ອນຈອດລົດ ທາງຂອບຮອດບໍ່ສາມາດໃຊ້ແລ່ນລົດຈັກ-ລົດຖີບກໍ່ແລ່ນປົນກັນກັບລົດໃຫຍ່ ນັ້ນເປັນໜຶ່ງສາເຫດຂອງການເກີດອຸປະຕິເຫດທາງທ້ອງຖະໜົນ.



ຫວັງວ່າໃນມໍ່ໆນີ້ຈະເຫັນການປ່ຽນແປງໃນລັກສະນະແບບນີ້ຢູ່ແຂວງອື່ນລວມທັງນະຄອນຫຼວງວຽງຈັນເຮົາເອງ.

ຂອບໃຈຮູບຈາກຈົດໝາຍຂ່າວ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

2 comments:

  1. ນະຄອນຫຼວງຽງຈັນເປັນເມືອງຫຼວງແຕ່ບາງຍັງນຳຫຼ້າຫຼັງກ່ອນເມືອງແລະແຂວງລອງຢູ່, ມີຫຼາຍຢ່າງຍັງບໍເປັນລະບຽບຢາກໃຫ້ແກ້ໄຂປັບປຸງທາງດ້ານຂໍກຳນົດ-ກົດລະບຽບ ແລະ ພາກປະຕິບັດຕົວຈິງ.

    ReplyDelete
  2. ນະຄອນຫຼວງຽງຈັນເປັນເມືອງຫຼວງແຕ່ບາງຍັງນຳຫຼ້າຫຼັງກ່ອນເມືອງແລະແຂວງລອງຢູ່, ມີຫຼາຍຢ່າງຍັງບໍເປັນລະບຽບຢາກໃຫ້ແກ້ໄຂປັບປຸງທາງດ້ານຂໍກຳນົດ-ກົດລະບຽບ ແລະ ພາກປະຕິບັດຕົວຈິງ.

    ReplyDelete

Powered by Blogger.