ການຕ່າງປະເທດ

ຜູ້ນໍາ 6ປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນນໍ້າລ້ານຊ້າງເປັນເອກະພາບຮັບຮອງເອົາ 4 ເອກະສານສໍາຄັນ


ກອງປະຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ໄດ້ຈັດຂຶ້ນທີ່ນະຄອນຫລວງພະນົມເປັນ ລາຊະອານາຈັກກໍາປູເຈຍ ລະຫວ່າງວັນທີ10-11ມັງກອນ2018ໂດຍມີ6ນາຍົກປະເທດສະມາຊິກ
ເຂົ້າຮ່ວມ , ຄະນະຜູ້ແທນລາວ ນຳໂດຍທ່ານ ທອງລຸນ ສີສຸລິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ອີງຕາມການລາຍງານຂອງສຳນັກຂ່າວສານປະເທດລາວໃຫ້ຮູ້ວ່າ: ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້ “ແມ່ນໍ້າແຫ່ງສັນຕິພາບຂອງພວກເຮົາ ແລະ ການພັດທະນາແບບຍືນຍົງ (Our River of Peace and Sustainable Development)”, ໂດຍການເປັນປະທານຮ່ວມຂອງ ທ່ານ ລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກໍາປູເຈຍ, ມີບັນດາການນໍາຂັ້ນສູງ ພ້ອມດ້ວຍຄະນະຜູ້ແທນ ຈາກປະເທດສະມາຊິກ
ຂອບການຮ່ວມມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ 6 ປະເທດ ຄື: ລາຊະອານາຈັກ ກໍາປູເຈຍ, ສປ ຈີນ, ສປປ ລາວ, ສສ. ມຽນມາ, ລາຊະອານາຈັກ ໄທ ແລະ ສສ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ. 

ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນໍາ 6 ປະເທດສະມາຊິກ ໄດ້ພ້ອມກັນແລກປ່ຽນຄໍາຄິດເຫັນ ແລະ ໃຫ້ທັດສະນະຮ່ວມ ຕໍ່ກັບຜົນຂອງການຜັນຂະຫຍາຍການຈັດຕັ້ງປະຕິບັດບັນດາວຽກງານຕ່າງໆຕາມຖະແຫລງການຊັນຢາ ທີ່ໄດ້ຮັບຮອງເອົາໃນກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າ

ອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 1, ທີ່ເມືອງຊັນຢາ ແຂວງໄຫໜານ ສປ ຈີນແລະ ກອງປະຊຸມລັດ
ຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ແລະ 3

ພ້ອມນີ້, ກອງປະຊຸມຍັງໄດ້ທົບທວນຄືນຄວາມຄືບໜ້າ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດບັນດາແຜນວຽກ ແລະໂຄງການຕ່າງໆ, ພາຍໃຕ້ຂອບການຮ່ວມມືດັ່ງກ່າວໃນໄລຍະຜ່ານມາ, ພ້ອມທັງຮ່ວມກັນປຶກສາຫາລື ກ່ຽວກັບ ທິດທາງຮ່ວມມືໃນຕໍ່ໜ້າ ເພື່ອແນໃສ່ເຮັດໃຫ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເປັນຂອບການຮ່ວມມືທີ່ນໍາເອົາຜົນປະໂຫຍດ ອັນເປັນຮູບປະທໍາ ມາສູ່ 6 ປະເທດສະມາຊິກ ກໍຄືພາກພື້ນຢ່າງແທ້ຈິງ.

ໃນກອງປະຊຸມ, ບັນດາຜູ້ນໍາທັງ 6 ປະເທດ ໄດ້ເປັນເອກະພາບກັນ ແລະ ຮັບຮອງເອົາ 4 ເອກະສານສໍາຄັນ ຄື:
 1. ຖະແຫລງການພະນົມເປັນ ວ່າດ້ວຍ “ແມ່ນໍ້າແຫ່ງສັນຕິພາບຂອງພວກເຮົາ ແລະ ການພັດທະນາແບບຍືນຍົງ”, ຊຶ່ງຖະແຫລງການດັ່ງກ່າວ ປະກອບມີ 4 ພາກສ່ວນໃຫຍ່ຄື: ການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ, ການຮ່ວມມືດ້ານສັງຄົມ, ວັດທະນະທໍາ ແລະ ການແລກປ່ຽນລະຫວ່າງ ປະຊາຊົນ ກັບ ປະຊາຊົນ ແລະ ການຮ່ວມມືດ້ານການສະໜັບສະໜູນການຮ່ວມມື; 
 
2. ແຜນປະຕິບັດງານ 5 ປີ ຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປີ 2018-2022, ຊຶ່ງປະກອບມີ 5 ພາກສ່ວນໃຫຍ່ຄື: ເປົ້າໝາຍການພັດທະນາ, ຫລັກການພື້ນຖານ, ໂຄງສ້າງການເຮັດວຽກ, ການຮ່ວມມືວຽກງານຕົວຈິງ ແລະ ລະບົບການສະໜັບສະໜູນ;
 3. ບັນຊີໂຄງການທີ່ໄດ້ຮັບການສະໜັບສະໜູນຈາກ ສປ ຈີນ ໄລຍະທີ 2, ຊຶ່ງບັນຊີໂຄງການດັ່ງກ່າວແມ່ນບັນດາ 6 ປະເທດສະມາຊິກ ເປັນຜູ້ສະເໜີຕໍ່ ສປ ຈີນ, ໃນນັ້ນ ສປປ ລາວ ໄດ້ສະເໜີ 26 ໂຄງການ ແລະ 
 
4. ບົດລາຍງານຂອງ 6 ໜ່ວຍງານວິຊາການຮ່ວມຂອງ 5 ຂະແໜງການບຸລິມະສິດຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຊຶ່ງ 6 ໜ່ວຍງານວິຊາການຮ່ວມ ປະກອບມີ: ໜ່ວຍງານການເຊື່ອມຈອດ, ໜ່ວຍງານການຮ່ວມມືຄວາມອາດສາມາດດ້ານການຜະລິດ, ໜ່ວຍງານການຮ່ວມມືເສດຖະກິດຂ້າມຊາຍແດນ, ໜ່ວຍງານການຮ່ວມມືຊັບພະຍາກອນນໍ້າ, ໜ່ວຍງານກະສິກໍາ ແລະ ໜ່ວຍງານຫລຸດຜ່ອນຄວາມທຸກຍາກ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.