LU03

ກ້າເຕະຂ້ອຍຫວາ! ກໍາມະການ ໃຈຮ້າຍເຕະຄືນ ພ້ອມຈົກໃບແດງໃຫ້ນັກເຕະ ນ໊ອງ ຫຼັງປະທະນັກເຕະຈົນລົ້ມ


   ດິເອໂກ ຄາລອສ ກອງຫຼັງຂອງສະໂມສອນ ນ໊ອງ ເຖິງກັບງົງປານໄກ່ຕາແຕກ ຫຼັງໄປຕໍ້າກັບ ໂທນີ ຊາປຣ໊ອງ ກໍາມະການ ແບບບໍ່ໄດ້ຕັ້ງໃຈ ກ່ອນທີ່ກໍາມະການຄົນດັ່ງກ່າວ ຈະລຸກຂຶ້ນມາເຕະຄືນ ພ້ອມທັງຈົກໃບເຫຼືອງທີ 2 ໄລ່ອອກຈາກສະໜາມ.

   ເຫດການດັ່ງກາວ ເກີດຂຶ້ນໃນນັດທີ່ ນ໊ອງ ເປີດບ້ານເສຍໃຫ້ກັບ ປາຣີ ແຊງແຊກແມງ 0-1 ເມື່ອວັນທີ 14 ມັງກອນ ທີ່ຜ່ານມາ ໃນໄລຍະທ້າຍເກມ ຄາລອສ ພະຍາຍາມແລ່ນລົງໄປຊ່ວຍທີມ ຈາກການສວນກັບຂອງຄູ່ແຂ່ງ ແຕ່ກັບໄປຕໍາກັບໄປຕໍ້າກັບກໍາມະການຈົນລົ້ມລົງ.

   ແຕ່ຜູ້ຕັດສິນເກີດອາລົມໃຈຮ້າຍ ກ່ອນເຕະສວນໃສ່ຂາຂອງນັກເຕະຄົນດັ່ງກ່າວ ກ່ອນຈະລຸກຂຶ້ນມາຈົກໃບເຫຼືອງທີ 2 ໄລ່ອອກຈາກສະໜາມ.

   ຫຼັງຈົບການແຂ່ງຂັນ ວາເລນຕິນ ຣອນເກຍ ກອງໜ້າຂອງ ນ໊ອງ ອອກມາໃຫ້ສໍາພາດວ່າ: ເພື່ອນຮ່ວມທີມຂອງລາວບໍ່ໄດ້ມີເຈດຕະນາທໍາຮ້າຍ ກໍາມະການຢ່າງແນ່ນອນ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About larmkp

0 comments:

Post a Comment

Powered by Blogger.